ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານ ທຣຳ ກ່າວວ່າ ໄດ້ທຳການຕັດສິນໃຈແລ້ວ ກ່ຽວກັບ ສົງຄາມໃນ ອັຟການິສຖານ


ປະທານາທິບໍດີ ດໍໂນລ ທຣຳ ຍ່າງຂຶ້ນເຮືອບິນ Air Force One ໃນຂະນະທີ່ທ່ານເດີນທາງອອກຈາກເມືອງ Hagerstown, ລັດແມຣີແລນ, ຫຼັງຈາກໄດ້ຈັດກອງ
ປະຊຸມຢູ່ Camp David ທີ່ຕັ້ງຢູ່ໃກ້ຄຽງ ຮ່ວມກັບ ສະພາ
ຮັກສາຄວາມປອດໄພແຫ່ງຊາດ, 18 ສິງຫາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ຍ່າງຂຶ້ນເຮືອບິນ Air Force One ໃນຂະນະທີ່ທ່ານເດີນທາງອອກຈາກເມືອງ Hagerstown, ລັດແມຣີແລນ, ຫຼັງຈາກໄດ້ຈັດກອງ ປະຊຸມຢູ່ Camp David ທີ່ຕັ້ງຢູ່ໃກ້ຄຽງ ຮ່ວມກັບ ສະພາ ຮັກສາຄວາມປອດໄພແຫ່ງຊາດ, 18 ສິງຫາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ Donald Trump ໃນວັນເສົາວານນີ້ກ່າວວ່າ ລັດຖະ
ບານຂອງທ່ານ ໄດ້ຕັດສິນໃຈແລ້ວວ່າ ຈະເຮັດແນວໃດກັບສົງຄາມທີ່ມີມາໄດ້ 16 ປີ ໃນ
ອັຟການິສຖານ.

ນຶ່ງມື້ລຸນຫຼັງການໄປພັກຜ່ອນເຮັດວຽກຢູ່ Camp David ກັບທີມງານດ້ານຄວາມປອດ
ໄພແຫ່ງຊາດຂອງທ່ານ ເພື່ອພິຈາລະນາເບິ່ງທາງເລືອກຕ່າງໆແລ້ວ ທ່ານ Trump ກໍໄດ້
ຂຽນລົງໃນ Twitter ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆວ່າ “ມື້ທີ່ສຳຄັນ ທີ່ໄດ້ໄປໃຊ້ເວລາ
ຢູ່ Camp David ກັບບັນດານາຍພົນທີ່ຊ່ຽວຊານ ພວກຜູ້ນຳທາງທະຫານຫຼາຍທ່ານ
ແລ້ວ ພວກເຮົາກໍໄດ້ທຳການຕັດສີນໃຈຫຼາຍຢ່າງ ລວມທັງເລື່ອງ ກ່ຽວກັບ ອັຟການິສ
ຖານ ນຳ.”

ທ່ານນາງ Sarah Huckabee Sanders ໂຄສົກທຳນຽບຂາວ ໄດ້ກ່າວໃນວັນສຸກຜ່ານ
ມາວ່າ ຍຸດທະວິທີໃໝ່ “ຈະປົກປ້ອງຜົນປະໂຫຍດຂອງ ອາເມຮິກາ” ໃນຂົງເຂດເອເຊຍ
ໃຕ້ ແລະ ລາຍລະອຽດຈະຖືກເປີດເຜີຍໃຫ້ຊາບທີຫຼັງ.

ທ່ານນາງບໍ່ໄດ້ກ່າວເຈາະຈົງໃສ່ ອັຟການິສຖານ ແຕ່ເວົ້າວ່າ “ທ່ານປະທານາທິບໍດີ ພວມ
ສຶກສາ ແລະ ພິຈາລະນາເບິ່ງ ກ່ຽວກັບ ທາງເລືອກຂອງທ່ານ ແລ້ວຈະປະກາດໃຫ້ຊາວ
ອາເມຣິກັນ, ພັນທະມິດຂອງພວກເຮົາ, ພວກພາຄີທັງຫຼາຍ ແລະ ທົ່ວໂລກຊາບ ຕາມເວ
ລາອັນຄວນ.”

ກອງປະຊຸມໃນວັນສຸກຜ່ານມາ ແມ່ນເປັນອັນຫຼ້າສຸດໃນຊຸດການປຶກສາຫາລືໃນລະດັບສູງ
ທາງດ້ານຍຸດທະສາດ ຢ່າງກວ້າງຂວາງ ກ່ຽວກັບ ຄວາມປອດໄພສຳລັບ ອັຟການິສຖານ
ແລະຂົງເຂດ ເອເຊຍໃຕ້. ການມ້ວນທ້າຍ ກ່ຽວກັບ ເລື່ອງຍຸດທະສາດ ໄດ້ລ້າຊ້າມາ ຍ້ອນ
ບັນຫາຄວາມວຸ້ນວາຍພາຍໃນ.

ໃນບັນດາຜູ້ເຂົ້າຮ່ວມກອງປະຊຸມທີ່ວ່ານັ້ນ ກໍມີທ່ານ ຮອງປ. Mike Pence ແລະ ລັດຖະ
ມົນຕີ ປ້ອງກັນປະເທດ James Mattis ຢູ່ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG