ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານ ແຈ້ງວ່າ ທີ່ປຶກສາ ປ. ທຣຳ ໄດ້ໂອ້ລົມ ເລື່ອງການລົງໂທດ ກັບ ທູດຣັດເຊຍ


ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Michael Flynn
ກ່າວໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວປະຈຳວັນ ທີ່ທຳນຽບຂາວ. (1 ກຸມພາ 2017)
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Michael Flynn ກ່າວໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວປະຈຳວັນ ທີ່ທຳນຽບຂາວ. (1 ກຸມພາ 2017)

ບັນດາ​ສະມາຊິກ​ ຂອງ​ພັກ​ເດ​ໂມ​ແຄຣັດ ​ໃນ​ລັດຖະສະພາ ພາກັນ​ຮຽກຮ້ອງ​ ໃຫ້​ສືບສວນ​ເບິ່ງວ່າທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງທຳນຽບຂາວ ທ່ານ Michael Flynn ​ໄດ້ໂອ້​ລົມ​ກັບ​ເອກ​ອັກຄະ​ລັດຖະ​ທູດຣັດ​ເຊຍປະຈຳ​ສະຫະລັດຫຼືບໍ່ກ່ຽວ​ກັບ​ການ​ລົງ​ໂທດ ຂອງ​ສະຫະລັດ ​ຕໍ່ຣັດ​ເຊຍ​ ກ່ອນ​ທີ່​ລັດຖະບານ​ທ່ານ​ທຣຳ​ເຂົ້າຮັບ​ໜ້າ​ທີ່.

ໜັງ​ສືພິມ Washington Post ​ແລະ New York Times ລາຍ​ງານ​ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານ Flynn ​ໄດ້​ໂອ້​ລົມ​ ກ່ຽວ​ກັບ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ ​ໂດຍ​ລັດຖະບານ​ທ່ານ​ໂອ​ບາ​ມາ ​ເຖິງ​ແມ່ນ​ວ່າ​ໄດ້​ມີການ​ປະຕິ​ເສດ ​ໂດຍ​ລັດ​ຖະບານ​ທ່ານທຣຳວ່າ ​ບໍ່​ໄດ້​ມີ​ການ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້ກໍ​ຕາມ.

ທ່ານ​ທຣຳກ່າວ​ຕໍ່​ພວກ​ນັກ​ຂ່າວ ​ເທິງ​ເຮືອບິນ​ປະຈຳ​ຕຳ​ແໜ່​ງ Air Force One ​ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານ​ບໍ່​ຮູ້​ເລື່ອງເລີຍ ກ່ຽວ​ກັບ​ລາຍ​ງານ ​ທີ່​ວ່າທ່ານ Flynn ​ໄດ້​ຫາລື ເລື່ອງ​ການ​ລົງ​ໂທດ​ກັບ​ທູດຣັດ​ເຊຍ. ທ່ານ​ກ່າວ​ວ່າ ທ່ານ​ຈະ​ກວດ​ເບິ່ງ ກ່ຽວ​ກັບ​ເລື່ອງ​ດັ່ງກ່າວນີ້. ​ເຖິງ​ແມ່ນ​ວ່າ ​ໃນ​ເວລາ​ຕໍ່​ມາ ​ທ່ານ​ກ່າວ​ວ່າ ທ່ານ​ມີ​ຄວາມເຊື່ອ​ໝັ້ນ​ໂດຍ​ເຕັມ ​ໃນ​ຕົວ​ຂອງທ່ານ Flynn.

Trump: Haven't Seen Report on Allegations Against National Security Advisor
please wait

No media source currently available

0:00 0:00:28 0:00

ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແຄຣັດຫຼາຍໆ​ທ່ານຮຽກຮ້ອງ​ໃຫ້​ທຳ​ການ​ສືບສວນເບິ່ງ​ເລື່ອງ​ທ່ານ Flynn ​ໃນ​ຂະນະ​ທີ່​ອີກ​ຈຳນວນ​ນຶ່ງ ຮຽກຮ້ອງ​ໃຫ້​ທ່ານ​ທຣຳປົດ​ຜູ້ກ່ຽວ​ ​ແລະ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ທົບ​ທວນ​ເບິ່ງ​ການກວດສອບປະຫວັດ​ໃນ​ດ້ານ​ຄວາມ​ໝັ້ນຂອງ​ທ່ານ.

9 ຄົນ​ທີ່​ກ່າວກັນ​ວ່າ ​ເປັນອະດີດ​ແລະ​ເຈົ້າໜ້າ​ທີ່​ໃນ​ປັດຈຸບັນ​ຂອງ​ສະຫະລັດທີ່​ຂໍສະຫງວນ​ຊື່ກ່າວ​ຕໍ່​ໜັງສືພິມ Washington Post ວ່າ ທ່ານ Flynn ແລະເອກ​ອັກຄະ​ລັດຖະທູດ​ຣັດ​ເຊຍທ່ານ Sergey Kislyak ​ໄດ້​ໂອ້​ລົມ​ກັນ​ຢ່າງ​ເປັນການ​ເປີດ​ເຜີຍກ່ຽວ​ກັບ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ​ໂດຍ​ລັດຖະບານ​ປະທານາທິບໍດີ​ໂອບາ​ມາ ຫລັງ​ຈາກ​ການ​ເຈາະ​ຂໍ້​ມູນ​ໃນ​ການ​ເລືອກ​ຕັ້ງ​ທີ່​ນອງ​ນັນນັ້ນ.

ການ​ໂທລະສັບ​ ໄດ້​ມີ​ຂຶ້ນ​ໃນ​ເວລາ​ດຽວ​ກັນ ກັບ​ທີ່​ລັດຖະບານ​ທ່ານ​ໂອບາ​ມາ​ ວາງແຜນ​ທີ່​ຈະ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ ຊຶ່ງ​ໄດ້​ພາ​ໃຫ້​ມີ​ຄວາມ​ສົງ​ໄສ​ໂດຍ​ພວກ​ເຈົ້າໜ້າ​ທີ່​ສືບ​ລັບຂອງ​ສະຫະລັດ ​ແລະພາ​ໃຫ້​ມີ​ການ​ສືບສວນ​ກັນກ່ຽວກັບເລື່ອງນີ້.

ທ່ານ Flynn ໄດ້​ປະຕິ​ເສດ ​ຕໍ່​ໜັງສືພິມ Washington Post ວ່າ ທ່ານບໍ່​ໄດ້​ໂອ້ລົມ​ເລື່ອງ ​ການ​ລົງ​ໂທດ​ກັບ​ທ່ານ Kislyak ​ແຕ່​ໄດ້​ຖອນ​ຄຳ​ເວົ້າໃນ​ວັນ​ພະຫັດ​ຜ່ານ​ມານີ້​ໂດຍ​ກ່າວ​ຕໍ່​ໜັງສືພິມນີ້​ຜ່ານ​ທາງ​ໂຄສົກ​ຂອງ​ທ່ານ​ວ່າ​ໃນ​ຂະນະ​ທີ່​ທ່ານ​ຈື່​ບໍ່​ໄດ້​ວ່າ​ມີ​ການ​ຫາລື​ກ່ຽວ​ກັບ ​ການ​ລົງ​ໂທດ ທ່ານ​ກໍ​ຍັງ​ບໍ່​ແນ່​ໃຈວ່າ ​ເລື່ອງ​ດັ່ງກ່າວຖືກ​ຍົກຂຶ້ນມາ​ລົມ​ກັນ​ຫລືບໍ່.

ຮອງ​ປະທານາທິບໍດີ Mike Pence ກໍ​ໄດ້​ປະຕິ​ເສດ​ວ່າການ​ໂອ້​ລົມ​ກັນ​ບໍ່​ໄດ້​ມີ​ຂຶ້ນໃນ​ການ​ໃຫ້​ສຳພາດ ​ເມື່ອ​ເດືອນ​ແລ້ວນີ້ ຕໍ່​ອົງການ​ຂ່າວ CBS ​ໂດຍ​ເອີ້ນວ່າ​ເປັນ​ຂ່າວ​ລືທີ່​ແປກ​ປະ ຫລາດທີ່​ພວມຫ້ອມ​ລ້ອມ​ການສະໝັກ​ເປັນ​ປະທານາທິບໍດີ​ຂອງທ່ານ​ທຣຳ.”

ຖ້ອຍຄຳເຫລົ່ານັ້ນແມ່ນຂັດແຍ້ງກັນກັບລາຍງານໃໝ່ຂອງໜັງສືພິມ Washington Post ກ່ຽວກັບການໂອ້ລົມກັນ ຊຶ່ງແມ່ນນຶ່ງໃນການຕິດຕໍ່ຫຼາຍໆຄັ້ງ ລະຫວ່າງທ່ານ Flynn ແລະ ທ່ານ Kislyak ທີ່ເລີ້ມຂຶ້ນ ກ່ອນໜ້າວັນທີ 8 ພະຈິກ ຊຶ່ງເປັນວັນເລືອກຕັ້ງ ຂອງສະຫະລັດ ແລະຍັງດຳເນີນຢູ່ຕໍ່ມາ ໃນລະຫວ່າງທີ່ມການໂອນອຳນາດ ອີງຕາມລາຍງານ ຂອງໜັງສື ພິມສະບັບນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG