ທີ່ປຶກສາຜູ້ອາວຸໂສຂອງທຳນຽບຂາວ ທ່ານນາງ ແຄລລີແອນ ຄອນເວ ໃນວັນຈັນວານນີ້
ບໍ່ໄດ້ໄປປາກົດຕົວ ຢູ່ຕໍ່ໜ້າ ຄະນະກຳມະການກວດກາ ແລະປະຕິຮູບ ຂອງສະພາຕ່ຳ
ເພື່ອໃຫ້ການ ກ່ຽວກັບຂໍ້ກ່າວຫາ ທີ່ວ່າ ທ່ານນາງ ໄດ້ລະເມີດຕໍ່ ກົດໝາຍ Hatch Act
ໂດຍການບໍ່ປະຕິບັດຕາມໝາຍເກາະ ຂອງຄະນະກຳມະການດັ່ງກ່າວ ທີ່ໄດ້ແຈ້ງອອກ
ໄປ ຫຼັງຈາກທີ່ ຜູ້ກ່ຽວໄດ້ປະຕິເສດທີ່ຈະມາປາກົດຕົວ ໂດຍສະໝັກໃຈ ເພື່ອຕອບຄຳ
ຖາມທັງຫຼາຍນັ້ນ.
ສຳນັກງານດ້ານການໃຫ້ຄຳປຶກສາພິເສດຂອງສະຫະລັດ ໄດ້ແນະນຳ ຢູ່ໃນບົດລາຍ
ງານສະບັບນຶ່ງ ທີ່ສົ່ງໄປໃຫ້ປະທານາທິບໍດີ ດໍໂນລ ທຣຳ ໃນເດືອນມິຖຸນາ ວ່າ ໃຫ້ປົດ
ທ່ານນາງຄອນເວ ອອກຈາກຕຳແໜ່ງ ຍ້ອນວ່າເພິ່ນໄດ້ລະເມີດຫຼາຍ ຄັ້ງຕໍ່ກົດໝາຍ
ລັດຖະບານກາງ ທີ່ຫ້າມພະນັກງານລັດ ບໍ່ໃຫ້ເຂົ້າຮ່ວມໃນກິດຈະການໃດໆ ທີີ່ມີການ
ພົວພັນກັບພັກການເມືອງໃດນຶ່ງ.
ປະທານຄະນະກຳມະການດັ່ງກ່າວ ທ່ານເອີໄລຈາ ຄຳມິງສ໌ ໄດ້ກ່າວໃນການເປີດ
ກອງປະຊຸມ ວ່າ ທ່ານນາງຄອນເວ “ໄດ້ລະເມີດຕໍ່ຕຳແໜ່ງຂອງທ່ານນາງ ຍ້ອນຄວາມ
ເຊື່ອໝັ້ນ” ໂດຍໃຊ້ບົດບາດຂອງຜູ້ກ່ຽວໃນລັດຖະບານ ເພື່ອສົ່ງເສີມ ຜະລິດຕະພັນ
ເຄື່ອງແຟຊັ້ນ ຂອງລູກສາວທ່ານປະທານາທິບໍດີ ແລະທັງເປັນທີ່ປຶກສາ ນັ້ນກໍຄື ທ່ານ
ນາງ ອີວັງກາ ທຣຳ ໃນລະຫວ່າງ ການໃຫ້ສຳພາດກັບ ໂທລະພາບ Fox News.
ທ່ານນາງຄອນເວ ຍັງ “ໃຊ້ເງິນພາສີ ຂອງປະຊາຊົນຢ່າງສະຊາຍ” ໃນການຈ່າຍຄ່າ
ເດີນທາງ ໂດຍປາດສະຈາກ ການຊົດໃຊ້ແທນຄືນ ດັ່ງທີ່ທ່ານຄຳມິ້ງ ໄດ້ກ່າວໄປນັ້ນ.
ສະມາຊິກສະພາຕ່ຳທ່ານນີ້ ໄດ້ສອບຖາມວ່າ ເປັນຫຍັງ ທ່ານນາງຄອນເວ ຈຶ່ງ ບໍ່ໄດ້
ມາປາກົດຕົວ ໃນການຮັບຟັງຄຳໃຫ້ການ ໃນວັນຈັນວານນີ້ ໂດຍເອີ້ນວ່າ “ເປັນກໍລະ
ນີທີ່ຊັດເຈນ” ຊຶ່ງໝາຍເກາະດັ່ງກ່າວ ຄວນເຮັດໃຫ້ທ່ານນາງ ຈຳຕ້ອງໄດ້ ມາປາກົດຕົວ.
ທ່ານຄຳມິງສ໌ ກ່າວວ່າ “ພວກເຮົາບໍ່ໄດ້ບັງຄັບທ່ານນາງ ໃຫ້ມາໃຫ້ການ ກ່ຽວກັບຄຳ
ແນະນຳທີ່ທ່ານນາງໄດ້ໃຫ້ແກ່ປະທານາທິບໍດີ ແຕ່ພວກເຮົາຕ້ອງການ ຢາກໃຫ້ ທ່ານ
ນາງມາໃຫ້ການຕໍ່ໜ້າສະພາ ກ່ຽວກັບການລະເມີດ ຕໍ່ກົດໝາຍລັດຖະບານກາງ ຫຼາຍໆ
ຂໍ້” ຊຶ່ງຈຳນວນນຶ່ງ ອີງຕາມທ່ານຄຳມິ້ງແລ້ວ ມີຂຶ້ນໃນການຖະແຫຼງຕໍ່ໂທລະພາບ
ແຫ່ງຊາດ.
ທ່ານກ່າວວ່າ “ນີ້ແມ່ນເພື່ອຍົກໃຫ້ລັດຖະບານຂອງພວກເຮົາ ຢູ່ໃນມາດຕະຖານທີ່
ສູງສຸດ” ແລະກໍບໍ່ໄດ້ໃຫ້ການປະຕິບັດພິເສດ ຕໍ່ພວກເຈົ້າໜ້າທີ່ລັດຖະບານ.
ການຮັບຟັງຄຳໃຫ້ການໃນວັນຈັນວານນີ້ ແມ່ນເປັນຄວາມພະຍາຍາມເທື່ອທີສອງ ທີ່ຈະ
ສອບຖາມທ່ານນາງຄອນເວ ໃນໄລຍະສາມອາທິດທີ່ຜ່ານມາ.