ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ, ທຸລະກິດ ແລະລູກຜູ້ໃຫຍ່ ສາມຄົນ ຂອງ​ທ່ານ ຖືກ​ກ່າວ​ຫາ​ວ່າ ທຳ​ການ​ສໍ້​ໂກງ ​ຢ່າງ​ໃຫຍ່​ຫລວງ


(ພາບ​ໃນ​ແຟ​ມ) ທ່ານດໍໂນລ ທຣຳ (ຂວາ) ກັບ​ລູກ​ຂອງ​ທ່ານ, Eric (ຊ້າຍ), Ivanka (ທີ​ສອງ) ແລະ Donald Jr. ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດເປີດ​ຍ່ານ​ໂຮງ​ແຮມ ແລະ ຕຶກ condominium in ນະ​ຄອນ Vancouver ຂອງ​ເຂດ British Columbia ຢູ່ກາ​ນາ​ດາ, ວັນ​ທີ 19 ມິ​ຖຸ​ນາ, 2013.
(ພາບ​ໃນ​ແຟ​ມ) ທ່ານດໍໂນລ ທຣຳ (ຂວາ) ກັບ​ລູກ​ຂອງ​ທ່ານ, Eric (ຊ້າຍ), Ivanka (ທີ​ສອງ) ແລະ Donald Jr. ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດເປີດ​ຍ່ານ​ໂຮງ​ແຮມ ແລະ ຕຶກ condominium in ນະ​ຄອນ Vancouver ຂອງ​ເຂດ British Columbia ຢູ່ກາ​ນາ​ດາ, ວັນ​ທີ 19 ມິ​ຖຸ​ນາ, 2013.

ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ, ທຸລະກິດທົ່ວໂລກຂອງ ຄອບຄົວ ແລະລູກຜູ້ໃຫຍ່ສາມຄົນຂອງ​ທ່ານ ຖືກກ່າວຫາໃນວັນພຸດວານນີ້ ໂດຍຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳຂອງລັດນິວຢອກວ່າ ມີສ່ວນຮ່ວມໃນການສໍ້ໂກງ “ທີ່ໜ້າວິຕົກ” ເປັນເວລານານກວ່າທົດສະວັດ ໂດຍການປະເມີນມູນຄ່າຊັບສິນຂອງເຂົາເຈົ້າສູງ​ເກີນ​ມູນ​ຄ່າ​ຕົວ​ຈິງຫຼາຍຕື້ໂດລາ ເພື່ອສ້າງຄວາມ​ຮັ່ງ​ມີ​ໃຫ້​ແກ່ຕົນເອງ.

ໃນການຟ້ອງຮ້ອງທີ່​ມີ 220 ໜ້າ ທີ່ຍື່ນຢູ່ໃນສານສູງສຸດຂອງລັດນິວຢອກ, ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳຂອງລັດ, ທ່ານ​ນາງເລັດ​ທີ​ເທຍ ເຈມ​ສ໌ (Letitia ເຈມ​ສ໌), ໄດ້ກ່າວຫາອະດີດຜູ້ນຳສະຫະລັດວ່າ ຂຽນບັນຊີມູນ​ຄ່າ​ສຸດ​ທິ​ທາງດ້ານການເງິນ ຂອງທ່ານທີ່ບໍ່​ຖືກ​ຕົວ​ຈິງ​ຢູ່​ເປັນ​ປະ​ຈຳມາ ໂດຍເຮັດໃຫ້ມູນຄ່າຂອງການຖືຄອງ ອະສັງຫາລິມະສັບຂອງທ່ານ ເພີ່ມຂື້ນຢ່າງ​ຫລວງ​ຫລາຍ "ເພື່ອໃຫ້ໄດ້​ເງື່ອນ​ໄຂ ທີ່​ເປັນ​ຜົນ​ປະ​ໂຫຍດທາງດ້ານການເງິນ” ກ່ຽວກັບການ​ກູ້ເງິນຂອງທະນາຄານ ແລະຄ່າທຳ​ນຽມປະກັນໄພ ໃນຂະນະທີ່ຫລຸດມູນຄ່າໃນເອກະສານອື່ນລົງເພື່ອໃຫ້ເສຍພາສີຫລຸດ​ລົງ.

ທ່ານນາງເຈມ​ສ໌ກ່າວວ່າ ທ່ານທ​ຣຳສາມາດໄດ້ຮັບ 250 ລ້ານໂດລາ ທີ່​ເປັນ ລາຍໄດ້ອັນ​ບໍ່​ຖືກ​ຕ້ອງ ຊຶ່ງ​ເປັນເງິນທີ່ທ່ານນາງຕ້ອງການໃຫ້ບໍລິສັດຂອງທ່ານ ຄືອົງການທ​ຣຳ ຖື​ກ​ປັບ​ໃໝ​.

ຄະ​ດີ​ທີ່​ທ່ານ​ນາງເຈມ​ສ໌ ຍື່ນຟ້ອງ​ທ່ານທ​ຣຳ, ບໍລິສັດຂອງທ່ານ ແລະລູກຜູ້​ໃຫຍ່ ສາມຄົນຂອງທ່ານ ຄື ດໍ​ໂນ​ລ ຈູ​ເນຍ, ອີ​ວັງ​ກາ ແລະເອ​ຣິກ ຫມົດທຸກ​ຄົນທີ່ມີ ບົດບາດສໍາຄັນໃນທຸລະກິດຄອບຄົວ ແມ່ນການຮ້ອງຮຽນທາງແພ່ງ. ແຕ່ຫຼັງຈາກ ການສືບສວນເປັນ​ເວ​ລາສອງປີ, ທ່ານ​ນາງເຈມ​ສ໌ກ່າວຕໍ່ພວກນັກຂ່າວວ່າ ທ່ານນາງໄດ້ສະຫຼຸບວ່າ ທ່ານທ​ຣຳ ແລະທຸລະກິດຄອບຄົວຂອງ​ທ່ານ ໄດ້ລະເມີດກົດຫມາຍທາງອາຍາ ຂອງລັດຈໍານວນນຶ່ງ ແລະ "ອາດຈະເປັນ" ກົດຫມາຍ ອາຍາຂອງລັດຖະບານກາງອີກ​ເຊັ່​ນ​ກັນ.

ທ່ານ​ນາງເຈມ​ສ໌ ໄດ້ສົ່ງ​ສິ່ງທີ່ທ່ານນາງຄົ້ນ​ພົບ ໄປຫາໄອຍະການຂອງລັດຖະ ບານກາງໃນນະຄອນນິວຢອກ, ເຖິງແມ່ນຍັງບໍ່ຮູ້ໄດ້ໃນທັນທີທັນ​ໃດ​ເທື່ອວ່າ ພວກເພິ່ນຈະດໍາເນີນຄະດີອາຍາຕໍ່ກັບທ່ານທ​ຣຳ ແລະທຸລະກິດຂອງທ່ານ ຫລືບໍ່. ​ທ່ານນາງຍັງຫາທາງຂັດຂວາງທ່ານທ​ຣຳກັ​ບ​ລູກໆ ບໍ່​ໃຫ້ດໍາເນີນ ທຸລະກິດໃນລັດນັ້ນ ອີກ​ດ້ວຍ.

ທະນາຍຄວາມຂອງທ່ານທ​ຣຳ, ທ່ານນາງ​ອາ​ລີ​ນາ ແຮັບ​ບາ (Alina Habba), ພັນ​ລະ​ນາ​ເຖິງການຟ້ອງຮ້ອງນັ້ນວ່າ "ເປັນການສວຍໃຊ້​ສິດອໍານາດແບບ​ຜິດ," ໂດຍກ່າວວ່າ, "ພວກເຮົາຫວັງວ່າ ຈະໃຫ້​ການ​ປົກປ້ອງລູກຄ້າຂອງພວກເຮົາ ຕໍ່ກັບທຸກໆການກ່າວ​ອ້າງ ທີ່ບໍ່ໜ້າ​ເຊື່ອ​ຖືຂອງຫົວ​ໜ້າ​ພະ​ແນກຍຸ​ຕິ​ທຳ."

ອົງການທ​ຣຳ ກ່າວວ່າ ຜູ້ໃຫ້ເງິນກູ້ແກ່ບໍລິສັດ "ໄດ້ຮັບກໍາໄລຢ່າງງາມ - ຕໍ່ ການປັບດອກເບ້ຍແລະຄ່າທໍານຽມຫຼາຍຮ້ອຍລ້ານໂດລາ" ຈາກເຮັດທຸລະກໍາ ຂອງເຂົາເຈົ້າກັບບໍລິສັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG