ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ເດີນທາງໄປດິນແດນ ທີ່ທ່ານບໍ່ຄຸ້ນເຄີຍມາກ່ອນ ສຳລັບການປະຊຸມ ກັບຜູ້ນຳ ເກົາຫຼີເໜືອ


ປະທານາທິບໍດີ ດໍໂນລ ທຣຳ ຂຶ້ນເຮືອບິນ ແອຟອສ ວັນ (Air Force One) ເພື່ອເດີນທາງໄປປະເທດ ສິງກະໂປ ເພື່ອປະ
ຊຸມກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ. 9 ມິຖຸນາ, 2018.
ປະທານາທິບໍດີ ດໍໂນລ ທຣຳ ຂຶ້ນເຮືອບິນ ແອຟອສ ວັນ (Air Force One) ເພື່ອເດີນທາງໄປປະເທດ ສິງກະໂປ ເພື່ອປະ ຊຸມກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ. 9 ມິຖຸນາ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຮັບຮູ້ເຖິງການເດີນທາງມຸ້ງໜ້າໄປຍັງ
“ດິນແດນທີ່ບໍ່ຮູ້ມາກ່ອນ” ເພື່ອກອງປະຊຸມສຸດຍອດ ຂອງທ່ານກັບຜູ້ນຳ ເກົາຫຼີເໜືອ
ທ່ານ ກິມ ຈົງ ອຶນ ທີ່ ສິງກະໂປ.

ໃນການຕອບຄຳຖາມຂອງອົງການຂ່າວ ວີໂອເອ ກ່ອນອອກເດີນທາງໄປເອເຊຍ ຈາກ
ກອງປະຊຸມສຸດຍອດ ກຸ່ມເຈັດປະເທດໃນ ການາດາ ນັ້ນ ທ່ານ ທຣຳ ກ່າວວ່າ “ຂ້າພະ
ເຈົ້າຮູ້ສຶກໝັ້ນໃຈຫຼາຍ” ກ່ຽວກັບ ການພົບປະກັນແບບບໍ່ເຄີຍມີມາກ່ອນ ລະຫວ່າງ
ປະທານາທິບໍດີ ອາເມຣິກັນ ທີ່ພວມດຳລົງຕຳແໜ່ງຢູ່ ກັບສະມາຊິກຂອງວົງຕະກູນ ທີ່
ໄດ້ຄວບຄຸມກຳປັ້ນເຫຼັກຂອງປະເທດໂດດດ່ຽວໃນໂລກມາ ເປັນເວລາຫຼາຍກວ່າສາມ
ລຸ້ນຄົນນີ້.

ທ່ານ ທຣຳ ເວົ້າຕໍ່ໄປວ່າ ທ່ານເຊື່ອວ່າ ທ່ານ ກິມ ທີ່ມີອາຍຸເຄິ່ງນຶ່ງຂອງປະທານາທິບໍດີ
ອາເມຮິກັນ “ຢາກເຮັດສິ່ງໃດສິ່ງນຶ່ງທີ່ດີເລີດສຳລັບປະຊາຊົນຂອງເພິ່ນ.” ແຕ່ທ່ານ
ທຣຳ ໄດ້ເຕືອນວ່າ “ທ່ານ ກິມ ຈະບໍ່ມີໂອກາດໄດ້ຮັບສິ່ງດັ່ງກ່າວອີກ” ຖ້າການເຈລະຈາ
ກັນບໍ່ເປັນໄປໄດ້ດີ ໂດຍບັນລະຍາຍວ່າ ໂອກາດສຳລັບການທູດກັບສະຫະລັດ ແມ່ນ
“ເປັນພຽງຄັ້ງດຽວ.”

ທ່ານ ທຣຳ ກັບພວກອື່ນໆ ໃນລັດຖະບານຂອງທ່ານ ກ່າວວ່າ ໄດ້ມີການກະກຽມລ່ວງ
ໜ້າແລ້ວໃນການທີ່ຈະໄດ້ມາ ຄວາມໝາຍໝັ້ນຈາກທ່ານ ກິມ ທີ່ຈະປະຖິ້ມທັງໝົດ
ໂຄງການອາວຸດນິວເຄຼຍ ແລະ ລູກສອນໄຟຂີປະນາວຸດໄລຍະໄກຂອງເພິ່ນ. ຄວາມ
ກ້າວໜ້າອາດຈະນຳໄປສູ່ຂໍ້ຕົກລົງສັນຕິພາບ ແລະ ການຍຸຕິຢ່າງເປັນທາງການ ສະ
ພາບສົງຄາມໃນແຫຼມ ເກົາຫຼີ ຊຶ່ງໄດ້ມີມາເກືອບເຖິງ 70 ປີແລ້ວນັ້ນ.

ເຖິງການຕົກລົງກັນດັ່ງກ່າວ ຈະມີຂຶ້ນຫຼືບໍ່ກໍຕາມ ທ່ານ ທຣຳ ກໍໄດ້ປະກາດໄປ ໃນວັນ
ເສົາວານນີ້ວ່າ ທ່ານຈະຮູ້ໃນເວລາທີ່ພວກທ່ານພົບພໍ້ກັນ. ທ່ານປະທານາທິບໍດີໄດ້
ກ່າວໃນຖານະນັກທຸລະກິດຜູ້ມີປະສົບການວ່າ “ຂ້າພະເຈົ້າຄິດວ່າ ພາຍໃນນຶ່ງນາທີ
ທຳອິດ ຂ້າພະເຈົ້າຈະຮູ້ສຶກທັນທີ ຈະຮູ້ໄດ້ເລີຍ ມັນຈະເປັນແນວນັ້ນລະ.” ທ່ານ ທຣຳ
ໄດ້ທຳນາຍລ່ວງໜ້າວ່າ ຖ້າຄວາມຮູ້ສຶກດັ່ງກ່າວ ຈະບໍ່ເປັນໄປໃນທາງສ້າງສັນ “ຂ້າພະ
ເຈົ້າຈະບໍ່ຢາກເສຍເວລາ. ຂ້າພະເຈົ້າຈະບໍ່ຢາກໃຫ້ລາວເສຍເວລາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG