ຄະນະລັດຖະບານປະທານາທິບໍດີ ດໍໂນລ ທຣໍາ ກ່າວໃນວັນສຸກວານນີ້ວ່າ ຈະບໍ່ເປີດ
ເຜີຍ ລາຍຊື່ຂອງຄົນທີ່ມາເຂົ້າມາຢ້ຽມທຳນຽບຂາວ ຊຶ່ງເປັນການເຮັດໃຫ້ນະໂຍບາຍ
ຂອງ ປະທານາທິບໍດີ Barack Obama ເພື່ອສົ່ງເສີມຄວາມໂປ່ງໃສນັ້ນ ສິ້ນສຸດລົງ.
ຄະນະລັດຖະບານທ່ານ Obama ທີ່ທຳນຽບຂາວ ເອົາບັນທຶກລາຍຊື່ ຄົນທີ່ມາເຂົ້າ
ມາຢ້ຽມທຳນຽບຂາວ ລົງທາງອອນໄລນ ປະມານສາມເດືອນພາຍຫລັງທີ່ໄດ້ເຂົ້າໄປ
ສະຖານທີ່ດັ່ງກ່າວ ຍົກເວັ້ນແຕ່ການເຂົ້າຢ້ຽມທີ່ມີຊື່ຂອງຄົນທີ່ເຫັນວ່າອາດໄດ້ຮັບການ
ແຕະຕ້ອງ ຫລືຜູ້ທີ່ມີການພົວພັນສ່ວນໂຕກັບທ່ານ Obama.
ແຕ່ວ່າ ຄະນະລັດຖະບານຂອງທ່ານ Trump ຕັດສິນໃຈທີ່ຈະຢຸດເຊົາການປະຕິບັດ
ດັ່ງກ່າວ ເວັ້ນເສຍແຕ່ໃນກໍລະນີຈຳກັດໂດຍອ້າງເຫດຜົນວ່າ “ມັນເປັນການສ່ຽງທີ່ອັນ
ຕະລາຍຕໍ່ຄວາມປອດໄພຂອງຊາດ ແລະມີບັນຫາຕໍ່ການຮັກສາຄວາມເປັນສ່ວນໂຕ.”
ຄະນະລັດຖະບານທ່ານ Trump ກ່າວວ່າ ຈະມີການຫ້າມການເປີດເຜິຍບັນທຶກລາຍ
ຊື່ຜູ້ເຂົ້າໄປໃນຫ້ອງການໃດນຶ່ງຂອງທຳນຽບຂາວ ແຕ່ກໍຈະເປີດເຜີຍໃຫ້ຮູ້ພຽງແຕ່ຜ່ານ
ການຍື່ນຄໍາຕາມກົດໝາຍວ່າດ້ວຍຫານໃຫ້ຂໍ້ມູນຢ່າງເສລີ. ໃນນັ້ນກໍຮວມມີຫ້ອງການ
ບໍລິຫານງົບປະມານ ແລະຫ້ອງການຜູ້ຕາງໜ້າການຄ້າຂອງສະຫະລັດ.
ກຸ່ມສິ້ງຊອມດ້ານຄວາມໂປ່ງໃສ ສາມກຸ່ມໄດ້ຍື່ນຄໍາຟ້ອງຮ້ອງຕໍ່ສານລັດຖະບານ
ກາງໃນຕົ້ນອາທິດນີ້ ໃນຄວາມພະຍາຍາມບັງຄັບໃຫ້ເປີີດເຜີຍບັນທຶກລາຍຊື່ຂອງ
ຜູ້ມາຢ້ຽມຢາມ ທໍານຽບຂາວນັ້ນ.
ອີງຕາມຖະແຫລງການຂອງທ່ານ Noah Bookbinder ອໍານວຍການບໍລິຫານຂອງ
ອົງການ ພົນລະເມືອງເພື່ອຄວາມຮັບຜິດຊອບແລະຈັນຍາບັນ ທີ່ນະຄອນວໍຊິງຕັນຊຶ່ງ
ກຸ່ມນຶ່ງໃນບັນດາກຸ່ມທີ່ມີການພົວພັນໃນການຟ້ອງຮ້ອງນັ້ນເວົ້າວ່າ .
“ມັນເປັນເລື່ອງທີ່ຜິດຫວັງຫລາຍ ທີ່ຜູ້ຊາຍຄົນນຶ່ງທີ່ໄດ້ໃຫ້ຄຳໝັ້ນສັນຍາ ກວດລ້າງ
ສິ່ງບໍ່ດີໃຫ້ອອກໄປ ຫາກໍ່ເອົາບາດກ້າວອັນໃຫຍ່່ຫລວງອ່ວຍໜີໄກຈາກຄວາມໂປ່ງ
ໃສໂດຍການປະຕິເສດ ຕໍ່ການເປີດເຜີຍບັນທຶກລາຍຊື່ຜູ້ເຂົ້າມາຢ້ຽມຢາມທໍານຽບ
ຂາວທີ່ຊາວອາເມຣິກັນນັບມື້ ນັບຊິນເຄີຍກັບການໄດ້ຮູ້ເຫັນບັນທຶກນີ້ມາເປັນເວລາ
ຫົກປີທີ່ຜ່ານມາ.”
ຄໍາສັ່ງດັ່ງກ່າວຍັງໄດ້ເຮັດໃຫ້ມີການຕອບໂຕ້ຢ່າງແຮງຈາກສະຫະພາບວ່າດ້ວຍອິດ
ສະລະພາບຂອງພົນລະເມືອງອາເມຣິກາ (ACLU).
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ