ສະຫະລັດຈະຂໍຮ້ອງ ຫລືສັ່ງໃຫ້ລັດຖະບານຄິວບາຫຼຸດຈຳນວນພະນັກງານຂອງຕົນຢູ່
ສະຖານທູດຄິວບາ ໃນນະຄອນຫລວງວໍຊິງຕັນລົງ ອີງຕາມລາຍງານສື່ມວນຊົນຫຼາຍໆ
ສະບັບ ທີ່ໄດ້ອ້າງແຫລ່ງຂ່າວ ຂອງລັດຖະບານປະທານາທິບໍດີທຣໍາ. ລາຍງານເຫລົ່າ
ນັ້ນ ມີຂຶ້ນບໍ່ເຖິງນຶ່ງອາທິດ ຫລັງຈາກສະຫະລັດໄດ້ຫລຸດຈຳນວນນັກການທູດຂອງຕົນ
ລົງ ຢູ່ໃນນະຄອນຮາວານາ ລຸນຫລັງການໂຈມຕີຢ່າງລຶກລັບ ໃສ່ພວກນັການທູດສະ
ຫະລັດ ຢູ່ໃນຄິວບາ.
ເຈົ້າໜ້າທີ່ກະຊວງຕ່າງປະເທດຂອງສະຫະລັດຄົນນຶ່ງ ກ່າວຕໍ່ວີໂອເອວ່າ “ໃຫ້ລໍ ຖ້າຟັງ”
ເວລາມີການຖາມວ່າ ການປະກາດກ່ຽວກັບເລື້ອງນີ້ຈະມີຂຶ້ນໃນວັນອັງ ຄານມື້ນີ້ຫຼືບໍ່.
ອີີງຕາມອົງການຂ່າວ AP ແລ້ວ ສະຫະລັດຈະສັ່ງໃຫ້ຄິວບາຖອນ 60 ເປີເຊັນຂອງພະ
ນັກງານຕົນອອກຈາກວໍຊິງຕັນ ໃນຂະນະທີ່ໜັງສືພິມ Miami Herald ແລະອົງການ
Reuters ກ່າວວ່າ ລັດຖະບານປະທານາທິບໍດີທຣໍາ ຈະສັ່ງໃຫ້ຄິວບາຖອນພະນັກ
ງານ ຢູ່ສະຖານທູດຂອງຕົນລົງສອງສ່ວນສາມ.
ໃນວັນສຸກອາທິດແລ້ວນີ້ ກະຊວງຕ່າງປະເທດສະຫະລັດໄດ້ປະກາດຈະຖອນພະນັກ
ງານການທູດທີ່ບໍ່ສຳຄັນອອກຈາກຄິວບາ ເພື່ອເປັນການຕອບໂຕ້ ໃນ “ການໂຈມຕີຕໍ່
ສຸຂະພາບ” ຂອງພວກນັກການທູດອາເມຣິກັນ 21 ຄົນ ທີ່ນະຄອນຮາ ວານາ.
ໃນໄລຍະຫຼາຍໆເດືອນທີ່ຜ່ານມານີ້ ພວກພະນັກງານໄດ້ລາຍງານເຖິງອາການຕ່າງໆ
ນາໆ ຮວມທັງບໍ່ໄດ້ຍິນ ວິນຫົວ ບັນຫາຄວາມຮັບຮູ້ ແລະບັນຫານອນບໍ່ຫລັບ. ຢູ່ໃນຖະແຫຼງການປະກາດການຫຼຸດຈຳນວນພະນັກງານຂອງສະຫະລັດ ນັ້ນ ລັດຖະມົນຕີຕ່າງ
ປະເທດ Rex Tillerson ກ່າວວ່າ ພວກສືບສວນບໍ່ສາ ມາດພິຈາລະນາເຖິງສາເຫດ
ຂອງບັນຫາສຸຂະພາບ ຫລືວ່າ ໃຜອາດເປັນຜູ້ຮັບ ຜິດຊອບ.
ມາຈົນຮອດປັດຈຸບັນ ສະຫະລັດຍັງບໍ່ໄດ້ກ່າວຫາຄິວບາ ຢ່າງເປັນທາງການ ວ່າ
ຢູ່ເບື້ອງຫລັງການໂຈມຕີ ແຕ່ວ່າກະຊວງຕ່າງປະເທດສະຫະລັດ ໄດ້ໄລ່ນັກການທູດ
ຄິວບາສອງຄົນອອກຈາກປະເທດໃນເດືອນພຶດສະພາ ຫລັງຈາກການໂຈມຕີໄດ້ມີຂຶ້ນ
ໂດຍກ່າວວ່າ ຄິວບາບໍ່ໄດ້ໃຫ້ການປ້ອງກັນຄວາມປອດໄພ ໃຫ້ແກ່ນັກການທູດຢູ່ດິນ
ແດນຄິວບາ.
ຄິວບາໄດ້ປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃນການໂຈມຕີ ແລະກ່າວວ່າຕົນຈະໃຫ້
ການຮ່ວມມືກັບສະຫະລັດໃນການສຶບສວນນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ