ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະບານ ​ປ. ທຣຳ ​ຫາ​​ທາງ​ ​ຫລຸດຜ່ອນ ຄວາມຢ້ານກົວ ໃນການເກີດ ​​ສົງຄາມການ​ຄ້າ​ ກັບ​ຈີນ


ຊາຍ​ຜູ້​ນຶ່ງ​ທີ່​ຍູ້​ລໍ້​ໃສ່​ຂອງ ​ໄດ້​ຍ່າງ​ຜ່ານ ຊັ້ນ​ວາງ​ຂາຍໝາກ​ຖົ່ວ​ຕ່າງ​ໆ ທີ່​ນຳ​ເຂົ້າ​ຈາກ​ສະຫະລັດ ​ແລະ​ປະ​ເທດ​ອື່ນໆ ​ໃນຊຸບ​ເປີ​ມາກ​ເກັດ ຢູ່ປັກກິ່ງ ວັນທີ 2 ​ເມສາ 2018.
ຊາຍ​ຜູ້​ນຶ່ງ​ທີ່​ຍູ້​ລໍ້​ໃສ່​ຂອງ ​ໄດ້​ຍ່າງ​ຜ່ານ ຊັ້ນ​ວາງ​ຂາຍໝາກ​ຖົ່ວ​ຕ່າງ​ໆ ທີ່​ນຳ​ເຂົ້າ​ຈາກ​ສະຫະລັດ ​ແລະ​ປະ​ເທດ​ອື່ນໆ ​ໃນຊຸບ​ເປີ​ມາກ​ເກັດ ຢູ່ປັກກິ່ງ ວັນທີ 2 ​ເມສາ 2018.

​ປະທາ​ນາທີ​ບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ກ່າວໃນ​ວັນ​ພຸດ​ວານ​ນີ້ ວ່າ ສະຫະລັດ
​ແມ່ນ​ບໍ່​ໄດ້​ເຮັດ​ສົງ​ຄາມ​ການ​ຄ້າ ກັບຈີນ ຫຼັງຈາກ​ປັກ​ກິ່ງ ​ໄດ້​ປະກາດ​ແຜນການ​ທີ່​ຈະ​
ຂຶ້ນ​ພາສີ​ຕໍ່ພວກ​ສິ້ນ​ຄ້ານຳ​ເຂົ້າຈາກ​ສະຫະລັດ ທີ່​ມີ​ມູນ​ຄ່າ 50 ພັນ​ລ້ານ​ໂດ​ລາ ​ໃນ​ການ​
ຕອບໂຕ້ຕໍ່ການຂຶ້ນພາສີ ​ທີ່​ຄ້າຍຄື​ກັນ​ນີ້ ທີ່​ສະຫະລັດ ​ໄດ້​ປະກາດ​ອອກ​ໄປ​ນັ້ນ.

​ໃນ​ການ​ຂຽນ​ລົງ​ໃນ​ທວິດ​ເຕີ ເມື່ອ​ວັນ​ພຸດ​ວານ​ນີ້ ທ່ານ​ທຣຳ ​ໄດ້​ຢືນຢັນວ່າ “ພວກ​ເຮົາ
​ແມ່ນ​ບໍ່ໄດ້​ເຮັດ​ສົງ​ຄາມ​ການ​ຄ້າກັບ​ຈີນ, ສົງຄາມ​ການ​ຄ້າ​ທີ່​ວ່າ​ນີ້​ແມ່ນ​ວ່າ​ພວກ​ເຮົາ​ໄດ້​ເສຍໄຊມາ​ດົນນານ​ແລ້ວ​ຈາກ​ພວກໂງ່​ເຫງົ້າ ຫຼື​ບໍ່ ກໍ​ພວກ​ທີ່​ໄຮ້ຄວາມ​ສາມາດ, ພວກ​ຜູ້​
ຄົນ​ທີ່​ເປັນ​ຕົວ​ແທນ​ຂອງ​ສະຫະ​ລັດ.”
ທ່ານ​ໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ “ປັດຈຸບັນ​ນີ້ ພວກ​ເຮົາ
ຂາດ​ດຸນ​ການ​ຄ້າ 500 ພັນ​ລ້ານ​ໂດລາ ໃນ​ແຕ່ລະ​ປີ, ດ້ວຍ​ການ​ລັກຂະ​ໂມ​ຍຊັບສິນ
ທາງສະຕິ​ບັນຍາ ປະມານ 300 ພັນ​ລ້ານ​ໂດລາ. ພວກ​ເຮົາ​ຈະ​ບໍ່​ເຮັດ​ໃຫ້​ສິ່ງ​ນີ້ດຳ​ເນີນ
ຕໍ່​ໄປອີກ.”

​ໃນ​ວັນ​ດຽວ​ກັນ​ນັ້ນ ຫົວໜ້າທີ່ປຶກສາດ້ານ​ເສດຖະກິດ​ຂອງ​ທຳນຽບຂາວ ທ່ານ ​ແລຣີ
ຄຸດ​ໂລ(Larry Kudlow) ​ໄດ້​ກ່າວຕໍ່ອົງການຂ່າວ ບລູມ​ເບີກ (Bloomberg News)
ວ່າ“ຍັງ​ບໍ່ ​ມີ​ການ​ຂຶ້ນ​ຄ່າ​ພາສີ​ເຫຼົ່ານີ້​ແຕ່​ຢ່າງ​ໃດ​ເລີຍ ​ແລະ​ທັງໝົດນີ້ ​ແມ່ນ​ພຽງ​ແຕ່​
ການສະ​ເໜີເທົ່າ​ນັ້ນ.”

​ລັດຖະມົນຕີກະຊວງ​ການ​ຄ້າ ທ່ານວີລ​ເບີ ຣັອສ (Wilbur Ross) ​ໄດ້​ບອກ​ກັບ​ອົງການ
​ຂ່າວຊີ​ເອັນ​ບີ​ຊີ (CNBC) ວ່າ “ແມ່ນ​ແຕ່​ສົງຄາມ​ທີ່ຍິງກັນ ກໍຍັງ​ຈົບ​ລົງ​ດ້ວຍ​ການ
​ເຈລະຈາ...ສະ​ນັ້ນ​ກໍ​ບໍ່​ເປັນ​ເລື່ອງທີ່ແປກໃຈ​ຫຍັງກ່ຽວກັບ​ເຫດການ​ນີ້ ຖ້າ​ຫາກ​ວ່າ​
ຜົນ​ຂອງ​ການ​ສະຫຼຸ​ບທັງໝົດ ​ແມ່ນ​ຈົບລົງດ້ວຍ​ເຈລະຈາ​ຕໍ່​ລອງ​ກັນ.”

ນັບ​ຕັ້ງ​ແຕ່​ເລີ່​ມຕົ້ນ​ສັບປະດາ​ນີ້ ສະຫະລັດ ​ແລະ​ຈີນ ​ໄດ້​ເລີ້ມພົວພັນມີ​ປາກ​ມີ​ສຽງ​
ທາງການ​ຄ້າ. ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ​ໃນການ​ຕອບ​ໂຕ້ຕໍ່​ການ​ຂຶ້ນ​ພາສີ ​ກ່ອນ​ໜ້າ​ນີ້
ຕໍ່​ເຫຼັກ​ກ້າ​ແລະ​ອາ​ລູມີ​ນຽມ ທີ່​ສະ​ເໜີ​ໂດຍ​ລັດຖະບານ​ຂອງ​ທ່ານ​ທຣຳ, ຈີນ ​ໄດ້​ເລີ່​ມການ​
ເພີ່​ມພາສີ​ສູງ​ເຖິງ 25 ​ເປີ​ເຊັນ ​ໃນ​ສິນ​ຄ້າ 128 ຊະນິດ​ຂອງ​ສະຫະລັດ ຊຶ່ງ​ຮວມທັງ
ໝາກ​ໄມ້, ພວກ​ຖົ່ວ​ຕ່າງ​ໆ, ຊີ້ນ​ໝູ, ​ເຫຼົ້າວາຍນ໌, ເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽມ.

​ໃນ​ເວລາ​ຕໍ່​ມາ​ຂອງ​ມື້​ດຽວ​ກັນ​ນັ້ນ, ຜູ້ຕາງໜ້າທາງດ້ານການ​ຄ້າ​ຂອງສະຫະລັດ
(USTR) ສະ​ເໜີ​ໃຫ້​ຂຶ້ນ​ພາສີ​ ຕໍ່ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ 1 ພັນ 300 ຊະນິດ ຊຶ່ງສ່ວ​ນ​
ໃຫຍ່​ແມ່ນ ​ສິນຄ້າປະເພດ​ອະ​ວະ​ກາດ, ອຸບປະກອນ​ການ​ແພດ ​ແລະ​ຂໍ້​ມູນ​ທາງ​ດ້ານ
​ເທັກ​ໂນ​ໂລ​ຈີ​ຕ່າງໆ. ​ໃນ​ເວລາບໍ່ຮອດ 12 ຊົ່ວ​ໂມງ, ຈີນ ​ກໍໄດ້​ປະກາດ​ແຜນການ​ຂອງ​
ຕົນ ​ຂຶ້ນ​ພາສີ​ ​ເພື່ອ​ເປັນ​ການຕອບໂຕ້ ຕໍ່ສິນຄ້າສະຫະລັດ​ຕ່າງໆ ປະມານ 25 ​ເປີ​ເຊັນ ກ່ຽວກັບສິນຄ້າ ທີ່ມີຄວາມຫຼໍ່ແຫຼມທາງການ​ເມືອງ​ຂອງ​ອາ​ເມຣິກັນ 106 ຊະນິດ,
ທີ່​ຮວມທັງ ຖົ່ວ​ເຫຼືອງ ລົດຍົນ ​ແລະ​ເຮືອ​ບິນ​ນຳ. ​

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຫົວໜ້າທີ່ປຶກສາດ້ານ​ເສດຖະກິດ​ຂອງ​ທຳນຽບຂາວ ທ່ານ ​ແລຣີ ຄຸດ​ໂລ(Larry Kudlow) ​ໄດ້​ກ່າວຕໍ່ພວກ​ນັກຂ່າວ ຂ້າງ​ນອກ​ທຳນຽບຂາວ, 4 ​ເມສາ 2018, ​ໃນ​ວໍ​ຊີງ​ຕັນ.
ຫົວໜ້າທີ່ປຶກສາດ້ານ​ເສດຖະກິດ​ຂອງ​ທຳນຽບຂາວ ທ່ານ ​ແລຣີ ຄຸດ​ໂລ(Larry Kudlow) ​ໄດ້​ກ່າວຕໍ່ພວກ​ນັກຂ່າວ ຂ້າງ​ນອກ​ທຳນຽບຂາວ, 4 ​ເມສາ 2018, ​ໃນ​ວໍ​ຊີງ​ຕັນ.

XS
SM
MD
LG