ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດ​ຖະ​ບານ​ ປ. ທ​ຣ​ຳ ທົບ​ທວນຄືນ​ ​ການຊ່ວ​ຍ ເຫຼືອ ​ຕ່າງ​ປະ​ເທດ ໂດຍ​ແນ​ສາຍ​ຕາ ໃສ່​ຈີນ


Trump Creates New Development Assistance Agency to Counter China
please wait

No media source currently available

0:00 0:02:48 0:00

ປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ທ​ຣຳ ສ້າງ​ອົງ​ການ​ຊ່ວຍ​ເຫຼືອ​​ຂຶ້​ນໃໝ່ ເພື່ອ​ປະ​ເຊີນ​ໜ້າ​ກັບ​ຈີນ.

ວີ່​ແວວໃໝ່ຂອງທາງ​ລົດ​ໄຟ​ມູນ​ຄ່າ 3 ພັນ 2 ຮ້ອຍ​ລ້ານ​ໂດ​ລາ ທີ່​ຈະ​ຕັດ​ເວ​ລາ​ໃນເດີນ​
ທາງ ​ຈາກ​ນະ​ຄອນ​ຫຼວງໄນ​ໂຣ​ບີ​ຂອງເຄນ​ຢາ ​ລົງ​ເຄິ່ງ​ນຶ່ງ ໄປ​ຫາ​ແຄມ ຝັ່ງທະ​ເລ​ຂອງ
​ປະ​ເທດ. ການ​ລົງ​ທຶນ​ທີ່​ສຳ​ຄັນ​ໃນ​ການ​ຂົນ​ສົ່ງ ພະ​ລັງ​ງານ ແລະພື້ນ​ຖານໂຄງລ່າງ​ທາງ​
ທະ​ເລ ກຳ​ລັງ​ຫັນ​ປ່ຽນ​ປາ​ກິ​ສ​ຖານໃຫ້​ກາຍ​ເປັນ​ເຂດ​ເສດ​ຖະ​ກິດ​ທີ່​ສຳ​ຄັນ. ເຂດ​ອຸດ​ສາ
​ຫຳ​ກຳ​ໃໝ່​ໃນ​ປ​ະ​ເທດ​ໄທ ຊຸກ​ຍູ້​ພ​ະ​ລັງ​ງານ​ແສງ​ຕາ​ເວັນ ຢາງ​ພາ​ລາ ແລະ​ໂຮງ​ງານ
​ຜະ​ລິດອຸດ​ສາ​ຫະ​ກຳຕ່າງໆແລະມີ​ແຜນ​ຈະ​ເປັນ ບ່ອນ​ຕັ້ງ​ໃຫ້​ແກ່ 500 ບໍລິ​ສັດ ພາຍ
ໃນ​ປີ 2021.

ທັງ​ໝົດ​ນີ້​ເປັນຂໍ້​ລິ​ເລີ້ມ​ທີ່​ກະ​ຕື​ລື​ລົ້ນລິ​ເລີ້ມ ນຶ່ງ​ແລວທາງ​ນຶ່ງ​ເສັ້ນທາງ​ຂອງ​ຈີນ ​ທີ່​ຈະລົງ
​ທຶນ​ຫຼາຍພັນ​ລ້ານ​ໂດ​ລາ ​ໃນ​ພື້ນ​ຖານ​ໂຄງ​ລ່າງຢູ່​ໃນ​ເອ​ເຊຍ ອາ​ຟ​ຣິ​ກາ ແລະ​ປາ​ຊິ​ຟິກ.
ຜົນສະ​ທ້ອນ​ຢູ່ໃນທົ່ວໂລກ ​ທີ່​ກຳ​ລັງ​ບັ​ງ​ຄັບ​ໃຫ້​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ
ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ທົບ​ທວນ​ຄືນ​ໃໝ່ກ່ຽວ​ກັບ​ອົງ​ປະ ກອບຂອງ​ແຜນ​ການ ​ທີ່ຕັດ​
ການ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ ພາຍ​ໃຕ້​ຍຸດ​ທະ​ສາດ “ອາ​ເມ​ຣິ​ກາ​ກ່ອນອື່ນໝົດ.”

ທ່ານ​ແດ​ນຽລ ຣັນ​ດີ ນັກ​ວິ​ເຄາະ ​ທີ່​ສູ​ນກາງ​ຍຸດ​ທະ​ສາດ ແລະ​ຄົ້ນ​ຄວ້າ​ສາ​ກົນ (CSIS)
ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ກ່າວ​ວ່າ ເວ​ລ​າ “ຜູ້​ອະ​ວຸ​ໂສສຸດ” ​ຂອງ​ລັດ​ຖະ​ບານ​ເດີນ​ທາງ​
ໄປນອກ​ປະ​ເທດ ແລະ “ໄດ້​ເຫັນ​ຈີນ ກິນ​ເຂົ້າ​ທ່ຽງ​ຂອງ​ພວກ ເຮົາ ເຂົາ​ເຈົ້າຈຶ່ງຄຶດ​ກັບ​
ຕົນ​ເອງ​ວ່າ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ແນວ​ນຶ່ງ.”

ແລະ​ຢູ່​ໃນຈຳ​ນວນ​ຂອງ​ການເຄື່ອນ​ໄຫວ​ແບບ​ມິດງຽບ ​ທີ່ເປັນ​ຜົນ​ກະ​ທົບ​ຕໍ່​ການ​ລົງ​ທຶນ​
ຂອງ​ເອກ​ກະ​ຊົນ ການ​ຊ່ວ​ຍເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ແລ​ະການ​ໃຫ້ອຳ​ນາດ​ແກ່​ພວກ​
ແມ່​ຍິງ​ຢູ່​ໃນ​ຕ່າງ​ປະ​ເທດ​ນັ້ນ ລັດ​ຖະ​ບານ ແລະ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ຈຶ່ງ​ໄດ້​ເລີ້ມ
​ປະ​ຕິ​ບັດ​ດັ່ງກ່າວ.

ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ ​ເສັ້ນທາງ​ໄໝ​ທາງ​ລະ​ເລ​ຂອງ​ສັດ​ຕະ​ວັດ ທີ 21 "ນຶ່ງແລວທາງນຶ່ງເສັ້ນທາງ" ຂອງ​ຈີນ ສະ​ແດງ​ໃຫ້​ເຫັນ​ຢູ່ກອງ​ປະ​ຊຸມ​ການ​ເງິນ​ເຊຍ ທີ່​ຮົງ​ກົງ ວັນ​ທີ 18 ມັງ​ກອນ 2016.
ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ ​ເສັ້ນທາງ​ໄໝ​ທາງ​ລະ​ເລ​ຂອງ​ສັດ​ຕະ​ວັດ ທີ 21 "ນຶ່ງແລວທາງນຶ່ງເສັ້ນທາງ" ຂອງ​ຈີນ ສະ​ແດງ​ໃຫ້​ເຫັນ​ຢູ່ກອງ​ປະ​ຊຸມ​ການ​ເງິນ​ເຊຍ ທີ່​ຮົງ​ກົງ ວັນ​ທີ 18 ມັງ​ກອນ 2016.

ອັນ​ທີ່​ກຳ​ລັງ​ເຫັນ​ຢູ່​ນີ້​ເປັນ​ການ​ຫັນປ່ຽນນ​ະ​ໂຍ​ບາຍ​ທີ່​ສຳ​ຄັນ ປະ​ທາ​ນາ​ທິບໍດີ​ທ​ຣຳ
ໃນ​ເດືອນ​ນີ້​ ໄດ້​ເຊັນໃນອັນ​ທີ່​ຮ້ອງວ່າ ຮ່າງ​ກົດ​ໝາຍ​ສ້າງ​ສາ ຫຼື BUILD Act ທີ່ສູນ​
ກາງ CSIS ​ຊຶ່ງເປັນ​ສູນ​ກາງ​ບໍ່​ພັກ​ໄຝ່​ທາງ​ການ​ເມືອງ ກ່າວວ່າ​ເປັນ “​ເປັນ ຮ່າງ​ກົດ​
ໝາຍ​ສຳ​ຄັນ​ສຸດຂອງ​ສະ​ຫະ​ລັດ ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ ​ທາງ​ດ້ານ​ເສດ​ຖະ​ກິດ ທີ່​
ມີ​ມາຫຼາຍກວ່າ​ນຶ່ງ​ທົດ​ສະ​ວັດ.”

ຜູ້​ປົກ​ຄອງ​ອົງ​ການ​ຢູ​ເສດ ທ່າ​ນ​ມາ​ຣ​ກ໌ ກ​ຣິນ (ກາງ) ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່ ບ​າ​ລຸ​ກາ​ລີ ສູນ​ອົບ​ພະ​ຍົບ ໃນ​ຍັງ​ກ​ລາ​ແດັ​ສ.
ຜູ້​ປົກ​ຄອງ​ອົງ​ການ​ຢູ​ເສດ ທ່າ​ນ​ມາ​ຣ​ກ໌ ກ​ຣິນ (ກາງ) ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່ ບ​າ​ລຸ​ກາ​ລີ ສູນ​ອົບ​ພະ​ຍົບ ໃນ​ຍັງ​ກ​ລາ​ແດັ​ສ.

ກົດ​ໝາຍ​ໃໝ່​ນີ້​ໄດ້​ປາ​ກົດ​ອອກ​ມາ ແລະ​ຊຸກ​ຍູ້​ໃຫ້​ບັນ​ດາ​ອົງ​ການ ແລະ​ໂຄງ​ການ​
ຕ່າງໆ​ທີ່​ຄັ້ງ​ນຶ່ງ​ໄດ້​ແນ​ເປົ້າ​ໝາຍ​ຕໍ່​ການ​ຕັດ​ງົບ​ປະ​ມານຢ່າງໜັກນັ້ນ ສ້າງ​ຕັ້ງ​ອົງ ການ
​ໃໝ່​ຂຶ້ນ​ມາ ມີ​ໜ້າ​ທີ່​ໃນ​ການ​ສະ​ໜອງເງິນ​ກູ້ຢືມ ​ໃຫ້​ການ​ຄ້ຳ​ປະ​ກັນ​ຄວາມ ປອດ​ໄພ
​ຕໍ່​ການສ່ຽງ​ດ້າ​ນການ​ເມືອງ ແລະ​ດ້ານ​ຊັບ​ສິນ ​ໃນ​ການ​ລົງ​ທຶນ​ຂອງ​ບໍ​ລິ​ສັດ​ສະ​ຫະ​ລັດ
​ຢູ່​ໃນ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ຕ່າງໆ ​ນັບ​ແຕ່ ​ອັ​ຟ​ກາ​ນີິສ​ຖານ ໄປ​ຫາ​ແຊມເບຍ.

ອົງ​ການ​ໃໝ່ນີ້ ຈະ​ຮູ້​ໃນ​ຊື່ ​ບໍ​ລິ​ສັດ​ເງິນ​ທຶນເພື່ອ​ການພັດ​ທະ​ນາ​ສາກົນ​ສະ​ຫະ​ລັດ ຫຼື
USIDFC ແລະ​ມີ​ງົບ​ປະ​ມານ 60 ພັນ​ລ້ານ​ໂດ​ລາ. ​ບໍ​ລິ​ສັດ​ໃໝ່​ນີ້​ຈະ​ຈັດ​ເອົາ ບໍ​ລິ​ສັດ
​ລົງ​ທຶນ​ເອກ​ກະ​ຊົນຢູ່ນອກ​ປະ​ເທດ ຫຼື OPIC ເຂົ້າ​ຮ່ວມ​ນຳ ແລະມີ​ງົບ ປະ​ມານຫາຍ
ກວ່າ​ສອງ​ເທົ່າ ຂອງງົບ​ປະ​ມານ ​29 ພັນ​ລ້ານ​ໂດ​ລາ ທີ່ມີ​ຢູ່​ໃນ​ປັດ​ຈຸ​ບັນນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG