ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ທ່ານທຣຳ ວາງແຜນ ຈະດຳເນີນ ມາດຕະການ ທາງການຄ້າຕໍ່ ຈີນ


ຕູ້ຄອນເທນເນີ ຈີນ ຕັ້ງຢູ່ກຳປັ່ນລຳໜຶ່ງ ທີ່ທ່າກຳປັ່ນນະຄອນ Los Angeles ຫຼັງຈາກຖືກນຳເຂົ້າສູ່ສະຫະລັດ ຜ່ານທາງລັດຄາລິຟໍເນຍ. 7 ຕຸລາ, 2010.
ຕູ້ຄອນເທນເນີ ຈີນ ຕັ້ງຢູ່ກຳປັ່ນລຳໜຶ່ງ ທີ່ທ່າກຳປັ່ນນະຄອນ Los Angeles ຫຼັງຈາກຖືກນຳເຂົ້າສູ່ສະຫະລັດ ຜ່ານທາງລັດຄາລິຟໍເນຍ. 7 ຕຸລາ, 2010.

ລັດຖະບານທ່ານ ທຣຳ ແມ່ນກຳລັງພິຈາລະນາວ່າ ຈະລິເລີ່ມການກະທຳທີ່ອາດນຳໄປ
ສູ່ ສະຫະລັດ ວາງອັດຕາພາສີ ແລະ ຂໍ້ກຳນົດ ທາງການຄ້າອື່ນໆຕໍ່ການນຳເຂົ້າສິນຄ້າ
ຂອງ ຈີນ ຫຼື ບໍ່.

ບັນດາສື່ມວນຊົນ ສະຫະລັດ ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະສັ່ງໃຫ້ ຜູ້ແທນ
ການຄ້າ ສະຫະລັດ ທ່ານ Robert Lighthizer ເລີ່ມການສືບສວນສອບສວນ ກ່ຽວກັບ
ການປະຕິບັດທາງການຄ້າຂອງ ຈີນ ພາຍໃຕ້ພາກສ່ວນໜຶ່ງ ຂອງກົດໝາຍການຄ້າປີ
1974. ພາກສ່ວນດັ່ງກ່າວ ເພັ່ງເລັງໃສ່ການປົກປ້ອງບັນດາອຸດສາຫະກຳ ສະຫະລັດ
ຈາກ ການປະຕິບັດທາງການຄ້າທີ່ບໍ່ຍຸຕິທຳຂອງຕ່າງປະເທດ.

ບັນດາເຈົ້າໜ້າທີ່ລັດຖະບານ ກ່າວວ່າ ການປະກາດຢ່າງເປັນທາງການ ອາດມີຂຶ້ນພາຍ
ໃນສອງສາມວັນຂ້າງໜ້ານີ້.

ປະທານາທິບໍດີ ທຣຳ ແລະ ສະມາຊິກຄະນະເສດຖະກິດຂອງທ່ານ ໄດ້ ກ່າວຫາ ຈີນ
ມາດົນນານແລ້ວ ກ່ຽວກັບ ການພົວພັນໃນການປະຕິບັດທາງການຄ້າທີ່ໄດ້ສົ່ງຜົນບໍ່ດີຕໍ່
ທຸລະກິດຂອງຊາວ ອາເມຣິກັນ, ນັບຈາກ ການນຳເຂົ້າເຫຼັກເກີນປະລິມານ ຫາການລັກ
ຂະໂມຍດ້ານຊັບສິນທາງປັນຍາ. ໃນບົດຄວາມເຫັນສະບັບໜຶ່ງທີ່ພິມເຜີຍ​ແຜ່ ໃນໜັງສື
ພິມ Wall Street Jounal ເມື່ອວັນອັງຄານວານນີ້, ລັດຖະມົນຕີກະຊວງການຄ້າ ທ່ານ
Wilbur Ross ໄດ້ກ່າວຫາ ຈີນ, ເຊັ່ນດຽວກັບ ຢູໂຣບ, ກ່ຽວກັບ ການເກື້ອໜູນ ການສົ່ງ
ອອກຂອງເຂົາເຈົ້າ ຜ່ານວິທີການຕ່າງໆເຊັ່ນ “ເງິນຊ່ວຍເຫຼືອ, ເງິນກູ້ຢືມດອກເບ້ຍຕໍ່າ,
ການເກື້ອໜູນພະລັງງານ, ການຈ່າຍເງິນພາສີມູນຄ່າເພີ່ມພິເສດ”
ແລະ ວິທີການອື່ນໆ
ອີກ.

ເຖິງແມ່ນ​ໄດ້​ມີຕຳໜິກໍຕາມ, ​ແຕ່ລັດຖະບານທ່ານ ທຣຳ ກໍໄດ້ກ່າວເນັ້ນ ເຖິງການຮ່ວມ
ມືກັບ ປັກກິ່ງ ໃນລະຫວ່າງການເຂົ້າຮັບໜ້າທີ່ 6 ເດືອນທຳອິດຂອງເຂົາເຈົ້າ. ແຕ່ການ
ເຈລະຈາການຄ້າສອງຝ່າຍໃນເດືອນແລ້ວນີ້ ແມ່ນໄດ້ຈົບລົງດ້ວຍການບໍ່ມີ ຂໍ້ຕົກລົງ
ຫຍັງນຳກັນ, ແລະ ລັດຖະບານຂອງທ່ານ ກໍໄດ້ມີຄວາມອຶດອັດຍິ່ງຂຶ້ນກັບ ການບໍ່ເອົາ
ໃຈໃສ່ຂອງ ຈີນ ເພື່ອກົດດັນ ເກົາຫຼີເໜືອ ໃຫ້ລະງັບໂຄງການນິວເຄລຍ ແລະ ລູກສອນ
ໄຟຂີປະນາວຸດຂອງພວກເຂົາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG