ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ບານ​ທ່ານ ທ​ຣຳ ເຄື່ອນ​ໄຫວ ເພື່ອ​ກຳ​ຈັດ ຢ​າ​ສູບ​ໄຟ​ຟ້າ ທີ່​ມີ​ກິ່ນ​ລົດ​ຊາດ


ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ນັ່ງ​ຟັງ ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເວົ້າ ກ່ຽວ​ກັບ ແຜນ​ການ​ທີ່​ຈະ​ຫ້າມ​ໃຊ້​ຢາ​ສູບ​ໄຟ​ຟ້າ​ທີ່​ມີ​ກິ່ນ​ລົດ​ຊາດ​ສ່ວນຫຼາຍ, ໃນ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ, ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 11 ກັນ​ຍາ, 2019.
ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ນັ່ງ​ຟັງ ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເວົ້າ ກ່ຽວ​ກັບ ແຜນ​ການ​ທີ່​ຈະ​ຫ້າມ​ໃຊ້​ຢາ​ສູບ​ໄຟ​ຟ້າ​ທີ່​ມີ​ກິ່ນ​ລົດ​ຊາດ​ສ່ວນຫຼາຍ, ໃນ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ, ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 11 ກັນ​ຍາ, 2019.

“ປະ​ຊາ​ຊົນ​ແມ່ນ​ກຳ​ລັງ​ຈະ​ຕາຍ​ຍ້ອນການ​ດູດກອກ​ຢາ​ໄຟ​ຟ້າ,” ລວມ​ທັງ​ເດັກ​ນ້ອຍ,
ນັ້ນແມ່ນຄຳເວົ້າຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນພຸດວານນີ້
ໃນຂະນະທີ່ລັດຖະບານຂອງທ່ານ ໄດ້ປະກາດຄວາມຫວັງຂ​ອງ​ເຂົາ​ເຈົ້າ​ທີ່​ຈະ​ກຳ​ຈັດ​
ສານໃຫ້ກິ່ນສ່ວນຫຼາຍທີ່ຖືກຂາຍໃນປະເທດ ສຳລັບກອກຢາໄຟຟ້າ ຫຼື Vaping ນັ້ນ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຈັດ​ກອງ​ປະ​ຊຸມ​ໃນ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີໃນ​ວັນ​ພຸດ​ວານນີ້
ກ່ຽວກັບ ກອກຢາໄຟຟ້າ ຫຼັງຈາກຢ່າງໜ້ອຍຫົກຄົນໄດ້ເສຍຊີວິດ ແລະ ອີກຫຼາຍຮ້ອຍ
ຄົນໄດ້ລົ້ມປ່ວຍທົ່ວປະເທດ ໃນຫຼາຍເດືອນທີ່ຜ່ານມາຍ້ອນພະຍາດລຶກລັບ ທີ່ເຊື່ອມ
ໂຍງກັບການສູບກອກຢາໄຟຟ້ານັ້ນ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ກອກ​ຢາ​ໄຟ​ຟ້າ ແມ່ນ​ທຸ​ລະ​ກິດ​ທີ່​ໃຫຍ່ຫຼາຍ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​
ເຂົ້າໃຈ. ມັນບໍ່ແມ່ນສິ່ງທີ່ດີ. ມັນແມ່ນບັນຫາໃຫຍ່.

ກອກ​ຢາ​ໄຟ​ຟ້າ​ຖືກໂຄ​ສະ​ນາ​ວ່າ ​ເປັນ​ທາງ​ເລືອກ​ອື່ນ​ທີ່​ປອດ​ໄພ​ກວ່າ ສຳ​ລັບ​ຜູ້​ສູບ​ຢາ​
ທີ່ຕິດສານນິໂຄທີນ. ແຕ່ການເຈັບປ່ວຍ ພ້ອມກັບການໂຄສະນາຂາຍຜະລິດຕະພັນທີ່
ກິ່ນລົດຊາດ ເພື່ອດຶງດູດເຍົາວະຊົນຫຼາຍລ້າຍຄົນໃຫ້ມີນິໄສສູບຢານັ້ນ ແມ່ນໄດ້ກໍ່ໃຫ້
ເກີດຄວາມເປັນຫ່ວງກັນໃຫຍ່ຫຼວງ.

ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າ​ວ​ວ່າ ການ​ສູບກອກ​ຢາ​ໄຟ​ຟ້າ​ແມ່ນ​ຄວາມ​ເປັນ​ຫ່ວງ​ທີ່​ໃຫຍ່
ຫຼວງ ໃນຄອບຄົວຂອງທ່ານເອງ, ເຊິ່ງລວມທັງທ້າວ ບາຣອນ ລູກຊາຍຂອງເພິ່ນທີ່ມີ
ອາຍຸ 13 ປີ.

ທ່ານ ທ​ຣຳ ໄດ້​ກ່າວ, ໃນ​ຂະ​ນະ​ທີ່​ນັ່ງ​ຢູ່​ທາງ​ຂ້າງ​ພັນ​ລະ​ຍາ, ທ່ານ​ນາງ ເມ​ລາ​ເນຍ​ ວ່າ
“ລາວມີລູກຊາຍ, ລາວມີຄວາມຮູ້ສຶກທີ່ແຂງແກ່ນ ກ່ຽວກັບ ມັນຫຼາຍ. ລາວເຄີຍເຫັນ
ມັນແລ້ວ.”

ພ້ອມ​ກັນ​ນັ້ນຜູ້​ທີ່​ຢູ່​ໃນ​ການ​ປຶກ​ສາ​ຫາ​ລື​ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ນັ້ນ ແມ່ນລັດ​ຖະ​
ມົນຕີກະຊວງສາທາລະນະສຸກ ແລະ ການບໍລິການມະນຸດ ທ່ານ ອາເລັກຊ໌ ອາຊາ ແລະ
ວ່າການກຳມາທິການຂອງອົງການອາຫານ ແລະ ຢາ, ທ່ານ ເນັດ ຊາບເລັສ໌.

ທ່ານ ອາ​ຊາ ໄດ້​ກ່າວຕໍ່​ບັນ​ດາ​ນັກຂ່າວ​ໃນ​ເວ​ລາ​ຕໍ່​ມາ​ວ່າ “ຂໍ້​ມູນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ
ພວກເດັກນ້ອຍແມ່ນກຳລັງເລີ່ມເຂົ້າຫາຜະລິດຕະພັນພວກນີ້ ເຖິງແມ່ນພວກເຮົາໄດ້
ທຳຄວາມພະຍາຍາມຢ່າງສຸດຂີດແລ້ວ ເພື່ອບັງຄັງໃຊ້ມັນກໍຕາມ. ສະນັ້ນ, ພວກເຮົາ
ຕ້ອງໄດ້ກຳຈັດຜະລິດຕະພັນທີ່ມີລົດຊາດດຶງດູດຄົນພວກນີ້ອອກໄປຈາກຕະຫຼາດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG