ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ ທ. ​ທ​ຣຳ ອາດ​ພາດ​​ເສັ້ນ​ຕາຍ ທີ່​ຈະ​ສົ່ງ ​ລາຍ​ງານ ກ່ຽວ​ກັບ ​ການ​ຕາຍ​ຂອງ ​ທ. ຄາ​ຊອກ​ກີ


ພາບ​ຂອງ​ນັກ​ຂ່າວ​ຊາວ​ຊາ​ອຸດ​ີ ທ່ານຈາ​ມາ​ລ ຄາ​ຊອກ​ກີ ແມ່ນ​ໄດ້​
ຖືກຈັດ​ສະ​ແດງ​ຂຶ້ນ​ກ່ອນ​ພິ​ທີ​ງານລະ​ລຶກ​ເຖິງ​ທ່ານ ທີ່​ວໍ​ຊີງ​ຕັນ, 2 ພະ​ຈິກ 2018.
ພາບ​ຂອງ​ນັກ​ຂ່າວ​ຊາວ​ຊາ​ອຸດ​ີ ທ່ານຈາ​ມາ​ລ ຄາ​ຊອກ​ກີ ແມ່ນ​ໄດ້​ ຖືກຈັດ​ສະ​ແດງ​ຂຶ້ນ​ກ່ອນ​ພິ​ທີ​ງານລະ​ລຶກ​ເຖິງ​ທ່ານ ທີ່​ວໍ​ຊີງ​ຕັນ, 2 ພະ​ຈິກ 2018.

ລັດ​ຖະ​ບານ​ຂອງທ່ານ​ທ​ຣຳ ໄດ້​ໃຫ້​ສັນ​ຍານວ່າ ທ່ານ​ອາດ​ຈະ​ບໍ່​ບັນ​ລຸ​ເສັ້ນ​ຕາຍ ທີ່​ຈະ
​ບອກ​ກັບ​ລັດ​ຖະ​ສະ​ພາ​ວ່າ ທ່ານ​ນັ້ນມີ​ຄວາມ​ຕັ້ງ​ໃຈ​ຈະ​ລົງ​ໂທດ ຫຼື​ບໍ່ ຕໍ່​ຜູ້​ໃດ​ກໍ​ຕາມ
ທີ່​ໄດ້​ສັງ​ຫານ​ນັກ​ຂ່າວ​ຊາວ​ຊາ​ອຸ​ດີ ທ່ານ​ຈາ​ມາ​ລ ຄາ​ຊອກ​ກີ ນັ້ນ.

ສະ​ພາ​ສູງ ​ໃ​ຫ້​ເວ​ລາແກ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຈົນ​ຮອດ​ມື້​ວັ​ນ​ສຸກວານ​ນີ້
ທີ່​ຈະຕັດ​ສິນ ວ່າ ແມ່ນ​ຜູ້​ໃດ ເປັນ​ຄົນ​ຮັບ​ຜິດ​ຊອບ​ຕໍ່​ການ​ຕາຍ​ຂອງ​ທ່ານຄາ​ຊອກ​ກີ
ຜູ້​ຊຶ່ງ​ໄດ້​ຖືກ​ສັງ​ຫານໂດຍ​ພວກ​ສັງ​ຫານ​ຊາວຊາ​ອຸ​ດີ ໃນ​ສະ​ຖານ​ກົງ​ສູນ​ຂອງ​ລາດ​ຊະ​
ອາ​ນາ​ຈັກ ທີ່​ນະ​ຄອນ​ອິ​ສ​ຕັນ​ບູ​ລ, ເທີ​ກີ ໃນ​ເດືອນ​ຕຸ​ລາ​ປີ​ກາຍ​ນີ້.

ພວກ​ຜູ້​ນຳ​ຂອງ​ສະ​ພາ ໄດ້​ສັ່ງ​ລາຍ​ງານ​ໃນ​ເດືອນຕຸ​ລາ​ປີ​ກາຍ​ນີ້, ໃຫ້​ໂອ​ກາດ​ແກ່
ລັດ​ຖະ​ບານ​ ຊຸດ​ນີ້ ເປັນ 120 ວັນ ທີ່​ຈະ​ໃຫ້​ໄດ້​ຜົນ​ສະ​ຫຼຸບ.

ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ຂອງລັດ​ຖະ​ບານ​ ໄດ້​ກ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ ​
ສາ​ມາດ​ທີ່​ຈະ​ປະ​ຕິ​ເສດ ຕໍ່​ການ​ເອົາ​ບາດ​ກ້າວ​ຂອງ​ລັດ​ຖະ​ສະ​ພາທີ່ຮ້ອງຮຽນ
​ໄປ​ນັ້ນ ວ່າ ເມື່ອໃດ​ມັນ​ຈຶ່ງ​ເຫັນ​ສົມ​ຄວນ.

ເຈົ້າ​ໜ້າ​ທີ່​ ໄດ້​ກ່າວ​ວ່າ ກະ​ຊວງ​ການ​ຕ່າງ​ປະ​ເທດ ແມ່ນ​ກຳ​ກັບ​ໃຫ້​ຂໍ້​ມູນ​ຫຼ້າ​ສຸດ
ແບບ​ເປັນ​ປະ​ຈຳຢູ່​ແລ້ວ ກ່ຽວ​ກັບ​ສະ​ຖາ​ນະ​ຂອງ​ການ​ເອົາ​ບາດ​ກ້າວ ທີ່​ພົວ​ພັນ​
ກັບ​ການ​ສັງ​ຫານ​ທ່ານຄາ​ຊອກ​ກີ ​ແລະ​ຮັບ​ຊາບ​ວ່າ ສະ​ຫະ​ລັດ ແມ່ນ​ໄດ້​ທຳ​ການ
​ລົງ​ໂທດ​ຕໍ່ບັນ​ດາ​ເຈົ້າ​ໜ້າ​ຊາວ​ຊາອຸ​ດີ​ແລ້ວ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ດຳ​ເນີນ​ງານ​ໃນ​ວັນ​ພະ​ຫັດ​ຜ່ານ​ມາ​ນີ້ ​ທີ່​ຍຶດ​ເອົາ
​ວີ​ຊາ​ຂອງພວກເຈົ້າ​ໜ້າ​ທີ່ຊາວ​ຊາ​ອຸ​ດີ ເກືອບ​ວ່າ 20 ກວ່າ​ຄົນ ແລະໂຈະການ
ເຂົ້າເຖິງ​ແຫຼ່ງ​ທຶນ​ຮອນ ຊັບ​ສິນ​ຕ່າງ​ໆ ຂອງ​ອີກ 17 ຄົນ.

ທ່ານຄາ​ຊອກ​ກີ ແມ່ນ​ນັກ​ຂຽນ​ຄໍ​ລຳ​ຂອງ​ໜັງ​ສື​ພິມ Washington Post
ຜູ້​ຊຶ່ງ​ໄດ້​ຂຽນ​ຕຳ​ໜິ​ຕິ​ຕຽນ​ອົງ​ມົງ​ກຸດ​ລາດ​ກຸມ​ມານ​ຂອງ​ຊາວ​ອຸ​ດີ ໂມ​ຮາ​ແມັດ
ບິ​ລ ຊາ​ລມານ. ສາກ​ສົບ​ຂອງ​ຜູ້​ກ່ຽວ​ ແມ່ນ​ ​ຍັງ​ບໍ່​ທັນ​ໄດ້​ພົບ​ເຫັນ​ເທື່ອ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG