ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໘ ເມສາ ໒໐໒໕

ລັດຖະບານຂອງ ທ່ານ ທຣໍາ ຍຸຕິການຈ້າງງານພະນັກງານລັດຖະບານ ທີ່ຢູ່ໃນຊ່ວງທົດລອງງານ


ທ່ານ ອີລອນ ມັສຄ໌ ຢືນຟັງ ໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣໍາ ກ່າວຄໍາປາໄສ ຢູ່ຫ້ອງການໃນທໍານຽບຂາວ, ນະຄອນຫຼວງວໍຊິງຕັນ, ວັນທີ 11 ກຸມພາ 2025.
ທ່ານ ອີລອນ ມັສຄ໌ ຢືນຟັງ ໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣໍາ ກ່າວຄໍາປາໄສ ຢູ່ຫ້ອງການໃນທໍານຽບຂາວ, ນະຄອນຫຼວງວໍຊິງຕັນ, ວັນທີ 11 ກຸມພາ 2025.

ໃນວັນພະຫັດວານນີ້, ລັດຖະບານຂອງ ທ່ານ ທຣໍາ ໄດ້ເພີ້ມຄວາມພະຍາຍາມຂອງຕົນຢ່າງຫຼວງຫຼາຍ ເພື່ອຫຼຸດຜ່ອນຂະໜາດກໍາລັງແຮງງານຂອງລັດຖະບານກາງລົງ, ເຊິ່ງເຮັດໜ້າທີ່ເປັນຜູ້ຈ້າງງານທີ່ໃຫຍ່ທີ່ສຸດຂອງປະເທດ, ໂດຍສັ່ງໃຫ້ໜ່ວຍງານຕ່າງໆປົດພະນັກງານໃນຊ່ວງທົດລອງທີ່ຍັງບໍ່ທັນໄດ້ຮັບການຄຸ້ມຄອງຈາກໜ່ວຍງານພົນລະເຮືອນເກືອບທັງໝົດນັ້ນອອກ, ເຊິ່ງອາດຈະສົ່ງຜົນກະທົບຕໍ່ພະນັກງານຈໍານວນຫຼາຍແສນຄົນ.

ນອກຈາກນີ້, ບັນດາໜ່ວຍງານຈໍານວນນຶ່ງ ກໍ່ໄດ້ຮັບການເຕືອນວ່າ ອາດຈະມີການຕັດວຽກຈໍານວນຫຼາຍໃນອີກບໍ່ດົນນີ້.

ການຕັດສິນໃຈກ່ຽວກັບພະນັກງານໃນຊ່ວງທົດລອງ, ຜູ້ທີ່ໂດຍທົ່ວໄປແລ້ວ ຢູ່ໃນຊ່ວງເວລາຂອງການເຮັດວຽກໜ້ອຍກວ່າ 1 ປີ, ແມ່ນມາຈາກຫ້ອງການຄຸ້ມຄອງບຸກຄະລາກອນ, ເຊິ່ງເຮັດໜ້າທີ່ເປັນພະແນກຊັບພະຍາກອນສ່ວນບຸກຄົນຂອງລັດຖະບານກາງ. ການແຈ້ງເຕືອນນີ້ ໄດ້ຮັບການຢືນຢັນຈາກບຸກຄົນທີ່ລື້ງເຄີຍກັບເລື່ອງດັ່ງກ່າວ, ໂດຍບໍ່ຂໍເປີດເຜີຍຊື່ເນື່ອງຈາກບໍ່ໄດ້ຮັບອະນຸຍາດໃຫ້ເວົ້າກ່ຽວກັບເລື້ອງນີ້ຕໍ່ສາທາລະນະ.

ຄາດວ່າ ນີ້ຈະເປັນບາດກ້າວທຳອິດເພື່ອຍຸຕິການຈ້າງງານຂະໜາດໃຫຍ່ທົ່ວລັດຖະບານກາງ. ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ທໍາການລົງນາມໃນດໍາລັດປະທານາທິບໍດີຂອງວັນອັງຄານທີ່ຜ່ານມາ ເຊິ່ງໄດ້ສັ່ງໃຫ້ຜູ້ນໍາຂອງໜ່ວຍງານຕ່າງໆ ວາງແຜນສໍາລັບ “ການຫຼຸດຈໍານວນພະນັງງານລົງຢ່າງຫຼວງຫຼາຍ.”

ທ່ານ ອີລອນ ມັສຄ໌, ຜູ້ທີ່ປະທານາທິບໍດີ ດໍໂນລ ທຣໍາ ໄດ້ໃຫ້ສິດເສລີພາບຢ່າງກວ້າງຂວາງໃນການຫຼຸດຜ່ອນການໃຊ້ຈ່າຍຂອງລັດຖະບານ ໂດຍຜ່ານກະຊວງປະສິດທິພາບຂອງລັດຖະບານ, ໃນວັນພະຫັດວານນີ້ ລາວໄດ້ຮຽກຮ້ອງໃຫ້ປະເທດ “ລຶບລ້າງໜ່ວຍງານທັງໝົດ” ອອກຈາກລັດຖະບານກາງ.

ທ່ານ ມັສຄ໌ ກ່າວຜ່ານການໂອ້ລົມທາງວີດີໂອໂທລະສັບ ຕໍ່ກອງປະຊຸມສຸດຍອດສໍາລັບລັດຖະບານໂລກ ທີ່ຈັດຂຶ້ນໃນນະຄອນດູໄບ ສະຫະລັດອາຣັບເອເມີເຣັສວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຈໍາເປັນຕ້ອງໄດ້ລຶບລ້າງໜ່ວຍງານຕ່າງໆທັງໝົດ ແທນທີ່ຈະປ່ວຍປະໜ່ວຍງານທັງຫຼາຍເຫຼົ່ານີ້ໄວ້ເບື້ອງຫຼັງ, ຖ້າພວກເຮົາບໍ່ເອົາຮາກຂອງຫຍ້າອອກ, ມັນກໍຈະກັບມາເຕີບໃຫຍ່ຄືນໃໝ່ໄດ້ອີກຄັ້ງ.”

ທ່ານ ພອລ ໄລທ໌ (Paul Light), ຜູ້ຊ່ຽວຊານດ້ານລັດຖະບານກາງ ແລະສາດສະດາຈານກິດຕິມະສັກສໍາລັບການບໍລິການສັງຄົມ ຂອງມະຫາວິທະຍາໄລນິວຢອກ ກ່າວໂດຍໃຫ້ຂໍ້ສັງເຫດວ່າ ຝ່າຍບໍລິຫານຂອງລັດຖະບານ ກໍາລັງ “ປະດິດວິທີການໃໝ່ໆ ເພື່ອທໍາລາຍຄວາມອາດສາມາດຂອງລັດຖະບານ.”

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

WASHINGTON (AP) — The Trump administration on Thursday intensified its sweeping efforts to shrink the size of the federal workforce, the nation's largest employer, by ordering agencies to lay off nearly all probationary employees who had not yet gained civil service protection — potentially affecting hundreds of thousands of workers.

In addition, workers at some agencies were warned that large workplace cuts would be coming.

The decision on probationary workers, who generally have less than a year on the job, came from the Office of Personnel Management, which serves as a human resources department for the federal government. The notification was confirmed by a person familiar with the matter, who spoke on condition of anonymity because they were not authorized to discuss the matter publicly.

It's expected to be the first step in sweeping layoffs throughout the federal government. President Donald Trump signed an executive order Tuesday that told agency leaders to plan for "large-scale reductions in force."

Elon Musk, whom President Trump has given wide leeway to slash government spending with his Department of Government Efficiency, called on Thursday for the country to "delete entire agencies" from the federal government.

"I think we do need to delete entire agencies as opposed to leave a lot of them behind," Musk said as he spoke via a videocall to the World Governments Summit in Dubai, United Arab Emirates. "If we don't remove the roots of the weed, then it's easy for the weed to grow back."

Paul Light, an expert on the federal government and professor emeritus of public service at New York University, said it seemed like the administration was "inventing new methods for destroying government capacity."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG