ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານທ່ານ ທຣໍາ ວາງຂໍ້ຈໍາກັດ ຕໍ່ນັກການທູດ ຈີນ ໃນ ສະຫະລັດ


ສະຖານເອກອັກຄະລັດຖະທູດ ຈີນ ໃນນະຄອນຫລວງ ວໍຊິງຕັນ
ສະຖານເອກອັກຄະລັດຖະທູດ ຈີນ ໃນນະຄອນຫລວງ ວໍຊິງຕັນ

ກະຊວງການຕ່າງປະເທດຂອງສະຫະລັດໄດ້ວາງຂໍ້ຈໍາກັດຊຸດໃໝ່ອອກມາ ຕໍ່ພວກນັກການທູດຂອງຈີນ ທີ່ເຮັດວຽກຢູ່ໃນສະຫະລັດ.

ຢູ່ພາຍໃຕ້ກົດລະບຽບໃໝ່ທີ່ປະກາດອອກມາໃນວັນພຸດວານນີ້ ໂດຍທ່ານໄມຄ໌ ພອມພຽວ, ລັດຖະ ມົນຕີກະຊວງການຕ່າງປະເທດ ສະຫະລັດ ນັ້ນ, ບັນດານັກການທູດຂັ້ນສູງ ຂອງຈີນຈະຕ້ອງໄດ້ຮັບອະນຸຍາດລ່ວງໜ້າກ່ອນ ຈຶ່ງໄປຢ້ຽມວິທະຍາຄານຂອງມະຫາວິທະຍາໄລຕ່າງໆ ແລະ ພົບກັບເຈົ້າ ໜ້າທີ່ທ້ອງຖິ່ນໄດ້, ແລະ ສາມາດຈັດງານດ້ານວັດທະນະທໍາຢູ່ນອກສະຖານເອກອັກຄະລັດຖະທູດ ຫລື ສະຖານກົງສຸນຂອງ ຈີນ ໄດ້ຖ້າຫາກມີຄົນໄປຟັງຫລາຍກວ່າ 50 ຄົນຂຶ້ນໄປ.

ທ່ານພອມພຽງຍັງໄດ້ກ່າວອີກວ່າ ຄະນະລັດຖະບານຈະຮຽກຮ້ອງໃຫ້ລັດຖະບານ ຈີນ ລະບຸບັນຊີສື່ສັງຄົມອອນລາຍຂອງທາງການຢ່າງຖືກຕ້ອງ.

ທ່ານ ພອມພຽວເວົ້າວ່າ ການວາງລະບຽບທີ່ຄ້າຍຄືກັນກັບກົດລະບຽບທີ່ວາງອອກມາຕໍ່ບັນດານັກການທູດຂອງ ສະຫະລັດ ຢູ່ໃນ ຈີນ ແມ່ນເຫດຜົນທີ່ພາໃຫ້ມີການວາງຂໍ້ຈໍາກັດດັ່ງກ່າວອອກມາຕໍ່ນັກການທູດຂອງ ຈີນ ໃນ ສະຫະລັດ.

ທ່ານກ່າວວ່າ “ພວກເຮົາກໍພຽງແຕ່ຮຽກຮ້ອງໃຫ້ປະຕິບັດຕອບກັບຄືນເທົ່ານັ້ນ.”

ສະຖານເອກອັກຄະລັດຖະທູດ ຈີນ ໃນນະຄອນຫລວງວໍຊິງຕັນ ໄດ້ອອກຖະແຫລງການສະບັບນຶ່ງ ທີ່ເອີ້ນການເຄື່ອນໄຫວດັ່ງກ່າວວ່າເປັນ “ການຈໍາກັດ ແລະອຸປະ ສັກທີ່ໄຮ້ເຫດໄຮ້ຜົນອີກອັນນຶ່ງ.”

ຂໍ້ຈໍາກັດໃໝ່ດັ່ງກ່າວຕໍ່ພວກນັກການທູດ ຈີນ ໃນ ສະຫະລັດ ເປັນສັນຍານທີ່ສະແດງ ໃຫ້ເຫັນສາຍພົວພັນທີ່ເຊື່ອມໂຊມລົງໄປລະຫວ່າງສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ, ຊຶ່ງລວມທັງການຄ້າ, ເທັກໂນໂລຈີ, ກົດໝາຍຄວາມໝັ້ນຄົງໃໝ່ທີ່ປັກກິ່ງໄດ້ວາງອອກມາຕໍ່ຮົງກົງ ແລະການປະພຶດທີ່ນັບມື້ນັບຮຸນແຮງຂຶ້ນຂອງ ຈີນ ຕໍ່ ໄຕ້ຫວັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG