ຄະນະລັດຖະບານຂອງ ປະທານາທິບໍດີ ດໍໂນລ ທຣຳ ວາງແຜນຈະຫລຸດຈຳນວນ ອົບພະຍົບທີ່ໄດ້ຮັບອະນຸຍາດໃຫ້ເຂົ້າມາໃນສະຫະລັດ ລົງຢ່າງຫຼວງຫຼາຍ ໃນປີ
ໜ້ານີ້ ເຖິງແມ່ນວ່າ ຈະມີການຂໍຮ້ອງຈາກກຸ່ມມະນຸດສະທຳຕ່າງໆ ສະຫະລັດ
ຄວນຈະຮັບເອົາຜູ້ຄົນໃຫ້ເຂົ້າມາໃນປະເທດຫຼາຍຂຶ້ນກວ່າເກົ່າ.
ທຳນຽບຂາວ ໄດ້ປະກາດ ໃນບົດລາຍງານສະບັບນຶ່ງ ຕໍ່ລັດຖະສະພາ ໃນວັນພຸດ
ວານນີ້ວ່າ ສະຫະລັດ ວາງແຜນຈະຮັບເອົາອົບພະຍົບບໍ່ກາຍ 45,000 ຄົນ ໃນປີ
ໜ້ານີ້ ເຊິ່ງຈະເປັນຈຳນວນທີ່ນ້ອຍທີ່ສຸດ ໃນຮອບກວ່າ 35 ປີກວ່າໆ.
ອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ສະເໜີໃຫ້ຮັບເອົາອົບພະຍົບຫຼາຍ
ກວ່າຈຳນວນດັ່ງກ່າວເຖິງ 2 ເທົ່າ ຄື 110,000 ຄົນ ໃນລະຫວ່າງ 12 ເດືອນຕໍ່ໜ້າ.
ຄາດກັນວ່າ ທ່ານທຣຳ ຈະປະກາດແຜນການຮັບເອົາອົບພະຍົບໃໝ່ ຢ່າງເປັນ
ທາງການໃນສອງສາມມື້ຂ້າງໜ້ານີ້. ຂໍ້ຈຳກັດໃໝ່ ໃນການເອົາພວກອົບພະຍົບ
45,000 ຄົນ ຈະເລີ້ມມີຜົນບັງຄັບໃຊ້ໃນສົກງົບປະມານປະຈຳປີ 2018 ຂອງ
ສະຫະລັດ ທີ່ເລີ່ມຕົ້ນໃນວັນອາທິດຈະມາເຖິງນີ້. ມັນເປັນຕົວເລກ ທີ່ຕ່ຳກວ່າ
ຂໍ້ຈຳກັດ ທີ່ໄດ້ກຳນົດໄວ້ໃນແຕ່ລະປີ ນັບຕັ້ງແຕ່ ສະຫະລັດໄດ້ສ້າງຕັ້ງໂຄງການ
ອົບພະຍົບຂຶ້ນມາ ໃນປີ 1980.
ພາຍໃນນຶ່ງປີເຕັມ ຈຳນວນທັງໝົດຂອງອົບພະຍົບ ທີ່ໄດ້ຮັບອະນຸຍາດໃຫ້ເຂົ້າມາ ໃນປະເທດສຳລັບງົບປະມານປະຈຳປີ 2017 ເຊິ່ງຈະສິ້ນສຸດລົງໃນທ່ຽງຄືນຂອງ
ວັນເສົານີ້ ແມ່ນຄາດກັນວ່າ ຈະມີຢູ່ປະມານ 54,000 ຄົນ. ໃນລະຫວ່າງສົກງົບ
ປະມານປີ 2016 ຊຶ່ງເປັນປີສຸດທ້າຍໃນການດຳລົງຕຳແໜ່ງສອງສະໄໝຂອງ
ທ່ານ ໂອບາມາ ນັ້ນ ສະຫະລັດ ໄດ້ຮັບເອົາອົບພະຍົບ 84,995 ຄົນ.
ບັນດານັກຊ່ຽວຊານ ດ້ານຄົນເຂົ້າເມືອງ ໄດ້ໃຫ້ຂໍ້ສັງເກດເຖິງ ຕົວເລກ 45,000
ນັ້ນ ແມ່ນ “ຂີດຈຳກັດ” ຫຼື ຈຳນວນສູງສຸດຂອງອົບພະຍົບ ທີ່ສາມາດໄດ້ຮັບອະນຸ
ຍາດໃຫ້ເຂົ້າປະເທດ ໃນລະຫວ່າງ 12 ເດືອນຂ້າງໜ້າ ແລະພວກເຂົາເຈົ້າໄດ້
ກ່າວວ່າ ຈຳນວນອົບພະຍົບ ທີ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດທີ່ແທ້ຈິງພາຍ
ໃນວັນທີ 30 ກັນຍາ ປີ 2018 ນັ້ນ ອາດຈະຕ່ຳກວ່ານັ້ນ ຢ່າງຫຼວງຫຼາຍ.
ສ່ວນພວກຜູ້ທີ່ຈະຍື່ນຄຳຮ້ອງຂໍເປັນອົບພະຍົບ ແມ່ນຈະຖືກພິຈາລະນາຕັດສິນ
ອີງຕາມເງື່ອນໄຂຈຳນວນນຶ່ງ ດັ່ງທີ່ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ ແຕ່
ກໍຍັງຈະມີ ຈຳນວນອົບພະຍົບສຳລັບເຂດຕ່າງໆ ທີ່ກຳນົດໄວ້ຢ່າງສະເພາະ
ເຈາະຈົງ.
ໂຕເລກທີ່ກະຊວງການຕ່າງປະເທດ ໄດ້ສົ່ງໄປໃຫ້ລັດຖະສະພາ ໃນວັນພຸດວານນີ້
ສະແດງໃຫ້ເຫັນວ່່າ ອົບພະຍົບ 19,000 ຄົນ ຄື 42 ເປີເຊັນ ຂອງຈຳນວນທັງໝົດ
ອາດຈະມາຈາກທະວີບອາຟຣິກາ. ສ່ວນໂຕເລກອື່ນໆ ທີ່ລວມມີ ພວກທີ່ມາຈາກ
ພາກຕາເວັນອອກກາງ ແລະ ເອເຊຍໃຕ້ ໄດ້ຕັ້ງໄວ້ 17,000 ຄົນ ຫຼື 39 ເປີເຊັນ
ແລະ ຈຳນວນ 5,000 ຄົນແມ່ນສຳລັບອົບພະຍົບຈາກເຂດເອເຊຍຕາເວັນອອກ,
2,000 ຄົນ ຈາກຢູໂຣບ ແລະ 1,500 ຄົນຈາກອາເມຣິກາ ລາຕິນ ແລະ ເຂດ
ກາຣີບຽນ.