ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ລັດຖະບານ ທ່ານທຣຳ ຂະຫຍາຍ ການບັງຄັບໃຊ້ ກົດໝາຍ ຄົນເຂົ້າເມືອງ


ພວກສະໜັບສະໜູນ ຖືປ້າຍ ໃນລະຫວ່າງການໂຮມຊຸມນຸມ ເພື່ອຮຽກຮ້ອງບໍ່ໃຫ້ເນລະເທດ ແມ່ຍິງຊາວເມັກຊິໂກ ນາງ Jeanette Vizguerra, ຜູ້ທີ່ສະແຫວງຫາທາງເພື່ອຫລີກລ່ຽງການຖືກເນລະເທດ ອອກຈາກສະຫະລັດ, ຢູ່ດ້ານນອກຫ້ອງການ ບັງຄັບໃຊ້ກົດໝາຍ ຄົນເຂົ້າເມືອງ ແລະ ພາສີ ໃນເມືອງ Centennial ລັດ Colorado.
ພວກສະໜັບສະໜູນ ຖືປ້າຍ ໃນລະຫວ່າງການໂຮມຊຸມນຸມ ເພື່ອຮຽກຮ້ອງບໍ່ໃຫ້ເນລະເທດ ແມ່ຍິງຊາວເມັກຊິໂກ ນາງ Jeanette Vizguerra, ຜູ້ທີ່ສະແຫວງຫາທາງເພື່ອຫລີກລ່ຽງການຖືກເນລະເທດ ອອກຈາກສະຫະລັດ, ຢູ່ດ້ານນອກຫ້ອງການ ບັງຄັບໃຊ້ກົດໝາຍ ຄົນເຂົ້າເມືອງ ແລະ ພາສີ ໃນເມືອງ Centennial ລັດ Colorado.

ກະຊວງຮັກສາຄວາມປອດໄພ ພາຍໃນ ສະຫະລັດ ໄດ້​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບນະໂຍບາຍ
ທີ່ອາດສົ່ງຜົນໃຫ້ມີການເນລະເທດ ພວກຄົນເຂົ້າເມືອງຜິດກົດໝາຍ ຫຼາຍລ້ານຄົນ.

ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ທ່ານ John Kelly ໄດ້ເປີດເຜີຍ
ຂໍ້ຊີ້ນຳຕ່າງໆ ໃນວັນອັງຄານວານນີ້ ໂດຍສະເພາະແມ່ນ ວິທີການ ທີ່ກະຊວງຂອງທ່ານ
ຈະຈັດຕັ້ງປະຕິບັດ ດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ ດໍໂນລ ທຣຳ 2 ສະບັບ
ທີ່ໄດ້ອອກ ເມື່ອເດືອນແລ້ວນີ້.

ພາຍໃຕ້ຄະນະລັດຖະບານຊຸດກ່ອນຂອງປະທານາທິບໍດີ ບາຣັກ ໂອບາມາ ຈຸດສຸມ
ກ່ຽວກັບການເນລະເທດພວກຄົນ ຜູ້ທີ່ໄດ້ເຂົ້າມາໃນປະເທດ ຢ່າງຜິດກົດໝາຍ ກໍແມ່ນ
ເພັ່ງເລັງໃສ່ພວກຜູ້ທີ່ໄດ້ກໍ່ຄວາ​ມຜິດຮ້າຍແຮງ.

ທ່ານ Kelly ໄດ້ຍົກເລີກນະໂຍບາຍເຫຼົ່ານັ້ນ ໂດຍກ່າວວ່າ ບູລິມະສິດຕ່າງໆ ໃນປັດຈຸ
ບັນນີ້ ສຳລັບການເນລະເທດ ກໍແມ່ນພວກຄົນຜູ້ທີ່ຖືກຕັດສິນວ່າ​ ມີ​ຄວາມຜິດ ຫຼື ຖືກ
ກ່າວຟ້ອງໃນຄະດີອາຍາໃດໆ ຜູ້ທີ່ໄດ້ກະທຳອັນທີ່ຖືວ່າ ອາດສາມາດຟ້ອງຮ້ອງໄດ້ ການລະເມີດໂຄງການຊ່ອຍເຫຼືອຂອງ​ລັດຖະບານ ຫຼື ການພິຈາລະນາ ຂອງເຈົ້າໜ້າທີ່
ກວດຄົນເຂົ້າເມືອງ ທີ່ເຫັນວ່າເປັນໄພຕໍ່ຄວາມປອດໄພ ຂອງປະ ຊາຊົນ ຫຼື ເປັນໄພ
ຂົ່ມຂູ່ ຕໍ່ຄວາມໝັ້ນຄົງແຫ່ງຊາດ.

ປະຊາຊົນຫຼາຍພັນຄົນ ໄດ້ເຂົ້າຮ່ວມ ໃນການເດີນຂະບວນປະທ້ວງ ທີ່ເອີ້ນວ່າ "Free the People Immigration March,'' ເພື່ອປະທ້ວງຕໍ່ຕ້ານ ມາດຕະການ ຂອງປະທານາທິບໍດີ ດໍໂນລ ທຣຳ ແລະ ຄະນະລັດຖະບານຂອງທ່ານ, ຢູ່ໃນນະຄອນ Los Angeles ຂອງລັດຄາລີຟໍເນຍ, ວັນທີ 18 ກຸມພາ 2017.
ປະຊາຊົນຫຼາຍພັນຄົນ ໄດ້ເຂົ້າຮ່ວມ ໃນການເດີນຂະບວນປະທ້ວງ ທີ່ເອີ້ນວ່າ "Free the People Immigration March,'' ເພື່ອປະທ້ວງຕໍ່ຕ້ານ ມາດຕະການ ຂອງປະທານາທິບໍດີ ດໍໂນລ ທຣຳ ແລະ ຄະນະລັດຖະບານຂອງທ່ານ, ຢູ່ໃນນະຄອນ Los Angeles ຂອງລັດຄາລີຟໍເນຍ, ວັນທີ 18 ກຸມພາ 2017.

ກົດ​ລະບຽບສະບັບໃໝ່ ບໍ່​ໄດ້​ຍົກເລີກ ດຳລັດດຂອງທ່ານໂອບາມາ ທີ່ເລື່ອນກຳນົດ ການປະຕິບັດ ຕໍ່ພວກຄົນຜູ້ທີ່ໄດ້ເຂົ້າມາໃນປະເທດ ຢ່າງຜິດກົດໝາຍ ໃນເວລາ
ພວກເຂົາເຈົ້າ ຍັງເປັນເດັກນ້ອຍຢູ່ ຫຼື ພວກຜູ້ປົກຄອງທີ່ບໍ່ມີເອກກະສານ ຜູ້ທີ່ໄດ້
ສັນຊາດ ສະຫະລັດ ຫຼື ເປັນຜູ້ອາໄສຢູ່ໃນສະຫະລັດໄດ້ ຢ່າງຖາວອນ.

ທ່ານທຣຳ ໄດ້ຮັບໄຊຊະນະ​ໃນການເລືອກຕັ້ງ ​ເມື່ອເດືອນພະຈິກປີກາຍນີ້ ຍ້ອນ
ການໃຫ້ຄຳໝັ້ນສັນຍາ ວ່າ ຈະເຮັດໃຫ້ຊາຍແດນ ຂອງສະຫະລັດປອດໄພ ແລະ
ຈະດຳເນີນການ ຕໍ່ພວກຄົນເຂົ້າເມືອງຜິດກົດໝາຍ ໃຫ້ເປັນບູລິມະສິດ. ທ່ານໄດ້
ອອກດຳລັດຝ່າຍບໍລິຫານ ຈຳນວນນຶ່ງ ປະກອບດ້ວຍ ອັນນຶ່ງ ທີ່ລະງັບໂຄງການ ຮັບເອົາຊາວອົບພະຍົບ ເຂົ້າມາໃນປະເທດ ແລະ ອີກອັນນຶ່ງ ຫ້າມການເດີນທາງ
ເຂົ້າມາໃນປະເທດ ຂອງພວກຄົນທີ່ມາຈາກ 7 ປະເທດທີ່ສ່ວນໃຫຍ່ນັບຖືສາສະໜາ
ອິສລາມ. ຄຳສັ່ງຫ້າມເຂົ້າປະເທດ ໄດ້ຖືກລະງັບໄວ້ໂດຍສານຫຼາຍແຫ່ງ ແຕ່ທ່ານ
ທຣຳ ຄາດໝາຍວ່າ ຈະອອກດຳລັດສະບັບສະບັບປັບປຸງໃນໄວໆນີ້.

“ໂດຍເປັນຜົນໃຊ້ໄດ້ ໃນທັນທີ ບັນດາພະນັກງານຂອງກະຊວງ ຈະຕ້ອງປະຕິບັດ ກົດໝາຍຄົນເຂົ້າເມືອງ ຂອງສະຫະລັດ ຕໍ່ພວກຄົນຕ່າງດ້າວ ທີ່ສາມາດສົ່ງອອກ
ປະເທດໄດ້ ຢ່າງຊື່ສັດ”
ນັ້ນແມ່ນຄຳເວົ້າຂອງທ່ານ Kelly ໃນບົດຖະ​ແຫຼງຂ່າວ.
ທ່ານໄດ້ຮຽກຮ້ອງໃຫ້ມີການວ່າຈ້າງພວກເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ​ແລະ ​ເຈົ້າ
ໜ້າ​ທີ່​ພາສີ ຫຼາຍໝື່ນຄົນ ແລະ ເຈົ້າໜ້າທີ່ລາດຕະເວນຊາຍແດນ 5 ພັນຄົນ ໃນຂະນະ
ດຽວກັນ ຍັງທຳງານເພື່ອຂະຫຍາຍໂຄງການ ທີ່ອະນຸຍາດໃຫ້ລັດ ຫຼື ເຈົ້າໜ້າທີ່ຕຳຫຼວດ
ໃນທ້ອງຖິ່ນ ແຕ່ງຕັ້ງໃຫ້ເປັນເຈົ້າໜ້າທີ່ກວດຄົນເຂົ້າເມືອງ ນຳດ້ວຍ.

New Guidelines Issued for Tighter US Immigration Enforcement
please wait

No media source currently available

0:00 0:01:53 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG