ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານທ່ານທຣຳ ຂໍຮ້ອງ ທຳນຽບຫ້າແຈ ໃຫ້ເລື່ອນ ການປະຈຳການ ຂອງທະຫານ ອອກໄປຕື່ມ


ທະຫານຄົນນຶ່ງ ວາງໜາມໝາກຈັບ ຢູ່ເຂດເມືອງ ແຊນ ອີຊີໂດຣ ຊຶ່ງເປັນດ່ານຄົນເຂົ້າເມືອງ ຢູ່ທີ່ຊາຍແດນ ລະຫວ່າງ ສະຫະລັດ ແລະ ເມັກຊິໂກ, ຊຶ່ງສາມາດເຫັນໄດ້ຈາກເມືອງ ທີຮວນນາ ຂອງເມັກຊິໂກ, ວັນທີ 22 ພະຈິກ 2018.
ທະຫານຄົນນຶ່ງ ວາງໜາມໝາກຈັບ ຢູ່ເຂດເມືອງ ແຊນ ອີຊີໂດຣ ຊຶ່ງເປັນດ່ານຄົນເຂົ້າເມືອງ ຢູ່ທີ່ຊາຍແດນ ລະຫວ່າງ ສະຫະລັດ ແລະ ເມັກຊິໂກ, ຊຶ່ງສາມາດເຫັນໄດ້ຈາກເມືອງ ທີຮວນນາ ຂອງເມັກຊິໂກ, ວັນທີ 22 ພະຈິກ 2018.

ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທີ່ເອີ້ນຫຍໍ້ວ່າ DHS ໄດ້ຂໍຮ້ອງ
ທຳນຽບຫ້າແຈ ໃຫ້ຂະຫຍາຍເລວາ ການປະຈຳການຂອງກຳລັງທະຫານ ສະຫະລັດ
ຢູ່ທີ່ຊາຍແດນ ເມັກຊິໂກ ອອກໄປຕື່ມອີກຈົນຮອດປີໜ້າ.

ກະຊວງ DHS ໄດ້ຮ້ອງຂໍໃຫ້ຕໍ່ເວລາ ການປະຈຳການ ອອກໄປຕື່ມ 45 ວັນ ຊຶ່ງຈະຍືດ
ມັນອອກໄປ ຢ່າງໜ້ອຍ ຈົນຮອດທ້າຍເດືອນມັງກອນ. ຄາດກັນວ່າ ກະຊວງປ້ອງກັນ
ປະເທດ ຈະຮັບຮອງເອົາການຂໍຮ້ອງໃຫ້ຂະຫຍາຍເວລາດັ່ງກ່າວ.

ການສົ່ງກຳລັງທະຫານ ໄປປະຈຳການຢູ່ເຂດຊາຍແດນ ສົມຄວນຈະມ້ວນທ້າຍລົງພາຍ
ໃນວັນທີ 15 ເດືອນທັນວານີ້ ແຕ່ ໂຄສົກ ກະຊວງ DHS ທ່ານນາງ ເຄຕີ ວອລມັນ ໄດ້
ກ່າວໃນຖະແຫລງການ ເມື່ອວັນສຸກວານນີ້ ວ່າ “ໄພຂົ່ມຂູ່ທີ່ຍັງມີ ຢູ່ຕໍ່ມາ” ທີ່ຊາຍແດນ
ທາງພາກໃຕ້ ຈຶ່ງຕ້ອງໄດ້ມີກຳລັງທະຫານ ປະຈຳຢູ່ທີ່ນັ້ນ ຕໍ່ໄປ.

ແມ່ຍິງຄົນນຶ່ງ ກຳລັງເຮັດກາເຟ ຢູ່ກອງໄຟ ໃນວັນທີ່ເຄື່ອງຂອງລາວທີ່ປຽກຍ້ອນນ້ຳຝົນ ຊຶ່ງມັນຈະຕົກຢູ່ຕໍ່ໄປ ໃນເວລາຂ້າມຄືນ, ຢູ່ພາຍໃນສະຖານເດີ່ນກິລາ ເບນີໂຕ ຮົວເຣຊ ໃນເມືອງທີຮວນນາ, ເມັກຊິໂກ, ວັນທີ 30 ພະຈິກ 2018.
ແມ່ຍິງຄົນນຶ່ງ ກຳລັງເຮັດກາເຟ ຢູ່ກອງໄຟ ໃນວັນທີ່ເຄື່ອງຂອງລາວທີ່ປຽກຍ້ອນນ້ຳຝົນ ຊຶ່ງມັນຈະຕົກຢູ່ຕໍ່ໄປ ໃນເວລາຂ້າມຄືນ, ຢູ່ພາຍໃນສະຖານເດີ່ນກິລາ ເບນີໂຕ ຮົວເຣຊ ໃນເມືອງທີຮວນນາ, ເມັກຊິໂກ, ວັນທີ 30 ພະຈິກ 2018.

ກະປະມານໄດ້ວ່າ ມີກຳລັງທະຫານປະຈຳການ 5,600 ຄົນ ໃນປັດຈຸບັນນີ້ ກຳລັງໃຫ້
ການສະໜັບສະໜຸນ ພວກເຈົ້າໜ້າທີ່ຮັກສາຊາຍແດນ ຢູ່ຊາຍແດນ ລະຫວ່າງ ສະຫະລັດ
ແລະ ເມັກຊິໂກ ໃນລັດເທັກຊັສ ອາຣີໂຊນາ ແລະ ຄາລີຟໍເນຍ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ສັ່ງໃຫ້ສົ່ງກຳລັງທະຫານໄປປະຈຳການ ຢູ່ ຊາຍແດນ
ເພື່ອຮັບ​ມື​ກັບຂະບວນຄາຣາວານຂອງພວກອົບ​ພະຍົບຫຼາຍພັນຄົນ ຈາກອາເມຣິກາກາງ
ຜູ້ທີ່ໄດ້ພາກັນຍ່າງມຸ້ງໜ້າໄປຍັງສະຫະລັດ.

ພັກເດໂມແຄຣັດ ໄດ້ຕຳໜິການເຄື່ອນໄຫວດັ່ງກ່າວ ໂດຍກ່າວວ່າ ມັນເປັນຍຸດທະວິທີ
ດ້ານການເມືອງ ກ່ອນໜ້າການເລືອກຕັ້ງກາງສະໄໝ ໃນເດືອນພະຈິກ.

ພວກຄົນກຳລັງພາກັນຍ່າງຂຶ້ນຄັນໄດທາງຍ່າງ ຢູ່ເຂດຊາຍແດນເມືອງ ແອລ ຊັບປາຣໂຣລ ເພື່ອຂ້າມເຂົ້າໃນສະຫະລັດ ທີ່ດ່ານຂ້າມຊາຍແດນເມືອງທີຮວນນາ ຂອງເມັກຊິໂກ, ວັນທີ 30 ພະຈິກ 2018.
ພວກຄົນກຳລັງພາກັນຍ່າງຂຶ້ນຄັນໄດທາງຍ່າງ ຢູ່ເຂດຊາຍແດນເມືອງ ແອລ ຊັບປາຣໂຣລ ເພື່ອຂ້າມເຂົ້າໃນສະຫະລັດ ທີ່ດ່ານຂ້າມຊາຍແດນເມືອງທີຮວນນາ ຂອງເມັກຊິໂກ, ວັນທີ 30 ພະຈິກ 2018.

ຄະນະໂຄສະນາຫາສຽງຂອງທ່ານທຣຳ ໂຕ້ຖຽງວ່າ ພວກອົບພະຍົບ ເປັນໄພ ຂົ່ມຂູ່ຕໍ່
ຄວາມໝັ້ນຄົງ ຢູ່ເຂດຊາຍແດນ ແລະ ພວກສະໜັບສະໜຸນ ຮູ້ສຶກວ່າ ໄດ້ຮັບແກ້ຄວາມ
ບາດໝາງ ໂດຍການຕັດສິນໃຈ ຂອງຄະນະລັດຖະບານ ຫຼັງຈາກການປະທະກັນ ໄດ້
ເກີດຂຶ້ນ ໃນວັນອາທິດຜ່ານມານີ້ ຢູ່ເລາະຕາມເຂດຮົ້ວຂອງຊາຍແດນ. ພວກເຈົ້າ
ໜ້າທີ່ ພາສີອາກອນແລະຮັກຊາຊາຍແດນ ໄດ້ຍິງລະເບີດນ້ຳຕາ ຈາກຟາກເມືອງແຊນ
ດີເອໂກ ລັດຄາລີຟໍເນຍ ຂອງສະຫະລັດ ເຂົ້າໄປໃນປະເທດເມັກຊິໂກ ໃສ່ພວກອົບ
ພະຍົບກຸ່ມນຶ່ງ ໃນເມືອງ ທີຮວນນາ ຜູ້ທີ່ໄດ້ພະຍາຍາມຈະແລ່ນຂ້າມຮົ້ວກັນຊາຍແດນ.

ບັນດາເຈົ້າໜ້າທີ່ ຢູ່ທີ່ກະຊວງ DHS ກ່າວວ່າວ ກຳລັງທະຫານສະຫະລັດ ບໍ່ໄດ້ພົວພັນ
ໂດຍກົງກັບພວກອົບພະຍົບຢູ່ຊາຍແດນ ແຕ່ໄດ້ສະໜອງການໜຸນຫຼັງ ໃຫ້ພວກເຈົ້າ
ໜ້າທີ່ ຮັກສາຊາຍແດນ ແທນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG