ລັດຖະບານປະທານາທິບໍດີ ດໍໂນລ ທຣຳ ໄດ້ຮ້ອງຂໍໃຫ້ສານສູງສຸດຂອງສະຫະລັດ ອອກຄຳຕັດສິນ ຢ່າງໄວວາຜິດປົກກະຕິ ກ່ຽວກັບນະໂຍບາຍຂອງກອງທັບໃນການຈຳກັດ ການເຂົ້າຮັບໃຊ້ຂອງພວກທີ່ປ່ຽນເພດ.
ລັດຖະບານທ່ານທຣຳ ໃນວັນສຸກວານນີ້ ໄດ້ຮ້ອງຂໍໃຫ້ສານສູງສຸດທົບທວນເບິ່ງການຕັດສິນຂອງສານໃນລະດັບທີ່ຕ່ຳລົງມາ ທີ່ຂັດຂວາງຕໍ່ນະໂຍບາຍຂອງກອງທັບ ເພື່ອຊອກຫາທາງທີ່ຈະຫຼີກລ່ຽງສານອຸທອນ ຊຶ່ງໃນປັດຈຸບັນກຳລັງພິຈາລະນາບັນຫາດັ່ງກ່າວນີ້ຢູ່.
ຍົກເວັ້ນເປັນກໍລະນີພິເສດ ສານສູງສຸດຕາມປົກກະຕິແລ້ວຍ ຈະລໍຖ້າບໍ່ເຂົ້າໄປຫຍຸ້ງກ່ຽວນຳຄະດີ ຈົນເທົ່າການດຳເນີນຄະດີ ແລະສານອຸທອນ ໄດ້ອອກຄຳພິພາກສາກ່ຽວກັບເລື້ອງດັ່ງກ່າວນີ້ແລ້ວ.
ລັດຖະບານທ່ານທຣຳ ໄດ້ໂຕ້ແຍ້ງໃນວັນສຸກວານນີ້ວ່າ ສານສູງສຸດຄວນເຂົ້າໄປພົວພັນໃນຄະດີນີ້ແຕ່ຕົ້ນໆ ຍ້ອນວ່າ “ມັນກ່ຽວກັບການອອກຄຳສັ່ງທີ່ສຳຄັນ ຄືເຈົ້າໜ້າທີ່ກອງທັບສະຫະລັດ ຈະລົງຄວາມເຫັນວ່າ ຜູ້ໃດຄວນທີ່ຈະເຂົ້າຮັບໃຊ້ຢູ່ໃນກອງທັບຂອງສະຫະລັດ.”
ເຈົ້າໜ້າທີ່ລັດຖະບານກ່າວວ່າ ຕົນຢາກໄດ້ຮັບການຄ້ຳປະກັນວ່າ ສານສູງສຸດຈະສາມາດທົບທວນເບິ່ງການຂັດແຍ້ງ ກ່ອນທີ່ສະໄໝການເຂົ້າຮັບຕຳແໜ່ງຂອງຕົນຈະໝົດລົງໃນເດືອນມິຖຸນາ ປີ 2019.
ທຳນຽບຫ້າແຈໄດ້ປ່ຽນນະໂຍບາຍຂອງຕົນ ກ່ຽວກັບພວກປ່ຽນເພດໃນປີ 2016 ພາຍໃຕ້ລັດຖະບານປະທານາທິບໍດີໂອບາມາ ໃນເວລານັ້ນ ໂດຍອະນຸຍາດໃຫ້ພວກກ່ຽວ ເຂົ້າຮັບໃຊ້ໃນກອງທັບໄດ້ຢ່າງເປັນການເປີດເຜີຍ. ແຕ່ເວລາປະທານາທິບໍດີດໍໂນລ ທຣຳ ເຂົ້າກຳຕຳແໜ່ງ ລັດຖະບານຂອງທ່ານໄດ້ຕ່າວປີ້ນນະໂຍບາຍດັ່ງກ່າວ ແລະເລີ້ມຫ້າມບໍ່ໃຫ້ພວກປ່ຽນເພດເຂົ້າຮັບໃຊ້ໃນກອງທັບຄືນອີກ.
ສານຫຼາຍໆແຫ່ງໄດ້ຕັດສິນຕໍ່ຄຳສັ່ງຫ້າມດັ່ງກ່າວ ທີ່ພາໃຫ້ລັດຖະບານຂອງປະທານາທິບໍດີທຣຳ ດັດແປງນະໂຍບາຍຂອງຕົນ ຊຶ່ງໃນເວລານີ້ກ່າວວ່າ ພວກທະຫານທີ່ປ່ຽນເພດສ່ວນໃຫຍ່ ແມ່ນຖືກຫ້າມບໍ່ໃຫ້ເຂົ້າຮັບໃຊ້ຢູ່ໃນກອງທັບຍົກເວັ້ນແຕ່ໃນກໍລະນີພິເສດເທົ່ານັ້ນ.
ສານຕ່າງໆນັບແຕ່ນັ້ນມາ ກໍໄດ້ຕັດສິນວ່າ ນະໂຍບາຍໃໝ່ຂອງລັດຖະບານທີ່ຈິງແລ້ວກໍຄືກັນກັບການຫ້າມ ທີ່ອອກໃນຂັ້ນຕົ້ນ ແລະກໍຂັດຕໍ່ລັດຖະທຳມະນູນ.