ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ​ ປ. ທຣໍາ ​ຂໍອຸທອນ ຕໍ່​ການ​ຕັດ​ສິນ ຂອງສານ ທີ່​ຂັດຂວາງ​ດຳລັດ ​ຫ້າມ​ເດີນທາງ


ຄົນເດີນທາງຕ່າງປະເທດຄົນນຶ່ງມາເຖິງ ສະຫະລັດ ຫລັງຈາກ ປະທານາທິບໍດີ Donald Trump ໄດ້ອອກດຳລັດຫ້າມການເດີນ ທາງເຂົ້າປະເທດ.
ຄົນເດີນທາງຕ່າງປະເທດຄົນນຶ່ງມາເຖິງ ສະຫະລັດ ຫລັງຈາກ ປະທານາທິບໍດີ Donald Trump ໄດ້ອອກດຳລັດຫ້າມການເດີນ ທາງເຂົ້າປະເທດ.

ລັດຖະບານ​ປະທານາທິບໍດີ Trump ​ໄດ້​ຂໍອຸທອນ ຕໍ່​ການ​ຕັດ​ສິນ ຂອງຜູ້​ພິພາກສາ​
ລັດຖະບານ​ກາງທ່ານ​ນຶ່ງ ທີ່​ໄດ້​ຂັດຂວາງ​ຄຳ​ສັ່ງ​ຫ້າມ​ເດີນທາງ ​ຂອງ​ລັດຖະບານ ທີ່​
ໄດ້ມີ​ການດັດ​ແປງ​ແກ້​ໄຂ​ໄປ​ແລ້ວ ຕໍ່​ປະຊາຊົນທີ່​ມາ​ຈາກ 6 ປະ​ເທດ ​ຊຶ່ງສ່ວນ​ໃຫຍ່
ນັບຖືສາສະໜາ​ອິສລາມ.

ກະຊວງ​ຍຸຕິ​ທຳ​ສະຫະລັດ​ກ່າວ​ຢູ່​ໃນສຳນວນ​ຟ້ອງ ທີ່​ຍື່ນ​ຕໍ່​ສານ​ໃນ​ວັນ​ສຸກ​ວານ​ນີ້ວ່າ
​ຕົນຈະຂໍ​ອຸທອນ ​ການ​ຕັດສິນຂອງ​ຜູ້​ພິກພາກສາປະຈຳ​ເຂດສະຫະລັດ ທ່ານ Theo-
dore Chuang ຢູ່​ໃນ​ລັດ Maryland ຕໍ່​ສານ​ອຸທອນ ເຂດ 4 ຂອງ​ສະຫະລັດ.

ລັດຖະມົນຕີຍຸຕິທຳ ລັດ Hawaii ທ່ານ Douglas Chin ຕອບຄຳຖາມບັນດານັກຂ່າວ.
ລັດຖະມົນຕີຍຸຕິທຳ ລັດ Hawaii ທ່ານ Douglas Chin ຕອບຄຳຖາມບັນດານັກຂ່າວ.

ການ​ເຄື່ອນ​ໄຫວດັ່ງກ່າວ ​ມີ​ຂຶ້ນ​ສອງ​ມື້ຫຼັງ​ຈາກ​ສານ​ລັດຖະບານ​ກາງ​ຢູ່​ໃນ​ລັດ Mary-
land ພ້ອມກັບ​ສານ​ລັດຖະບານ​ກາງ ​ອີກ​ແຫ່ງ​ນຶ່ງ ໃນ​ລັດ Hawaii ​ໄດ້​ຕັດສິນ​ວ່າ ​ບໍ່​
ຖືກຕ້ອງ ​ຄຳ​ເວົ້າບາງສ່ວນ ໃນ​ດຳລັດຫ້າມ​ການ​ເດີນທາງຂອງປະທາ​ນາ​ທິບໍດີທຣຳ
ຊຶ່ງການ​ຕັດສິນ​ຂອງ​ສານທັງ​ສອງ​ແມ່ນ​ເຫັນ​ວ່າເປັນ​ການຈຳແນ​ກກີດ​ກັນ​ຕໍ່​ຊາວ​ມຸສ
ລິ​ມ.

ນາງ Karen Shore ຖືປ້າຍປະທ້ວງຢູ່ນອກສານ ອຸທອນເຂດ 9th ຂອງສະຫະລັດ ໃນນະຄອນ San Francisco.
ນາງ Karen Shore ຖືປ້າຍປະທ້ວງຢູ່ນອກສານ ອຸທອນເຂດ 9th ຂອງສະຫະລັດ ໃນນະຄອນ San Francisco.

ຜູ້​ພິພາກສາ Chuang ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຢຸດ​ເຊົາ​ຢ່າງ​ສຸກ​ເສີນຕໍ່​ບາງ​ພາກສ່ວນ​ຂອງ
ດຳລັດ​ໂຈະ​ການ​ເດີນທາງ​ເປັນ​ການຊົ່ວຄາວ ​ຂອງປະທານາທິບໍດີ Trump ທີ່​ບໍ່​ໃຫ້ຜູ້
ຄົນ​ຈາກ​ຫົກ​ປະ​ເທດ ທີ່​ປະຊາຊົນ​ສ່ວນ​ໃຫຍ່​ເປັນ​ມຸສລິ​ມ ​ເດີນທາງ​ເຂົ້າມາ​ໃນ​ສະຫະ
ລັດ. ທ່ານບໍ່​ໄດ້​ແຕະຕ້ອງ​ຕໍ່ພາກສ່ວນ​ຂອງ​ດຳລັດ​ທີ່ຫ້າມບໍ່​ໃຫ້​ຮັບອົບ​ພະຍົບ​ເຂົ້າ​ມາ​
ໃນສະ​ຫະລັດ​ເປັນ​ການ​ຊົ່ວຄາວ.

ປະທານາທິບໍດີ Donald Trump ຖະຫລງຕໍ່ການເຕົ້າໂຮມທີ່ເມືອງ Nashville ລັດ Tennessee,
ປະທານາທິບໍດີ Donald Trump ຖະຫລງຕໍ່ການເຕົ້າໂຮມທີ່ເມືອງ Nashville ລັດ Tennessee,

ຜູ້​ພິພາກສາ​ຄົນ​ອີກ​ຄົນ​ນຶ່ງຢູ່​ທີ່​ລັດ Hawaii ​ໄດ້​ຕັດສິນວ່າ ​ທັງ​ສອງ​ພາກສ່ວນຂອງການ​
ຫ້າມ​ເດີນທາງ​ທີ່​ອອກ​ໂດຍປະ​ທາ​ນາ​ທິບໍດີ Trump ນັ້ນ​ແມ່ນ​ບໍ່​ຖືກຕ້ອງ. ເວລາ​ນີ້ຄະ​ດີ​
ດັ່ງກ່າວ​ ຖືກ​ສົ່ງໄປ​ຫາ​ສານ​ອຸທອນ​ຂອງລັດຖະບານ​ກາງ​ຢູ່​ເມືອງ Richmond ລັດ Vir-
ginia.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG