ພວກຜູ້ຕ້ອງສົງໄສ ເປັນຜູ້ນຳ ແລະສະມາຊິກຂອງແກັ່ງອັນຕະພານ MS-13 ຫຼາຍກວ່າ 20 ຄົນ ໄດ້ຖືກຈັບກຸມແລະຖືກຕັ້ງຂໍ້ກ່າວຫາ ອີງຕາມການປະກາດຂອງບັນດາເຈົ້າໜ້າທີ່ໃນວັນພຸດວານນີ້ ຊຶ່ງເປັນພາກສ່ວນນຶ່ງ ຂອງພາລະກິດການບັງຄັບໃຊ້ກົດໝາຍຂອງເຈົ້າໜ້າທີ່ລັດຖະບານກາງ ທີ່ແນເປົ້າໝາຍໃສ່ການທັບມ້າງການນຳຂອງກຸ່ມອາຊະຍາກອນ.
ປະທານາທິບໍດີ ດໍໂນລ ທຣຳ ຜູ້ທີ່ໄດ້ປະຕິຍານວ່າ ຈະທຳລາຍກຸ່ມດັ່ງກ່າວ ຍັງໄດ້ປະກາດເຖິງຄວາມຄືບໜ້າ ໃນວັນພຸດວານນີ້ ຢູ່ທີ່ທຳນຽບຂາວໂດຍມີລັດຖະ ມົນຕີກະຊວງຍຸຕິທຳ ທ່ານວີລລ້ຽມ ບາ ແລະບັນດາເຈົ້າໜ້າທີ່ປະຕິບັດກົດໝາຍຂັ້ນອະວຸໂສຫຼາຍທ່ານ ຢູ່ອ້ອມຂ້າງ.
“ພວກເຮົາຫາກໍໄດ້ສິ້ນສຸດພາລະກິດທີ່ເປັນປະຫວັດການ ທີ່ນໍາໄປສູ່ການຈັບກຸມ ແລະການຟ້ອງພວກສະມາຊິກແລະຫົວໜ້າແກັ່ງປ່າເຖື່ອນ MS-13 ຫຼາຍກວ່າ 20 ຄົນ ໃນທົ່ວປະເທດ” ປະທານາທິບໍດີ ທຣໍາ ໄດ້ກ່າວວ່າໄປ ໂດຍອ້າງເຖິງ ປະຕິບັດການທີ່ໄດ້ເລີ້ມຕົ້ນຂຶ້ນໃນປີ 2019 ເພື່ອແນເປົ້າໝາຍໃສ່ ພວກຜູ້ນຳລະດັບສູງຂອງແກັ່ງ MS-13. ໂຄງການລິເລີ້ມນີ້ ແມ່ນຮູ້ຈັກກັນດີຄື Joint Task Force Vulcan.
ແກັ່ງ MS-13 ຍັງຮູ້ຈັກກັນດີ ໂດຍຊື່ຂອງມັນໃນພາສາສະເປນວ່າ “Mara Salvatrucha” ໄດ້ເລີ້ມຕົ້ນຂຶ້ນໂດຍພວກອົບພະຍົບຈາກ ແອລຊາລວາດໍ ຢູ່ໃນນະຄອນ ລອສ ແອນເຈີລິສ ໃນຊຸມປີ 1980 ແຕ່ນັບຕັ້ງແຕ່ນັ້ນມາ ມັນໄດ້ແຜ່ຂະຫຍາຍອອກໄປທົ່ວສະຫະລັດ. ໃນຂະນະທີ່ສູນກາງໃຫຍ່ຂອງກຸ່ມດັ່ງກ່າວຍັງ ຄົງຢູ່ໃນເຂດທະວີບອາເມຣິກາກາງ ກະປະມານໄດ້ວ່າ ມັນມີສະມາຊິກຈຳນວນ 10,000 ຄົນຢູ່ໃນສະຫະລັດ ບ່ອນທີ່ພວກມັນປະຕິບັດການເປັນຈຸນ້ອຍໆຫຼາຍຈຸ ທີ່ຮູ້ຈັກກັນຄື “ໂປຣແກຣມສ໌” ແລະ “ຄລິກ ຫຼື ກຸ່ມນ້ອຍໆ”
ປະຕິບັດການໂວລກັນ ສາມາດຈັບໄດ້ພວກຜູ້ສຳຄັນພາຍໃນແກັ່ງດັ່ງກ່າວ ແລະໄດ້ສົ່ງຜົນເຮັດໃຫ້ມີການປະຕິບັດງານໃນອີກສາມຄະດີຕ່າງຫາກ.
ຢູ່ໃນລັດເວີຈີເນຍ ບັນດາໄອຍະການຂອງລັດຖະບານກາງ ໄດ້ກ່າວຫາ ທ້າວ ອາມານໂດ ອີລູຍ ແມລກາ ດີອາສ ເປັນຜູ້ນຳແກັ່ງ MS-13 ທີ່ມີຄວາມຮັບ ຜິດຊອບສຳລັບ 13 ລັດ ແລະ ຄລິກ ຫຼືກຸ່ມນ້ອຍ 20 ກຸ່ມ ດ້ວຍຂໍ້ຫາທີ່ກ້ຽວຂ້ອງກັບການກໍ່ການຮ້າຍຕ່າງໆ. ອັນນີ້ ເປັນເທື່ອທຳອິດທີ່ສະມາຊິກຂອງແກັ່ງ MS-13 ໄດ້ຖືກຟ້ອງຮ້ອງໃນຂໍ້ຫາການກໍ່ການຮ້າຍ ຕາມທີ່ທ່ານບາ ໄດ້ກ່າວໄປນັ້ນ.
ລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວວ່າ ທ້າວດີອາສ ເປັນຜູ້ຮັບຜິດຊອບໃນການເປີດໄຟຂຽວໃນການລອບສັງຫານທັງຫຼາຍ ທີ່ສັ່ງການໂດຍຫົວໜ້າແກັ່ງ MS-13 ທີ່ຕັ້ງຢູ່ໃນແອລຊາວາດໍ.
ສ່ວນຢູ່ໃນນະຄອນນິວຢອກ ແລະລອສ ແອນເຈີລິສ ພວກສະມາຊິກຂອງແກັ່ງ MS-13 21 ຄົນ ລວມທັງ ພວກຜູ້ນໍາຂອງກຸ່ມນ້ອຍ ທີ່ເອີ້ນວ່າ “Hollywood Locos” ແລະກຸ່ມ “Los Angeles Program” ກໍໄດ້ຖືກຂໍ້ຫາດ້ານອາຊະຍາກຳຫຼາຍປະເພດ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່. ກຸ່ມນ້ອຍໆດັ່ງກ່າວ ໄດ້ປະຕິບັດການບໍ່ພຽງແຕ່ຢູ່ໃນນະຄອນ ລາສເວກັສ ເທົ່ານັ້ນ ແຕ່ຍັງປະຕິບັດການຢູ່ໃນລັດຄາລີຟໍເນຍ ແລະນິວຢອກ ນຳດ້ວຍ.