ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານທ່ານທຣຳ ຈະບໍ່ຮັບເອົາ ຄຳຮ້ອງຂໍເຂົ້າຮ່ວມໃນ ໂຄງການ DACA ໃໝ່ໃດໆອີກ


ປະທານາທິບໍດີ ດໍໂນລ ທຣຳ ເຂົ້າຮ່ວມໃນການປຶກສາຫາລື ແບບໂຕະມົນ ກ່ຽວກັບເລື້ອງຄົນເຂົ້າເມືອງ ແລະຄວາມປອດໄພໃນເຂດຊາຍແດນ, ຢູ່ທີ່ ສູນກາງລາດຕະເວນຊາຍແດນ ສະຫະລັດຂອງເມືອງຄາແລັກຊິໂກ, ລັດຄາລີຟໍເນຍ, ວັນທີ 5 ເມສາ 2019.
ປະທານາທິບໍດີ ດໍໂນລ ທຣຳ ເຂົ້າຮ່ວມໃນການປຶກສາຫາລື ແບບໂຕະມົນ ກ່ຽວກັບເລື້ອງຄົນເຂົ້າເມືອງ ແລະຄວາມປອດໄພໃນເຂດຊາຍແດນ, ຢູ່ທີ່ ສູນກາງລາດຕະເວນຊາຍແດນ ສະຫະລັດຂອງເມືອງຄາແລັກຊິໂກ, ລັດຄາລີຟໍເນຍ, ວັນທີ 5 ເມສາ 2019.

ກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ຫຼື DHS ໄດ້ກ່າວໃນວັນອັງຄານວານນີ້ ວ່າ ຕົນຈະບໍ່ຮັບເອົາການຍື່ນເອກະສານຄຳຮ້ອງໃດໆ ສຳລັບໂຄງການທີ່ປົກປ້ອງຈາກການຖືກເນລະເທດແກ່ພວກຄົນທີ່ໄດ້ຖືກນຳເຂົ້າມາໃນປະເທດຢ່າງຜິດກົດໝາຍໃນຂະນະທີ່ເປັນເດັກນ້ອຍ ຫຼືທີ່ຮູ້ຈັກກັນຄື DACA ນັ້ນ ໄດ້ດຶງດູດເອົາການຕ້ອງຕິຈາກພວກນັກເຄື່ອນໄຫວເພື່ອສິດທິພວກຄົນເຂົ້າເມືອງ ແລະຈາກບັນດາສະມາຊິກສະພາສັງກັດພັກເດໂມແຄຣັດໃນລັດຖະສະພານຳດ້ວຍ.

ທ່ານແຊດ ວຸບຟ໌ ຜູ້ຮັກສາການລັດຖະມົນຕີຊົ່ວຄາວ ໄດ້ຂຽນໃນບັນທຶກສະບັບນຶ່ງວ່າ ທ່ານພວມເລີ້ມການທົບທວນຄືນກ່ຽວກັບໂຄງການ DACA ແລະວ່າ ພ້ອມກັນນັ້ນ ຈະປະຕິເສດໃນການຮັບເອົາຄຳຮ້ອງໃໝ່ໃດໆ ໃນໄລຍະນີ້. ກະຊວງຂອງທ່ານຍັງອະນຸຍາດໃຫ້ພວກທີ່ຢູ່ໃນໂຄງການໃນປັດຈຸບັນ ຕໍ່ອາຍຸສະຖານະຂອງພວກເຂົາເຈົ້າໄດ້ ແລະອະນຸຍາດໃຫ້ເຮັດວຽກຕໍ່ໄປໄດ້ພຽງນຶ່ງປີ ແທນທີ່ຈະເປັນໄລຍະສອງປີ ຄືກັນກັບໃນເມື່ອກ່ອນ.

ຂໍ້ຈຳກັດທີສາມ ແມ່ນຈະບໍ່ອະນຸຍາດໃຫ້ພວກຢູ່ໃນໂຄງການຢູ່ແລ້ວນັ້ນ ເດີີນທາງ ແລະກັບຄືນເຂົ້າມາໃນສະຫະລັດໄດ້ ພາຍໃຕ້ລະບົບທີ່ເອີ້ນວ່າ ການຄວບຄຸມໃນຂັ້ນສູງ ເວັ້ນເສຍແຕ່ວ່າ ມີກໍລະນີ “ສະຖານະການພິເສດຕ່າງໆ.”

ປະທານາທິບໍດີ ດໍໂນລ ທຣຳ ໄດ້ພະຍາຍາມທີ່ຈະຍຸຕິໂຄງການ DACA ທີ່ໄດ້ຖືກບັນຍັດໃຫ້ເປັນກົດໝາຍໂດຍປະທານາທິບໍດີຄົນກ່ອນ ທ່ານບາຣັກ ໂອບາມາ ໃນປີ 2012 ແຕ່ສານສູງສຸດ ໄດ້ຕັດສິນເມື່ອເດືອນແລ້ວນີ້ ວ່າ ລັດຖະບານທ່ານທຣຳ ບໍ່ໄດ້ປະຕິບັດຕາມຂັ້ນຕອນທີ່ຖືກຕ້ອງໃນການປິດໂຄງການດັ່ງກ່າວລົງ.

ມີປະມານ 650,000 ຄົນ ຜູ້ທີ່ເຂົ້າຮ່ວມໃນໂຄງການ DACA. ກ່ອນຈະເຂົ້າຮ່ວມໄດ້ ພວກເຂົາເຈົ້າຕ້ອງມີຄຸນສົມບັດດັ່ງນີ້ ພວກເຂົາເຈົ້າຕ້ອງໄດ້ເຂົ້າມາໃນສະຫະລັດ ກ່ອນມີອາຍຸຄົບ 16 ປີ, ໄດ້ຢູ່ໃນສະຫະລັດຢ່າງຕໍ່ເນື່ອງນັບຕັ້ງແຕ່ກາງປີ 2007 ຕະຫຼອດມາ, ຕ້ອງມີອາຍຸຕ່ຳກວ່າ 31 ປີ ໃນກາງປີ 2012, ບໍ່ມີຄະດີອາຍາ ຫຼື ມີຄະດີອາຍາທີ່ບໍ່ຮ້າຍແຮງ, ບໍ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະມີອັນໃດອັນນຶ່ງເຊັ່ນ ໃບປະກາດສະນີຍະບັດຈົບມັດທະຍົມສຶກສາ ຫຼື ມີປະວັດຂອງການຮັບໃຊ້ໃນກອງທັບສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG