ລັດຖະບານປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວປະນາມການລາຍງານຂ່າວຂອງສື່
ມວນຊົນ ສະຫະລັດ ວ່າ ເຂົາເຈົ້າໄດ້ຍົກຍ້າຍນັກສືບ CIA ລະດັບສູງອອກຈາກນະ
ຄອນຫຼວງ ມົສກູ ຫຼັງຈາກລາວໄດ້ເປີດເຜີຍວ່າ ປະທານາທິບໍດີ ວລາດິເມຍ ປູຕິນ ໄດ້
ສັ່ງໃຫ້ ຣັດເຊຍ ແຊກແຊງການເລືອກຕັ້ງ ສະຫະລັດ ປີ 2016 ເພື່ອສະໜັບສະໜູນທ່ານ
ດໍໂນລ ທຣຳ.
ລາຍງານເວົ້າວ່າ ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ເປັນຫ່ວງວ່ານັກສືບດັ່ງກ່າວແມ່ນໃກ້
ຈະຖືກເປີດເຜີຍຕົວ ຍ້ອນບັນຫາໃນ ສະຫະລັດ ກ່ຽວກັບ ການແຊກແຊງຂອງ ຣັດເຊຍ.
ລາວໄດ້ຖືກສັ່ງໃຫ້ອອກຈາກ ຣັດເຊຍ, ເຊິ່ງລາວໄດ້ປະຕິເສດທີ່ຈະອອກໄປ, ແຕ່ຕໍ່ມາ
ກໍໄດ້ຕັດສິນໃຈອອກໄປ ຍ້ອນຄວາມສ່ຽງຖືກເປີດເຜີຍຕົວ.
ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວໃນວັນອັງຄານວານນີ້
ໂດຍບໍ່ໄດ້ເວົ້າຢ່າງເຈາະຈົງ ກ່ຽວກັບ ສິ່ງທີ່ທ່ານເຊື່ອວ່າສື່ມວນຊົນໄດ້ເວົ້າຜິດນັ້ນວ່າ
“ຂ້າພະເຈົ້າໄດ້ເຫັນບົດລາຍງານ. ການລາຍງານດັ່ງກ່າວແມ່ນບໍ່ຖືກຕ້ອງຢ່າງຫຼວງ
ຫຼາຍ.”
ທ່ານ ພອມພຽວ ແມ່ນອະດີດຫົວໜ້າອົງການສືບລັບ CIA ໃນປີ 2017 ໃນເວລາທີ່ນັກ
ສືບລັບຄົນດັ່ງກ່າວ ປະກົດວ່າຖືກນຳຕົວອອກມາຈາກ ຣັດເຊຍ.
ທ່ານ ພອມພຽວ ໄດ້ກ່າວຕື່ມວ່າ “ມັນແມ່ນພຽງຈັງຫວະໃດນຶ່ງ ທີ່ມັນມີບາງຢ່າງ ທີ່ຂ້າ
ພະເຈົ້າຄິດວ່າ ຈະເຮັດໃຫ້ຄົນຕົກຢູ່ໃນຄວາມສ່ຽງ ຫຼື ລາຍງານດັ່ງກ່າວແມ່ນຊົ່ວຮ້າຍ
ຫຼາຍ ເພື່ອທີ່ຈະສ້າງຄວາມສ່ຽງຢ່າງໃຫຍ່ຫຼວງຕໍ່ ສະຫະລັດ ອາເມຣິກາ ທີ່ແມ່ນກະທັ້ງ
ຂ້າພະເຈົ້າຍັງໃຫ້ຄຳເຫັນ ໃນວິທີທີ່ຂ້າພະເຈົ້າກາກໍໄດ້ເວົ້າໄປນັ້ນ.”
ໂຄສົກທຳນຽບຂາວທ່ານ ໂຮແກນ ກິດລີ ໄດ້ກ່າວວ່າ ລາຍງານຕ່າງໆຂອງສື່ມວນຊົນ
ແມ່ນອັນຕະລາຍ ແລະ ເຮັດໃຫ້ຊີວິດຂອງຄົນຕົກຢູ່ໃນຄວາມສ່ຽງ.
ໂທລະພາບ CNN ໄດ້ລາຍງານເຖິງເຫດຜົນນຶ່ງທີ່ຜູ້ໃຫ້ຂໍ້ມູນຖືກຍົກຍ້າຍອອກມາ
ແມ່ນຍ້ອນການທີ່ທ່ານ ທຣຳ ຖືກກ່າວຫາວ່າ ຮັບມືກັບຂໍ້ມູນລັບໃນທາງທີ່ບໍ່ຖືກຕ້ອງ
ເຊິ່ງອາດນຳໄປສູ່ການເປີດເຜີຍຕົວຂອງລາວ. ໂຄສົກ CIA ໄດ້ເອີ້ນມັນວ່າ “ບໍ່ຖືກຕ້ອງ.”
ສື່ມວນຊົນ ຣັດເຊຍ ໄດ້ລະບຸຕົວຜູ້ຕ້ອງສົງໄສເປັນສາຍລັບນັ້ນວ່າທ້າວ ໂອເລັກ ສໂຕ
ເລັນຄອຟ.
ອີຕາມລາຍງານຂ່າວຂອງ ສະຫະລັດ, ອົງການ CIA ໄດ້ຮັບທ່ານ ສໂມເລັນຄອຟ ເຂົ້າ
ເຮັດວຽກເປັນເວລາຫຼາຍທົດສະວັດຜ່ານມາ. ຈົນໃນທີ່ສຸດລາວໄດ້ມີຕຳແໜ່ງໃຫຍ່ໂຕ
ໃນລັດຖະບານ ຣັດເຊຍ ຈົນກາຍເປັນສິ່ງທີ່ໜັງສືພິມ New York Times ອະທິບາຍ
ວ່າເປັນນຶ່ງໃນ “ບຸກຄົນທີ່ສຳຄັນທີ່ສຸດ ແລະ ຖືກປົກປ້ອງຢ່າງສູງ” ຂອງອົງການ CIA
ຜູ້ທີ່ສາມາດເຂົ້າຫາທ່ານ ປູຕິນ ໄດ້.