ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ກ່າວຫາ ເກົາຫລີເໜືອ ສຳລັບການໂຈມຕີ ທາງອິນເຕີແນັດ ຢູ່ທົ່ວໂລກ


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທີລເລີສັນ ນັ່ງຟັງ ປະທານາທິບໍດີດຳໂນລ ທຣໍາ ປະກາດວ່າ ເກົາຫລີເໜືອ ເປັນ ປະເທດສະໜັບສະໜູນການກໍ່ການຮ້າຍ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທີລເລີສັນ ນັ່ງຟັງ ປະທານາທິບໍດີດຳໂນລ ທຣໍາ ປະກາດວ່າ ເກົາຫລີເໜືອ ເປັນ ປະເທດສະໜັບສະໜູນການກໍ່ການຮ້າຍ.

ລັດຖະບານ​ປະທານາທິບໍດີ​ ທຣໍາ ກ່າວ​ຫາ ເກົາຫລີ​ເໜືອ​ ຢ່າງ​ເປັນ​ທາງ​ການ​ວ່າ ​ເລີ້​ມ
ທຳ​ການ​ໂຈມ​ຕີ​ທຳ​ລາຍທາງ​ອິນ​ເຕີແນັດ​ໃນ​ຕອນ​ຕົ້ນໆ ທີ່​ເປັນ​ຜົນ​ກະ​ທົບ​ຕໍ່​ຄອມ​ພິວ
​ເຕີ​ຫລາຍ​ຮ້ອຍ​ພັນ​ໝ່ວຍຢູ່​ທົ່ວ​ໂລກ​ໃນ​ຕົ້ນ​ປີ​ນີ້.

ທີ່​ປຶ​ກສາກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ ທ່ານ ​ທັອ​ມ ​ໂບ​ເສີດ
ໄດ້ຂຽນລົງ​ຢູ່ໃນບົດ​ແນວ​ຄິດ​ໃນ​ໜ້າ​ສັງ​ສືພິມ ວໍລ໌ ສຕຣິດ ເຈີໂນ (Wall Street
Jornal) ໃນແລງວັນຈັນວານ​ນີ້ “ການໂຈມດັ່ງກ່າວມີໄປຢ່າງແຜ່ກວ້າງ ແລະສິ້ນເປືອງ
ຄ່າໃຊ້ຈ່າຍນັບເປັນຫຼາຍພັນລ້ານ”.

ພຽງ​ຢາງ​ ໄດ້​ເປັນບ່ອນ​ທີ່ຖືກ​ສົງ​ໄສ​ມາແຕ່​ດົນ​ນານ​ວ່າແຜ່ກະຈາຍ​ໄວຣັສຄອມ​ພິວ​ເຕີ
ທີ່​ຮ້ອງ​ວ່າ ວັນນາ​ຄຣາຍ ​ໃນ​ເດືອນ​ພຶດສະພາ ທີ່​ໄດ້​ເຮັດ​ໃຫ້​ຜູ້ໃຊ້​ເຂົ້າ​ໄປ​ຫາຂໍ້ມູນ ແລະ

ສິ່ງທີ່ຈຳເປັນຕ່າງໆບໍ່​ໄດ້ຢ່າງ​ໜ້ອຍຢູ່ໃນ 150 ປະ​ເທດ. ຮວມຢູ່​ໃນ​ລາຍ​ຊື່ພວກ​ທີ່​ໄດ້
ຮັບ​ຜົນ​ກະທົບ​ກໍ​ມີ ​ບໍລິສັດສົ່ງຄ່ຽນ ​ເຟດ​ເອັກສ, ບໍລິ​ສັດ​ໂທລະ​ຄົມມະ​ນາ​ຄົມ​ສ​ະ​ແປ​ນິສ
​ເຕ​ເລໂຟນິກາ ​ແລະ​ຫ້ອງການ​ບໍລິການ​ສຸຂະພາບ​ແຫ່ງ​ຊາດ​ອັງກິດ ທີ່​ໄດ້ບັງຄັບ​ໃຫ້ບັນ
ດາ​ໂຮງໝໍ​ປິດ​ການຜ່າ​ຕັດ ​ແລະ​ສົ່ງ​ລົດ​ໂຮງໝໍ​ໄປ​ຫາແຫ່ງ​ອື່ນ. ​ໂຄງການ​ດັ່ງກ່າວ​ໄດ້​
ຮຽ​ກຮ້ອງ​ເອົາຄ່າ​ໄຖ່ ​ເພື່ອ​ປ່ອຍ​ການ​ປິດ​ຫລ້ອກ​ເອກ​ກະສາ​ນທີ່ ​ເປັນຜົນ​ກະທົບ​ຕໍ່​ເຄື່ອງ
ຈັກຂອງຕົນ.

ການ​ໂຈມ​ຕີ​ຂອງ ວັນ​ນາຄຣາຍ ​ໃນ​ທີ່​ສຸດ​ກໍໄດ້​ຖືກ​ຢຸດ ​ໂດຍ​ຜູ້​ທັບ​ມ້າງ​ອັງກິດ​ຄົນ​ນຶ່ງຜູ້​
ທີ່​ໄດ້​ພົບ​ເຫັນ “ປຸ່ມ​ສັງຫານ” ຢູ່​ໃນ​ເຄັດ​ລັບ​ທີ່​ເຮັດ​ໃຫ້ໄວຣັສດັ່ງກ່າວພິການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US NOKOR Cyberattack
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG