ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກ່າວຫາ ຈີນ ວ່າ ແຊກແຊງ ເຂົ້າໃນ ການເລືອກຕັ້ງ ສະຫະລັດ ປີ 2018


ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ຕໍ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 73, ຢູ່ສຳນັກງານໃຫຍ່ ໃນນະຄອນ ນິວຢອກ, ວັນທີ 26 ກັນຍາ 2018.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ຕໍ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 73, ຢູ່ສຳນັກງານໃຫຍ່ ໃນນະຄອນ ນິວຢອກ, ວັນທີ 26 ກັນຍາ 2018.

ປະທານາທິບໍດີ ດໍໂນລ ທຣຳ ກ່າວຫາຈີນວ່າ ກຳລັງແຊກແຊງ ເຂົ້າໃນການ ເລືອກຕັ້ງ
ສະຫະລັດ ທີ່ຈະມີຂຶ້ນ​ໃນ​ໄວໆນີ້.

“ເປັນທີ່ໜ້າເສຍໃຈ ພວກເຮົາໄດ້ພົບເຫັນວ່າ ຈີນໄດ້ພະຍາຍາມ ທີ່ຈະແຊກແຊງ
ເຂົ້າໃນການເລືອກຕັ້ງ ປີ 2018 ທີ່ຈະມີຂຶ້ນ ໃນເດືອນພະຈິກນີ້ ເພື່ອຕໍ່ຕ້ານ
ລັດຖະບານ ຂອງຂ້າພະເຈົ້າ”
ທ່ານ ທຣຳ ໄດ້ກ່າວ ໃນລະຫວ່າງ ການກ່າວຄຳປາໄສ
ເມື່ອຕອນເຊົ້າວັນພຸດວານນີ້ ໃນຂະນະທີ່ເປັນປະທານ ກອງປະຊຸມສະພາ ຄວາມໝັ້ນຄົງ
ສະຫະປະຊາຊາດ ຄັ້ງທຳອິດຂອງທ່ານ.

ທ່ານ ກ່າວຕື່ມວ່າ “ພວກເຂົາເຈົ້າ ບໍ່ຢາກໃຫ້ຂ້າພະເຈົ້າ ຫຼືໃຫ້ພວກເຮົາ ຊະນະ
ເພາະວ່າ ຂ້າພະເຈົ້າ ເປັນປະທານາທິບໍດີ ຜູ້ທຳອິດເລີຍ ທີ່ໄດ້ທ້າທາຍ ຈີນ ໃນເລື້ອງ
ການຄ້າ. ແລະ ພວກເຮົາກຳລັງຊະນະ ໃນດ້ານການຄ້າ. ພວກເຮົາ ກຳລັງຊະນະ
ໃນທຸກລະດັບ.”

ບໍ່ດົນຫຼັງຈາກ ທ່ານ ທຣຳ ໄດ້ໃຫ້ຄຳເຫັນດັ່ງກ່າວ ລັດຖະມົນຕີວ່າການຕ່າງປະເທດ ຂອງ
ຈີນ ກໍໄດ້ປະຕິເສດ ຕໍ່ຂໍ້ກ່າວຫາຂອງ ທ່ານ ທຣຳ ກ່ຽວກັບການແຊກແຊງ ເຂົ້າ​ໃນການ
ເລືອກຕັ້ງດັ່ງກ່າວ.

ລັດຖະມົນຕີວ່າການຕ່າງປະເທດ ວັງ ຢີ ໄດ້ກ່າວ​ຕໍ່ບັນດານັກຂ່າວ ວ່າ ປັກກິ່ງ ປະຕິບັດ
ຕາມຫລັກການຂອງການບໍ່ເຂົ້າໄປແຊກແຊງ ໃນເລື້ອງພາຍໃນ ຂອງປະເທດອື່ນໆ
ແລະ ບໍ່ຍິນຍອມຮັບເອົາ “ການກ່າວຫາທີ່ບໍ່ມີເຫດຜົນ” ຕໍ່ຈີນ. ໃນເວລາຕໍ່ມາ ຂອງ
ວັນພຸດວານນີ້ ທ່ານ ທຣຳ ໃນຂໍ້ຄວາມທີ່ຂຽນລົງທວີດເຕີ້ ໄດ້ກ່າວວ່າ “ແທ້ຈິງແລ້ວ ຈີນ
ໄດ້ນຳເອົາໂຄສະນາຊວນເຊື່ອ ລົງໃນໜັງສືພິມ Des Moines Register ຊຶ່ງເປັນ
ໜັງສືພິມລາຍວັນ ຂອງລັດໄອໂອວາ ແລະ ໜັງສືພິມອື່ນໆ ຊຶ່ງເຮັດໃຫ້ເບິ່ງຄືວ່າ
ເປັນຂ່າວສານ. ອັນນັ້ນ ກໍຍ້ອນວ່າ ພວກເຮົາກຳລັງຊະນະ ພວກເຂົາເຈົ້າ ໃນດ້ານ
ການຄ້າ ທີ່ເປັນການເປີດ ຕະຫຼາດຫຼາຍແຫ່ງ ແລະ ພວກຊາວກະສິກອນ ຈະໄດ້
ກຳໄລຫຼວງຫຼາຍ ເມື່ອອັນນີ້ຈົບລົງ!”

ສື່ມວນຊົນຂອງທາງການຈີນ ໄດ້ຈ່າຍຄ່າລົງໂຄສະນາ ໃນໜັງສືພິມໃຫຍ່ໆ ຂອງ
ອາເມຣິກາ ຕື່ມອີກຢ່າງໜ້ອຍສອງສາມປີ. ເຖິງແມ່ນວ່າ ພວກນັກຂ່າວ ບາງຄົນ ໃນ
ສະຫະລັດ ກໍໄດ້ຕ້ອງຕິພຶດຕິກຳນີ້ວ່າ ຜິດຕໍ່ຈັນຍາບັນ ເຊິ່ງມັນ ກາຍເປັນສິ່ງທີ່ປົກກະຕິ
ສຳລັບ ບັນດາປະເທດ ແລະ ບໍລິສັດຕ່າງໆ ທີ່ຈະຕົກລົງກັນ ໃນເນື້ອຫາທີ່ໄດ້ຈ່າຍໄປ
ແລ້ວ ໂດຍທີ່ບໍ່ໄດ້ຜ່ານຊ່ອງທາງ ບັນນາທິການຂອງໜັງສືພິມ.

ການກ່າວຫາຂອງທ່ານທຣຳ ກ່ຽວກັບການແຊກແຊງເຂົ້າໃນການເລືອກຕັ້ງ ຂອງຈີນນັ້ນ
ເຮັດໃຫ້ຄວາມກົດດັນຕໍ່ປັກກິ່ງ ເພີ້ມຂຶ້ນຕໍ່ເນື່ອງ ໃນລະຫວ່າງ ທີ່ສົງຄາມການຄ້າ ກຳລັງ
ທະວີຂຶ້ນເລື້ອຍໆ. ເມື່ອສັບປະດາແລ້ວນີ້ ທ່ານທຣຳ ໄດ້ກ່າວຫາ ຈີນ ວ່າ ພະຍາຍາມ
ຊັກຈູງ ການເລືອກຕັ້ງກາງສະໄໝ ຂອງສະຫະລັດ ທີ່ກຳລັງຈະມີຂຶ້ນ ດ້ວຍການແນເປົ້າ
ໝາຍໃສ່ ພວກມີສິດອອກສຽງ ທີ່ສະໜັບສະໜູນ ທ່ານ ທຣຳ ໃນປີ 2016 ນັ້ນ.

Trump Says China Trying to Meddle in US Midterms
please wait

No media source currently available

0:00 0:00:39 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG