ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ກັບ ທ່ານ ອາເບະ ລົມກັນເລື່ອງ ວຽກງານແລະພາກັນພັກຜ່ອນໄປພ້ອມ

ປະທານາທິບໍດີ ດໍໂນລ ທຣຳ, ຜູ້ທີ 3 ຈາກຂວາ, ແລະສະຕີໝາຍເລກນຶ່ງ ເມີລາເນຍ ທຣຳ, ດ້ານຊ້າຍຫຼັງ, ນັ່ງຮັບປະທານອາຫານຄ່ຳ ກັບນາຍົກຍີ່ປຸ່ນ Japanese ຊີນໂຊ ອາເບະ, ຜູ້ທີ 3 ຈາກຊ້າຍ, ແລະພັນລະຍາຂອງທ່ານ Akie Abe, ຂວາ, ຢູ່ທີ່ເຄຫາສະຖານ Mar-a-Lago ຂອງທ່ານທຣຳ ໃນເມືອງ Palm Beach, ລັດ Florida, ວັນທີ 10 ກຸມພາ 2017.

ປະທານາທິບໍດີ ສະຫະລັດ ທ່ານ Donald Trump ກັບທ່ານ Shinzo Abe ນາຍົກ
ລັດຖະມົນຕີ ຍີ່ປຸ່ນ ໄດ້ພົບພໍ້ກັນ ແບບປະປົນ ໃນເລື່ອງວຽກງານ ໃສ່ກັບການພັກຜ່ອນ
ໄປດ້ວຍ ໃນວັນເສົາວານນີ້ ເປັນມື້ທີສອງ ໃນກອງປະຊຸມສຸດຍອດຂອງພວກຜູ້ນຳທັງສອງ.

ມື້ນຶ່ງ ລຸນຫຼັງທ່ານ ທຣຳ ໄດ້ປະກາດທີ່ທຳນຽບຂາວວ່າ ສາຍພົວພັນ ລະຫວ່າງສອງ
ປະເທດນີ້ ເປັນເສົາຄໍ້າຂອງສັນຕິພາບໃນເອເຊຍຕາເວັນອອກ ແລ້ວທ່ານ ທຣຳ ກັບ
ທ່ານ ອາເບະ ກໍໄດ້ຫຼິ້ນກັອຟນຳກັນ ໃນວັນເສົາວານນີ້ ທີ່ສະໜາມກັອຟແຫ່ງຊາດ
ຂອງທ່ານ ທຣຳ ໄກ້ໆກັບ ພື້ນທີ່ ມາຣ-ອາ-ລາໂກ ທີ່ ເມືອງ Palm Beach ລັດ Florida.

ຂໍ້ຄວາມທີ່ຂຽນລົງທາງ Twitter ຂອງ ປະທານາທິບໍດີ ທຣຳ

ທ່ານ ທຣຳ ກັບ ທ່ານ ອາເບະ ໄດ້ສົນທະນາກັນຫຼາຍເລື່ອງກວ່າ ໃນເວລາຮັບປະທານ
ອາຫານ ຢູ່ສະຖານທີ່ຫຼາຍໆແຫ່ງ ທີ່ ທ່ານ ທຣຳ ເປັນເຈົ້າຂອງ ຢູ່ໃນ ລັດ ຟຣໍຣິດາ.

ໃນເວລາ ກ່ອນທີ່ຂະບວນຣົດແຫ່ຈະໄປເຖິງສະໜາມກັອຟນັ້ນ ຂະບວນດັ່ງກ່າວ ກໍໄດ້
ຜ່ານພວກປະທ້ວງຫຼາຍສິບຄົນ ທີ່ຖືປ້າຍຄຳຂວັນທີ່ບາງອັນ ເວົ້າວ່າ “ຢຸດເຊົາຄວາມ
ກຽດຊັງ”
ແລະ “ການຢັບຢັ້ງ.”

ກ່ອນຈະລົງໄປລັດ ຟລໍຣິດາໃນບ່າຍວັນສຸກ ຜູ້ນຳທັງສອງ ໄດ້ເລີ່ມສົນທະນາກັນ ທີ່
ທຳນຽບຂາວ ທີ່ໃຫ້ໂອກາດພວກເພິ່ນໄດ້ເນັ້ນຢໍ້າ ເຖິງຄວາມສຳພັນ ອັນມີມາຍາວນານ
ໃນສົນທິສັນຍາ ດ້ານຄວາມປອດໄພ ທັງໄດ້ຊຸກຍູ້ສາຍພົວພັນທາງເສດຖະກິດນຳ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຕ້ອນຮັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຊີນໂຊ ອາເບະ ຢູ່ນອກ ຟາກຕາເວັນຕົກຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ກຸມພາ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຕ້ອນຮັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຊີນໂຊ ອາເບະ ຢູ່ນອກ ຟາກຕາເວັນຕົກຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ກຸມພາ 2017.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG