ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ເດີນທາງໄປ ພາກພື້ນ ທີ່ຖືກທຳລາຍ ໂດຍພາຍຸ ໃນລັດ ເທັກຊັສ ແລະ ພົບປະກັບ ຜູ້ໄດ້ຮັບເຄາະຮ້າຍ


ປະທານາທິບໍດີ ດໍໂນລ ທຣຳ ແລະ ທ່ານນາງ ເມລາເນຍ ທຣຳ ພົບປະກັບປະຊາຊົນ ທີ່ໄດ້ຮັບຜົນກະທົບໂດຍພາຍຸເຮີຣິເຄນ Harvey ໃນລະຫວ່າງການຢ້ຽມຢາມສູນ NRG ໃນເມືອງ Houston, ລັດ Texas, 2 ກັນຍາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ແລະ ທ່ານນາງ ເມລາເນຍ ທຣຳ ພົບປະກັບປະຊາຊົນ ທີ່ໄດ້ຮັບຜົນກະທົບໂດຍພາຍຸເຮີຣິເຄນ Harvey ໃນລະຫວ່າງການຢ້ຽມຢາມສູນ NRG ໃນເມືອງ Houston, ລັດ Texas, 2 ກັນຍາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ໄປໃຊ້ເວລານຶ່ງມື້ ເພື່ອຢ້ຽມຢາມພວກ
ໄດ້ຮັບເຄາະຈາກໄພພາຍຸເຮີຣິເຄນ ໂດຍສິ້ນສຸດລົງຢູ່ເຂດທະເລສາບ Lake Charles
ໃນລັດ Louisiana ຊຶ່ງເພິ່ນໄດ້ສຳພັດມືກັບພວກໜ່ວຍກູ້ໄພສຸກເສີນທັງຫຼາຍ ທັງໄດ້
ຖ່າຍຮູບຮ່ວມກັບພວກເຂົາເຈົ້ານຳ.

ທ່ານ ທຣຳ ບໍ່ໄດ້ໃຫ້ຄວາມເຫັນຢ່າງເປັນທາງການໃດໆ ເວລາທ່ານຢຸດແວ່ເປັນເວລາ
ສັ້ນໆໃນລັດ Louisiana ນັ້ນ ແຕ່ທ່ານໄດ້ພົບພໍ້ກັບພວກເຄາະຮ້າຍຫຼາຍຄົນ ທັງໄດ້ໃຫ້
ຄຳໝັ້ນສັນຍາວ່າ ຈະຊ່ອຍແກ້ໄຂບັນຫາ ຈາກໄພພິບັດຂອງພາຍຸເຮີຣີເຄນ ຮາວີ ນັ້ນ
ໂດຍໄວ.

ໃນທ້າຍສັບປະດາແລ້ວນີ້ ພາຍຸ ຮາວີ ໄດ້ຖະລົ່ມພື້ນທີ່ໃນລັດ ເທັກຊັສ ສ້າງຄວາມຫາ
ຍະນະ ໃຫ້ແກ່ປະຊາຄົມເຂດຊາຍຝັ່ງ ແລະ ທັງມີນໍ້າຝົນຕົກລົງມາ ເປັນຈຳນວນມະຫາ
ສານໃນທາງພາກຕາເວັນອອກສຽງໃຕ້ ແລະ ລັດ ລຸຍຊິອານາ ທີ່ຢູ່ຕິດກັນນັ້ນນຳ. ໃນ
ວັນເສົາວານນີ້ ພວກເຈົ້າໜ້າທີ່ກ່າວວ່າ ພວກທີ່ເສຍຊິວິດທັງໝົດຈາກພາຍຸດັ່ງກ່າວມີ
44 ຄົນ.

ໃນຕອນເຊົ້າວັນເສົາວານນີ້ ທ່ານ ທຣຳ ໄດ້ກ່າວຕໍ່ຝູງຊົນຜູ້ລອດຊີວິດ ຢູ່ໃນເມືອງ
ຮີວສຕັນ ຢູ່ ໂບດ First Church of Pearland.

ທ່ານ ກ່າວວ່າ “ພວກເຮົາຍັງຕ້ອງໄດ້ເດີນໄປອີກໄກ ແຕ່ນໍ້າກໍໄດ້ເຫືອດແຫ້ງໄປແລ້ວ.”

ທ່ານກ່າວຕໍ່ໄປວ່າ “ເບິ່ງແມ້ ເບິ່ງຄຸ້ມບ້ານຂອງທ່ານແມ້ ມື້ວານນີ້ ມີນໍ້າເຕັມໄປທົ່ວ ມື້ນີ້
ແຫ້ງໝົດແລ້ວເດ້ ແລະ ກໍສະອາດແລ້ວເດ້ ຂ້າພະເຈົ້າຈະຂໍເວົ້າວ່າ ພວກທ່ານມີແຕ່
ພວກເຮັດວຽກຂະຫຍັນມາຊ່ອຍ."

ທ່ານປະທານາທິບໍດີ ໄດ້ໄປຢ້ຽມຢາມລັດ ເທັກຊັສ ເປັນເທື່ອສອງ ໃນສັບດາດຽວກັນ
ເພື່ອສະແດງເຖິງການອູ້ມຊູ ໃນການຮັບມືກັບບັນຫານໍ້າຖ້ວມທີ່ໃຫຍ່ໂຕຄັ້ງນີ້ ຢູ່ໃນເມືອງ
ຮິວສຕັນ. ສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣຳ ກໍໄດ້ຕິດຕາມສາມີໄປນຳ.

ຄອບຄົວຂອງທ່ານ ທຣຳ ໄດ້ໄປຢາມສູນກາງ NRG ທີ່ເປັນສູນກາງພັກເຊົາຂອງພວກ
ຂາດທີ່ຢູ່ອາໄສ ບ່ອນທີ່ສະຕີໝາຍເລກນຶ່ງ ໄດ້ໃຊ້ເວລາໄລຍະນຶ່ງ ຢູ່ກັບພວກເດັກນ້ອຍ
ໃນແຫ່ງດັ່ງກ່າວ ໂດຍໄດ້ມອບປຶ້ມອ່ານ, ສໍສີຂີດຂຽນ ແລະເກມຕ່າງໆໃຫ້ພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG