ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ທຣຳ ໃຫ້ຄຳໝັ້ນສັນຍາ ວ່າຈະເອົາຊະນະ ວິກິດການ ຢາ Opioid ໃນສະຫະລັດ


ທ່ານ​ທຣຳ ໃຫ້ຄຳຖະແຫຼງການ ກ່ຽວກັບວິກິດການເລື່ອງຢາ Opioid, 8 ສິງຫາ, 2017, ທີ່ສະໂມສອນສະໜາມກ໊ອຟ ທີ່ເມືອງ Bedminster, ລັດ New Jersey. ຈາກຊ້າຍຫາຂວາ ທີ່ປຶກສາຂັ້ນອະວຸໂສປະຈຳທຳນຽບຂາວ ທ່ານນາງ Kellyanne Conway, ​ລັດຖະມົນຕີສາທາລະນະ​ສຸກ​ແລະ​ສັງຄົມສົງ​ເຄາະ ທ່ານ Tom Price, ທ່ານ​ທຣຳ, ແລະສະຕີໝາຍເລກນຶ່ງ.
ທ່ານ​ທຣຳ ໃຫ້ຄຳຖະແຫຼງການ ກ່ຽວກັບວິກິດການເລື່ອງຢາ Opioid, 8 ສິງຫາ, 2017, ທີ່ສະໂມສອນສະໜາມກ໊ອຟ ທີ່ເມືອງ Bedminster, ລັດ New Jersey. ຈາກຊ້າຍຫາຂວາ ທີ່ປຶກສາຂັ້ນອະວຸໂສປະຈຳທຳນຽບຂາວ ທ່ານນາງ Kellyanne Conway, ​ລັດຖະມົນຕີສາທາລະນະ​ສຸກ​ແລະ​ສັງຄົມສົງ​ເຄາະ ທ່ານ Tom Price, ທ່ານ​ທຣຳ, ແລະສະຕີໝາຍເລກນຶ່ງ.

ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ໄດ້ກ່າວໃນວັນ​ອັງຄານ​ວານ​ນີ້ວ່າ
ສະຫະລັດ ບໍ່​ມີທາງ​ເລືອກ​ອື່ນ​ໃດ ມີ​ແຕ່ຈຳເປັນ​ຕ້ອງໄດ້​ທຳລາຍ​ການລະບາດ​ຂອງ​ການ
​ໃຊ້ຢາ ໂອປີອອຍ ເທົ່ານັ້ນ ​ຊຶ່ງມັນໄດ້​ເອົາຊີວິດ​ຊາວ​ອາ​ເມຣິກັນໄປ ຫຼາຍ​ກວ່າ 100 ຄົນ
​ໃນ​ແຕ່​ລະ​ວັນ. ໃນ​ຄຳ​ຖະ​ແຫຼ​ງຢູ່​ທີ່​ສະ​ໂມ​ສອນ​ຫຼິ້ນ​ກ໊ອຟຂອງທ່ານ ​ໃນ​ລັດ New Jersey
ນັ້ນ ທ່ານ​ທຣຳ ກ່າວ​ວ່າ​ ການ​ໃຊ້​ຢາ​ດັ່ງກ່າວ​ໃນທາງຜິດໃນ​ປະ​ເທດ ​ໄດ້​ເພີ່ມ​ຂຶ້ນເປັນ
​ສີ່​ເທົ່າ ​ໃນ​ຮອບ 2 ທົດ​ສະ​ວັດ​ຜ່ານ​ມາ​ນີ້ ​ໃນ​ຂະນະ​ທີ່​ຄວາມ​ພະຍາຍາມ​ທີ່​ຈະ​ຕັດ​ຮອນ
ມັນ ໄດ້ມີໜ້ອຍ​ລົງ.

ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ໃນການ​ເອົາ​ມາດຕະການເພື່ອ​ຕໍ່ສູ້ “​ກັບຄວາມຮ້າຍກາດ,”
ນີ້ ໂດຍມີຮວມທັງ ການຮ້ອງຟ້ອງທີ່​ໜັກ​ແໜ້ນ​ກວ່າ​ເກົ່າ​ ໃນ​ອາ​ຊະ​ຍາ​ກຳ​ທີ່​ພົວພັນ​ກັບ
​ຢາ​ເສບ​ຕິດ​ພວກ​ນີ້ ການ​ຄວມຄຸມ​ທີ່​ຮັດກຸມ​ກວ່າ ​ໃນ​ຊາຍ​ແດນ​ທາງ​ພາກ​ໃຕ້​ຂອງ
ສະຫະລັດ​ ບ່ອນທີ່​ສ່ວນ​ໃຫຍ່ ເປັນ​ແຫຼ່ງ​ລັກລອບ​ ຢາໂອປີອອຍ ນີ້ ​ເຂົ້າ​ມາ​ໃນປະ​ເທດ
ການ​ໃຫ້​ບໍລິການ​ຮັກສາ​ພະຍາບານ​ ​ແລະ​ປ້ອງ​ກັນ​ການ​ຕິດ​ຢາ​ທີ່​ວ່າ​ນີ້ ຊຶ່ງ​ວັນນະ​ສອນ
ຈະ​ນຳ​ລາຍ​ລະອຽດ​ຈາກ ນັກ​ຂ່າວ​ຂອງ VOA Zlatica Hoke ມາສະ​ເໜີ​ທ່ານ
ໃນອັນ​ດັບ​ຕໍ່​ໄປ.

ຢູ່ຄຽງ​ຂ້າງຂອງ​ທ່ານນັ້ນ ມີ​ພັນ​ລະ​ຍາ​ຂອງ​ທ່ານ ຄືທ່ານ​ນາງ Malania ​ແລະ​ລັດຖະມົນຕີ
ສາທາລະນະ​ສຸກ​ແລະ​ສັງຄົມ​ສົງ​ເຄາະ ທ່ານ Tom Price, ເວລາທ່ານ​ທຣຳ ​ໄດ້​ບອກ
ບັນດາ​ນັກ​ຂ່າວ​ວ່າ ການລະບາດ​ຂອງ​ຢາ​ເສບ​ຕິດ​ ​ເປັນໄພ​ຂົ່ມຂູ່ ​ຢູ່ໃນທຸກໆ​ພາກສ່ວນ
ຂອງ​ປະຊາຊົນ​ຊາວ​ອາ​ເມຣິກັນ.

ປະທານາທິບໍດີ​ທຣຳ ກ່າວ​ວ່າ “ປັດຈຸບັນນີ້ ການ​ໃຊ້​ຢາ​ເກີນ​ກຳໜົດ​ ​ແມ່ນ​ເປັນສາ​ເຫດ​
ຂອງ​ການ​ຕາຍແບບບໍ່ຄາດຄິດ ທັງມີຈຳນວນຜູ້ຕາຍຫຼາຍທີ່ສຸດ​ຢູ່​ໃນສະຫະລັດ
ແລະ​ການຕາຍ​ຈາກ​ການໃຊ້ຢາ opioid ທີ່ຫ້າມເຈັບປວດຢ່າງຜິດໆນີ້ ກໍແມ່ນມີ​ສູງ
ເກືອບ​ເປັນ​ສີ່​ເທົ່າ ນັບ​ຕັ້ງ​ແຕ່​ປີ 1999 ເປັນຕົ້ນມາ ຊຶ່ງ​ບັນຫາ​ທີ່ຄ້າຍໆຄືກັນນີ້ ​ພວກ​ເຮົາ​
ຍັງ​ບໍ່​ທັນໄດ້​ພົບ​ເຫັນ​ເທື່ອ.”

ທ່ານ​ທຣຳ ໄດ້ຖິ້ມ​ໂທດເລື່ອງ​ວິ​ກິດ​ການ​ນີ້ ໃສ່​ລັດຖະບານ​ຊຸດ​ກ່ອນ ​ໂດຍ​ກ່າວ​ວ່າ ການ​
ຮ້ອງ​ຟ້ອງ​ຂອງ​ລັດຖະບານ​ກາງ ​ຕໍ່​ອາຊະ​ຍາ​ກຳ ​ທີ່​ພົວພັນ​ກັບ​ຢາ​ເສບ​ຕິດນີ້ ​ໄດ້​ຫຼຸດ​ລົງ​
ປະມານ 23​ ເປີ​ເຊັນ ລະຫວ່າງ​ປີ 2011 ຫາ 2016 ​ໃນ​ຂະນະ​ທີ່​ ໄລຍະ​ຂອງການ​ລົງ​
ໂທດ​ສະ​ເຫຼ່ຍ​ກໍແມ່ນ​ສັ້ນ​ລົງ. ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ທ່ານ​ຈະ​ຕ່າວ​ປີ້ນ​ແນວ​ໂນ້ມ
ທີ່​ວ່າ​ນີ້.

ທ່ານ​ທຣຳ ກ່າວ​ຕື່ມ​ວ່າ “ພວກ​ເຮົາ ຈະ​ທຳ​ການ​ຄຸ້ມ​ກັນ​ຢ່າງ​ໜາ​ແໜ້ນຢູ່​ຕາມ​ຊາຍ​ແດນ​
ພາກ​ໃຕ້​ຂອງ​ປະ​ເທດ ບ່ອນ​ທີ່ພວກ​ຢາ​ເສບ​ຕິດທີ່​ວ່າ​ນີ້ຫຼັ່ງໄຫຼເຂົ້າມາ ​ພວກ​ເຮົາ​ຍັງ​ໄດ້​
ໂອ້​ລົມ​ສົນທະນາ​ກັບ​ຈີນ ບ່ອນ​ທີ່​ເຮັດຢາ​ເສບ​ຕິດບາງຢ່າງຂຶ້ນ​ມາ​ແລະ​ນີ້​ມັນເປັນ​ສິ່ງ​
ທີ່​ຊົ່ວ​ຮ້າຍຫຼາຍ. ນອກນັ້ນ ພວກ​ເຮົາ​ຍັງ​ໄດ້​ໂອ້​ລົມ​ກັບ​ບັນດາ​ປະ​ເທດ​ອື່ນໆນຳ ​
ແລະ​ພວກ​ເຮົາ ກໍ​ຈະໄດ້ຮັບ​ການ​ຮ່ວມ​ມືຈາກພວກເຂົາເຈົ້າ.”

ຄະນະກຳມາທິການ​ທີ່ແຕ່ງຕັ້ງ​ຂຶ້ນ​ມາ​ເພື່ອ​ການ​ສຶກສາບັນຫາ​ນີ້ ​ໄດ້​ຊຸກຍູ້​ໃຫ້​ປະທານາ
ທິບໍດີ ​ໃນ​ສັບປະດາ​ແລ້ວ​ນີ້ ​ໃຫ້ປະກາດ​ພາວະ​ສຸກ​ເສີນ​ປະດັບ​ຊາດ ​ເພື່ອ​ນຳ​ເອົາ​ເລື່ອງ​ການໃຊ້ຢາ​ ​ opioid ໃນທາງຜິດນີ້ ມາ​ສົນທະນາ​ກັນ.

ທ່ານ ຣມຕ Price ກ່າວ​ວ່າ ຊາວ​ອາ​ເມຣິກັນ 52 ພັນ ຄົນ ໄດ້​ເສຍ​ຊີວິດ ຈາ​ກການ​ເສບ​ຢາ
​ເກີນ​ກຳໜົດ ​ໃນ​ປີ 2015 ​ແລະ​ວ່າ ​ຈຳນວນດັ່ງກ່າວ​ແມ່ນ​ມີ​ເພີ່ມ​ຂຶ້ນ. ທ່ານ​ໄດ້​ກ່າວ​ວ່າ
ອົງການ​ຂອງ​ທ່ານ ຈະ​ເຮັດ​ວຽກ​ໃນດ້ານການຮັກສາ​ພະຍາບານ​ແລະ​ຊ່ອຍພວກ​ທີ່​ຕິດ​ຢາດັ່ງກ່າວໃຫ້ຊ່ວງເຊົາ ​ແລະສົ່ງ​ເສີມ​ສະໜັບສະໜູນ​ການ​ວິ​ໄຈ​ປ້ອງກັນອາການ​ເຈັບປວດ
​ໂດຍ​ປາດ​ສະ​ຈາກ​ການໃຊ້ຢາເສບ​ຕິດໃດ​ໆ.

ທ່ານ Price ກ່າວອີກ​ຕື່ມ​ວ່າ “ສິ່ງ​ນຶ່ງ​ທີ່​ພວກ​ເຮົາ ​ໄດ້​ກະທຳ​ມາ​ ກໍ​ແມ່ນ​ການ​ນຳ​ປາກ​ສຽງ​
ແລະ​ການ​ມີໜ້າ​ເຂົ້າ​ມາພົວພັນ​ ​ໂດຍການ​ລົງ​ພື້ນຖານ​ໄປ​ທົ່ວ​ປະ​ເທດ ​ໃນ​ຫຼາຍໆ​ລັດ ​
ແລະ​ປະຊາຄົມຕ່າງໆ ທັງພະຍາຍາມ​ທີ່​ຈະ​ຫາ​ສິ່ງ​ທີ່​ດີ​ທີ່​ສຸດ ​ຊອກຫາ​ສິ່ງ​ທີ່​ມັນ​ຈະ​ເຮັດ​
ໄດ້​ແລະ​ປະສົບ​ຜົນສຳ​ເລັດ, ​ແລະ​ສິ່ງ​ໃດ​ທີ່ເຮັດ​ບໍ່​ໄດ້ ​ໂອ້​ລົມ​ກັບ​ພວກ​ຄອບຄົວ​ຂອງ
​ພວກ​ ທີ່​ປະສົບ​ກັບວິກິດ​ການ​ເລື່ອງ​ຢາ​ເສບ​ຕິດ, ​ໂອ້​ລົມ​ກັບ​ພວກ​ທີ່​ເຄີຍ​ຜ່ານ​ການ​
ຕິດ​ຢາ​ມາ​ກ່ອນ ​ແລະໄດ້​ຮັບ​ການຮັກສາດີແລ້ວ ແລະ​ວ່າ​ແມ່ນ​ຫຍັງ​ທີ່​ພາ​ໃຫ້​ພວກ​
ເຂົາ​ເຈົ້າ​ເລີກ​ໄດ້.”

ທ່ານ Price ກ່າວ​ວ່າ ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​ຊາດ ກຳລັງ​ເຮັດ​ວຽກຢູ່ ​ເພື່ອ​ຊອກຫາ
​ວັກ​ຊີ​ນ ສຳ​ຫຼັບ​ພວກ​ຕິດ​ຢາ ​ແລະ​ຢາ​ແກ້​ປວດ​ທີ່​ບໍ່​ແມ່ນ​ຢາ​ເສບ​ຕິດ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ປະທານາທິບໍດີ ກ່າວເຖິງວິກິດການຂອງການໃຊ້ຢາ Opioid

Trump Vows US Will 'Win' in Fight Against Opioid Crisis
please wait

No media source currently available

0:00 0:02:08 0:00

XS
SM
MD
LG