ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປ. ດໍໂນລ ທຣໍາ ເຫັນພ້ອມ ທີ່ຈະເພີ້ມການກວດ ໂຄວິດ-19 ຂຶ້ນເປັນສອງເທົ່າ ຢູ່ນິວຢອກ


ຜູ້ປົກຄອງລັດນິວຢອກ ທ່ານແອນດຣູ ໂກໂມ.
ຜູ້ປົກຄອງລັດນິວຢອກ ທ່ານແອນດຣູ ໂກໂມ.

ຜູ້ປົກຄອງລັດນິວຢອກ ທ່ານແອນດຣູ ໂກໂມ ກ່າວວ່າ ທຳນຽບຂາວໄດ້ໃຫ້ ຄຳໝັ້ນສັນ
ຍາ ທີ່ຈະໃຫ້ການຊ່ວຍເຫຼືອລັດຂອງທ່ານ ເພີ້ມຄວາມສາມາດໃນ ການກວດ ເຊື້ອໄວ
ຣັສໂຄໂຣນາ ຂຶ້ນເປັນສອງເທົ່າ.

ທ່ານໂກໂມ ໄພ້ພົບປະກັບປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ທີ່ທຳນຽບຂາວ
ໃນວັນອັງຄານວານນີ້. ນິວຢອກແມ່ນຈຸດສູນກາງໃນການແຜ່ລະບາດ ຂອງເຊື້ອໄວຣັສ
ຢູ່ໃນປະເທດ ແລະຜູ້ປົກຄອງລັດແມ່ນນຶ່ງໃນບັນດາຜູ້ຕຳໜິປະ ທານາທິບໍດີຢ່າງໜັກ.

ແຕ່ວ່າທ່ານໂກໂມ ແລະທ່ານທຣໍາ ໄດ້ປະການບໍ່ລົງລອຍກັນຂອງພວກທ່ານໄວ້ ຕ່າງ
ຫາກ ເມື່ອວັນອັງຄານວານນີ້ ໃນການພົບປະແບບເຊິ່ງໜ້າເທື່ອທຳອິດ ນັບ ແຕ່ເກີດ
ການລະບາດ. ຜູ້ປົກຄອງລັດຮ້ອງການໂອ້ລົມຂອງພວກທ່ານວ່າ ຊຶ່ງເປັນສິ່ງທີ່ທ່ານກ່າວ
ວ່າຈະໃຊ້ເວລາຫຼາຍອາທິດ.

ທ່ານໂກໂມ ແລະບັນດາຜູ້ປົກຄອງລັດອື່ນໆເຊື່ອວ່າ ການຮັບຟັງບັນດາຜູ້ຊ່ຽວຊານ ຕິດ
ຕາມດ້ວຍການກວດທີ່ເໝາະສົມ ຫາເຊື້ອໄວຣັສໂຄໂຣນານັ້ນເປັນກະ ແຈ ໄປສູ່ການ
ຫລຸດຜ່ອນສຳລັບການກັກໂຕໃຫ້ຢູ່ໃນບ້ານໃນເຮືອນ ແລະເລີ້ມ ເປີດທຸລະກິດຄືນອີກ
ບໍ່ແມ່ນເປັນເລື້ອງການເມືອງ ຫຼືຄວາມກົດດັນຈາກພວກ ປະທ້ວງຢູ່ຕາມຖະໜົນ.

ນິວຢອກເປັນລັດທີ່ໄດ້ຮັບຜົນກະທົບໜັກທີ່ສຸດຂອງສະຫະລັດ ຈາກການແຜ່ລະບາດ
ຂອງໄວຣັສໂຄໂຣນາ. ຕົກມາເຖິງວັນອັງຄານວານນີ້ ໄດ້ມີຫຼາຍກວ່າ 250,000 ກໍລະນີ.
ແຕ່ວ່າຈຳນວນການເສຍຊີວິດໃໝ່ ໄດ້ຫຫລຸດລົງໜ້ອຍກວ່າ 500 ຄົນ ເປັນເວລາສອງມື້
ຕິດຕໍ່ກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG