ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ທຣຳ ແລະ ທ່ານໄບເດັນ ຕ່າງກໍມີວິທີທາງ ທີ່ແຕກຕ່າງກັນ ກ່ຽວກັບເລື້ອງໄຟປ່າ ໃນພາກຕາເວັນຕົກ


ໄຟເຜົາໄໝ້ ລົດດັບເພິງ ທີ່ຈອດຢູ່ ພາຍຫຼັງຈາກໄຟປ່າໃນເຂດ Beachie Creek ໃນເມືອງ Detroit ຂອງລັດອໍເຣກັນ ໄດ້ລາມອອກໄປ.
ໄຟເຜົາໄໝ້ ລົດດັບເພິງ ທີ່ຈອດຢູ່ ພາຍຫຼັງຈາກໄຟປ່າໃນເຂດ Beachie Creek ໃນເມືອງ Detroit ຂອງລັດອໍເຣກັນ ໄດ້ລາມອອກໄປ.

ຢູ່ໃນແຕ່ລະຟາກຂອງປະເທດນັ້ນ ປະທານາທິບໍດີ ດໍໂນລ ທຣຳ ແລະຄູ່ທ້າຊິງຂອງທ່ານ ຈາກພັກເດໂມແຄຣັດ ກໍຄືທ່ານໂຈ ໄບເດັນ ທັງສອງທ່ານຕ່າງກໍໄດ້ນຳສະເໜີທັດສະນະທີ່ແຕກຕ່າງກັນຢ່າງຫຼວງຫຼາຍ ໃນວັນຈັນວານນີ້ ກ່ຽວກັບສາເຫດຂອງຄວາມເສຍຫາຍຍ້ອນໄຟປ່າຢູ່ໃນພາກຕາເວັນຕົກຂອງສະຫະລັດທີ່ເປັນປະຫວັດສາດ ຊຶ່ງໄດ້ເອົາຊີວິດຢ່າງໜ້ອຍ 35 ຄົນນັ້ນ.

ໃນລັດຄາລີຟໍເນຍ ທ່ານປະທານາທິບໍດີ ປັດເລື້ອງຄວາມເປັນຫ່ວງຕ່າງໆກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ເປັນສາເຫດຊ່ວຍເພີ້ມຈຳນວນໄຟປ່າແລະຄວາມຮຸນແຮງນັ້ນ ອອກໄປ ແລ້ວກ່າວຢ້ຳການຮຽກຮ້ອງຂອງທ່ານຕໍ່ລັດຕ່າງໆຢູ່ພາກຕາເວັນຕົກ ໃຫ້ຄຸ້ມຄອງປ່າໄມ້ດີຂຶ້ນກວ່າເກົ່າ.

“ເວລາທີ່ພວກຕົ້ນໄມ້ລົ້ມລົງໃນໄລຍະເວລາບໍ່ດົນຫຼັງຈາກນັ້ນ ພວກມັນກໍຈະແຫ້ງຫຼາຍ-ແທ້ໃດຄືກັບໄມ້ຂີດໄຟ” ທ່ານທຣຳ ໄດ້ກ່າວໄປເມື່ອເດີນທາງໄປເຖິງລັດຄາລິຟໍເນຍ. ທ່ານກ່າວຕໍ່ໄປວ່າ “ແລະພວກມັນສາມາດລະເບີດຂຶ້ນ. ພວກໃບໄມ້ເຊັ່ນກັນ. ເມື່ອທ່ານມີໃບໄມ້ແຫ້ງຢູ່ເທິງພື້ນດິນ ມັນແມ່ເຊື້ອເພິງສຳລັບໄຟປ່າ.”

ສ່ວນທ່ານໄບເດັນ ໄດ້ກ່າວຢູ່ໃນລັດເດລາແວ ທີ່ເປັນບ້ານເກີດຂອງທ່ານນັ້ນ ວ່າ “ການບໍ່ຍອມຮັບເລື້ອງດິນຟ້າອາກາດ” ຂອງທ່ານທຣໍາ ທີ່ວ່າ ມັນບໍ່ແມ່ນສາເຫດຂອງໄຟປ່າ. ແຕ່ຖ້າທ່ານປະທານາທິບໍດີ ດຳລົງຕຳແໜ່ງສະໄໝທີສອງ “ເຫດກາທີ່ຄ້າຍນາລົກເຫຼົ່ານີ້ ຈະມີຢູ່ຕໍ່ໄປແລະກາຍເປັນເລື້ອງທໍາມະດາຫຼາຍຂຶ້ນ ຮ້າຍແຮງຂຶ້ນ ແລະອັນຕະລາຍຕໍ່ຊີວິດຫຼາຍຂຶ້ນ.”

ໃນການກ່າວຖະແຫລງຢູ່ພາຍນອກທີ່ມີທົ່ງເຂົ້າບະເລ້ເປັນສາກຢູ່ດ້ານຫລັງ ໂດຍຍັງເຫຼືອຢູ່ 50 ວັນ ກ່ອນການເລືອກຕັ້ງແຫ່ງຊາດ ຊຶ່ງທ່ານໄບເດັນ ໄດ້ກ່າວຕື່ມວ່າ “ຖ້າທ່ານໃຫ້ຜູ້ວາງເພິງຕໍ່ດິນຟ້າອາກາດຢູ່ຕໍ່ອີກ 4 ປີໃນທຳນຽບຂາວ ເປັນ ຫຍັງຜູ້ໃດຈະບໍ່ແປກໃຈເລີຍວ່າ ຄັນພວກເຮົາມີການເຜົາຜານອາເມຣິກາຫຼາຍຂຶ້ນ?”

ອະດີດຮອງປະທານາທິບໍດີ ໄດ້ກ່າວວ່າ ວິທີທາງຂອງທ່ານທຣຳ ແມ່ນບໍ່ຫົວຊານຳຂໍ້ແທ້ຈິງຕ່າງໆ ແລະ “ບໍ່ຍອມຮັບຄວາມເປັນຈິງ” ໂດຍເອີ້ນມັນວ່າ ການຍອມຈຳນົນຢ່າງເຕັມສ່ວນຕໍ່ຜົນກະທົບດ້ານການປ່ຽນແປງຂອງດິນຟ້າອາກາດ.

ທ່ານໄບເດັນ ໄດ້ກ່າວໄປວ່າ ທ່າມກາງຄວາມຫາຍະນະອັນແທ້ຈິງ ອັນນີ້ຍັງເປັນເວລາຂອງຄວາມເປັນໄປໄດ້ທີ່ມະຫັດສະຈັນ, ທ່ານກ່າວຕໍ່ວ່າ ໃນຖານະເປັນປະທານາທິບໍດີ ທ່ານຈະເອົາ “ມາດຕະການທີ່ຮີບດ່ວນ” ເພື່ອຕໍ່ສູ້ກັບພາວະໂລກຮ້ອນ.

ທ່ານທຣຳ ສ່ວນໃຫຍ່ແລ້ວ ໄດ້ມິດງຽບຢູ່ກ່ຽວກັບຄວາມເສຍຫາຍທີ່ແຜ່ກວ້າງອອກໄປ ຢູ່ໃນສາມລັດທີ່ເປັນພັກເດໂມແຄຣັດຢ່າງໜຽວແໜ້ນ ຄື ລັດຄາລິຟໍເນຍ ອໍເຣກັນ ແລະວໍຊິງຕັນ ບ່ອນທີ່ເນື້ອທີ່ຫຼາຍກວ່າ 1 ລ້ານເຮັກຕາ ເທົ່າກັບ 2 ລ້ານ 5 ແສນເອເກີ ໄດ້ຖືກເຜົາຜານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG