ຄົນຂັບລົດ ໄດ້ສັງຫານ 84 ຄົນ ແລະມີຜູ້ບາດເຈັບອີກ ຫຼາຍກວ່າ 100 ຄົນເວລາລາວຂັບລົດບັນທຸກທີ່ແລ່ນໄວເຂົ້າຕຳຝູງຊົນທີ່ເມືອງ Nice ໃນແລງວັນພະຫັດຂະນະທີ່ຜູ້ຄົນພວມພາກັນສະເຫລີມສະຫລອງວັນຊາດຝຣັ່ງ.
ຜູ້ໂຈມຕີໄດ້ຂັບລົດໃນໄລຍະ 2 ກິໂລແມັດ ແລ່ນເຂົ້າຕຳຜູ້ຄົນ ທີ່ແອອັດກັນຢູ່ໃນທາງຍ່າງ ແລະລົດຄັນດັ່ງກ່າວໄດ້ຢຸດລົງ ກໍຕໍ່ເມື່ອຄົນຂັບ ໄດ້ຖືກຕຳຫຼວດຍິງຕາຍ.
ກະຊວງການຕ່າງປະເທດສະຫະລັດໃຫ້ການຢືນຢັນວ່າ ມີຊາວອາເມຣິກັນ 2 ຄົນໄດ້ເສຍຊີວິດໃນການໂຈມຕີດັ່ງກ່າວ.
ເຈົ້າໜ້າທີ່ລັດຖະບານ ໃນເມືອງ Nice ກ່າວວ່າ ຕຳຫລວດຫຼາຍໆຄົນ ແມ່ນຮວມຢູ່ໃນຈຳ ນວນພວກທີ່ເສຍຊີວິດ. ກ່າວກັນວ່າມີຜູ້ລອດຊີວິດມາໄດ້ຢ່າງໜ້ອຍ 18 ຄົນ ຍັງຢູ່ໃນອາ ການສາຫັດ.
ພວກເດັກນ້ອຍແມ່ນເຊື່ອກັນວ່າຮວມຢູ່ໃນຈຳນວນຜູ້ເສຍຊີວິດແລະ 50 ຄົນໄດ້ຖືກສົ່ງໄປຮັບການປິ່ນປົວຢູ່ທີ່ໂຮງໝໍ ຫລັງຈາກການໂຈມຕີ ທີ່ມີຂຶ້ນໃນເຂດແຄມຝັ່ງທະເລ ໃກ້ໆກັບອີຕາລີຂອງຝຣັ່ງ.
ຕຳຫຼວດລະບຸໂຕວ່າ ຜູ້ໂຈມຕີທີ່ເສຍຊີວິດແມ່ນຄົນຝຣັ່ງເຊື້ອສາຍຕູນີເຊຍ ອາຍຸ 31 ປີ ທີ່ອາໄສຢູ່ໃນເມືອງ Nice. ຕຳຫຼວດທ້ອງຖິ່ນຮູ້ຈັກລາວດີຍ້ອນຖືກຝາກໂທດໃນຂໍ້ຫາກະທຳການທີ່ຮຸນແຮງ ແຕ່ບໍ່ເຄີຍສົງໄສວ່າ ມີການພົວພັນກັບພວກກໍ່ການຮ້າຍ ຫົວຮຸນແຮງຈັດ ໂດຍພະແນກການຮັກສາຄວາມໝັ້ນຄົງຂອງຊາດ.
ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວວ່າ ການໂຈມຕີນີ້ມີອົງປະກອບທັງໝົດຂອງການກໍ່ການຮ້າຍ.
ທ່ານ Hollande ກ່າວໃນລະຫວ່າງການຖະແຫລງຕໍ່ປະເທດຊາດໃນຕອນເຊົ້າວັນສຸກມື້ ນີ້ວ່າ ບໍ່ມີຫຍັງທີ່ຈະເຮັດໃຫ້ພວກເຮົາປ່ຽນແປງໃນການຕໍ່ສູ້ຕ້ານການກໍ່ ການຮ້າຍ. ທ່ານໄດ້ກ່າວເຖິງການໂຈມຕີຢູ່ນະຄອນປາຣີ ໃນເດືອນພະຈິກປີກາຍນີ້ ໂດຍເວົ້າວ່າ ປະເທດຝຣັ່ງທັງໝົດແມ່ນຖືກຂົ່ມຂູ່ໂດຍກຸ່ມລັດອິສລາມ. "ປະເທດຝຣັ່ງທັງມວນແມ່ນຢູ່ພາຍໃຕ້ການຂົ່ມຂູ່ຂອງພວກກໍ່ການຮ້າຍລັດອິສລາມ. ພວກເຮົາຕ້ອງໄດ້ສະແດງໃຫ້ເຫັນເຖິງການເຝົ້າລະວັງຢ່າງບໍ່ລົດລະ ແລະສະແດງໃຫ້ເຫັນເຖິງການຕັດສິນໃຈທີ່ບໍ່ມີການປ່ຽນແປງ."
ປະທານາທິບໍດີຝຣັ່ງໄດ້ພົບປະກັບພວກເຈົ້າໜ້າທີ່ດ້ານຄວາມໝັ້ນຄົງທີ່ທຳນຽບ Elysee ເພື່ອພິຈາລະນາວ່າຈະດຳເນີນການຫຍັງໃນຂັ້ນຕໍ່ໄປ. ສ່ວນນາຍົກລັດຖະມົນຕີ Valls ໄດ້ກ່າວຕໍ່ປະຊາຊົນຢູ່ນອກທຳນຽບ ໂດຍປະກາດວ່າ ຝຣັ່ງຈະໄວ້ອາໄລໃນທົ່ວປະເທດເປັນເວລາ 3 ມື້ຫລັງຈາກທີ່ມີການໂຈມຕີແລ້ວ.
ປະທານາທິບໍ Hollande ກ່າວວ່າ ພາວະສຸກເສີນຊຶ່ງມີກຳນົດຈະໝົດລົງໃນທ້າຍເດືອນນີ້ ຈະຖືກຕໍ່ອາຍຸໄປອີກ 3 ເດືອນ.