ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລົດບັນທຸກ ແລ່ນເຂົ້າຢຽບຜູ້ຄົນ ທີ່ພວມສະຫຼອງ ວັນຊາດຝຣັ່ງ ເຮັດໃຫ້ 77 ຄົນ ເສຍຊີວິດ


ສົບຄົນຕາຍທີ່ຢັ່ງຢາຍຢູ່ຕາມທາງ ຫຼັງຈາກຖືກລົດບັນທຸກຢຽບ ທີ່ເມືອງ Nice ປະເທດຝຣັ່ງ.
ສົບຄົນຕາຍທີ່ຢັ່ງຢາຍຢູ່ຕາມທາງ ຫຼັງຈາກຖືກລົດບັນທຸກຢຽບ ທີ່ເມືອງ Nice ປະເທດຝຣັ່ງ.

ຄົນຂັບລົດບັນທຸກຜູ້ນຶ່ງ ໄດ້ຂັບເອົາລົດຂອງລາວ ແລ່ນເຂົ້າຢຽບຝູງຊົນ ທີ່ເມືອງ Nice ປະເທດຝຣັ່ງ ໃນແລງວັນພະຫັດ ຊຶ່ງພວມພາກັນສະເຫລີມສະຫລອງວັນເອກະລາດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 77 ຄົນແລະບາດເຈັບອີກ 100 ກວ່າຄົນ.

ກະຊວງພາຍໃນຝຣັ່ງ ໃຫ້ການຢືນຢັນກ່ຽວກັບໂຕເລກຜູ້ເສຍຊີວິດ ແລະກ່າວວ່າ ຄົນຂັບລົດທີ່ບໍ່ຮູ້ວ່າເປັນໃຜແທ້ ໄດ້ຖືກຕຳຫຼວດຍິງຕາຍ. ໃນເວລາຕໍ່ມາ ພວກເຈົ້າໜ້າທີ່ພົບວ່າ ລົດບັນທຸກຄັນນີ້ ມີລະເບີດ ລະເບີດມືແລະອາວຸດຊະນິດອື່ນໆ ອີກຢູ່ໃນນັ້ນ.

ຫ້ອງການໄອຍະການທີ່ນະຄອນຫຼວງປາຣີ ໄດ້ເລີ້ມການສືບສວນກ່ຽວກັບການກໍ່ການຮ້າຍ ກ່ຽວກັບການໂຈມຕີຄັ້ງນີ້ແລ້ວ.

ຈາກທຳນຽບຂາວ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ປະນາມ ຕໍ່ອັນທີ່ປາກົດວ່າ ເປັນການໂຈມຕີທີ່ໜ້າຢ້ານກົວຂອງພວກກໍ່ການຮ້າຍ ແລະໄດ້ມີຄຳສັ່ງໃຫ້ເຈົ້າໜ້າທີ່ສະຫະລັດ ສະເໜີການໃຫ້ ຄວາມຊ່ອຍເຫລືອຕ່າງໆເທົ່າທີ່ເປັນໄປໄດ້ແກ່ພວກເຈົ້າໜ້າທີ່ຝຣັ່ງ.

ຕຳຫຼວດຝຣັ່ງກ່າວວ່າ ເຂົາເຈົ້າກຳລັງກວດເບິ່ງວ່າ ມີຜູ້ໃດອີກໃນບ່ອນເກີດເຫດທີ່ອາດມີສ່ວນພົວພັນໃນ ການວາງແຜນຄັ້ງນີ້.

ແວ່ນດ້ານໜ້າຂອງລົດບັນທຸກໄດ້ຖືກຍິງເປັນຮູຈາກລູກປືນຂອງຕຳຫຼວດ. ຄົນຂັບລົດຍັງບໍ່ທັນຖືກລະບຸໂຕເທື່ອວ່າເປັນໃຜແທ້.

ນາງ Linda Ringe ຜູ້ກຳກັບລາຍການຂອງວີໂອເອ ໄດ້ຢູ່ໃນບໍລິເວນເກີດເຫດທີ່ເມືອງ Nice ບ່ອນທີ່ສົບຄົນຕາຍໄດ້ຖືກຕຳຢັ່ງຢາຍຢູ່ຕາມທາງທີ່ລົດບັນທຸກແລ່ນ ໃນໄລຍະ 2 ກິໂລແມັດ. ພວກເຈົ້າໜ້າທີ່ກູ້ ໄພສຸກເສີນໄດ້ເອົາຜ້າປົກສົບເຫລົ່ານີ້ໄວ້ ໃນຂະນະລົດໂຮງໝໍຟ້າວສົ່ງພວກຄົນເຈັບໄປຮັບການປິ່ນປົວ.

ພວກທີ່ເຫັນເຫດການກ່າວວ່າ ເຂົາເຈົ້າແນ່ໃຈວ່າ ການສັງຫານໝູ່ໃນຄັ້ງນີ້ແມ່ນມີໄດ້ມີຂຶ້ນໂດຍຄວາມຕັ້ງໃຈ ຢູ່ໃນເສັ້ນທາງທີ່ຖືກປິດ ໃນເວລາທີ່ເກີດເຫດ. ຄົນຂັບລົດ ໄດ້ຂັບເອົາລົດບັນທຸກຂອງລາວ ແລ່ນຕຳເຄື່ອງກີດຂວາງທີ່ຕັ້ງໄວ້ເຂົ້າໄປໃນບໍລິເວນທີ່ມີຄົນຍ່າງ ແລະຫລັງຈາກນັ້ນກໍແລ່ນຊິກແຊັກເຂົ້າໃສ່ຝູງຊົນ ແລະ ເລັ່ງຄວາມໄວຂຶ້ນເວລາລາວເຫັນຜູ້ຄົນທີ່ພວມພະຍາຍາມພາກັນຫລົບໜີ.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande ໄດ້ເປີດປະຊຸມສຸກເສີນ ທີ່ສູນກາງຮັບມືກັບວິກິດການຢູ່ກະຊວງພາຍໃນຝຣັ່ງ ໃນນະຄອນຫຼວງປາຣີ.

ການໂຈມຕີໃນວັນພະຫັດນີ້ ແມ່ນການໂຈມຕີທີ່ສຳຄັນຂອງພວກກໍ່ການຮ້າຍຄັ້ງທີສາມ ຢູ່ປະເທດຝຣັ່ງ ນັບແຕ່ປີກາຍນີ້ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Deadly Bastille Day Attack in Nice, France
please wait

No media source currently available

0:00 0:00:15 0:00

XS
SM
MD
LG