ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ສະຫຼະຊີບ ເນັ້ນໃຫ້ເຫັນ ເຖິງການຂົ່ມຂູ່ ຕໍ່ຄວາມປອດໄພ ຢູ່ແບັກແດດ


ພວກແມ່ຍິງອີຣັກ ພາກັນໂສກເສົ້າ ໄຕ້ທຽນໄຂໄວ້ອາໄລຢູ່ບ່ອນ ເກີດເຫດ.
ພວກແມ່ຍິງອີຣັກ ພາກັນໂສກເສົ້າ ໄຕ້ທຽນໄຂໄວ້ອາໄລຢູ່ບ່ອນ ເກີດເຫດ.

ແຂວງ Baghdad ​ເປັນ​ແຂວງທີ່​ນ້ອຍ​ສຸດ​ຢູ່​ໃນ​ອີຣັກ ​ແຕ່​ເປັນ​ບ່ອນຢູ່​ອາ​ໄສ​ຂອງ​ປະຊາຊົນ​ຫຼາຍ​ກວ່າແຂວງອຶ່ນ​ໃດຂອງ​ປະເທດ​. ນອກ​ນັ້ນ ​ຍັງ​ເປັນ​ບ່ອນທີ່ຄົນ​ໄດ້​ ຖືກ​ສັງຫານຫລາຍ​ກວ່າ​ໝູ່ ​ເດືອນ​ຕິດ​ເດືອນ​ຕໍ່ ​ໂດຍ​ການ​ກໍ່ກາ​ນຮ້າຍ ຫລືການ​ກໍ່ ຄວາ​ມຮຸນ​ແ​ຮງດ້ວຍອາວຸດ​ຫລາຍ​ກວ່າ​ບ່່ອນ​ໃດໆ.

ຂໍ້​ມູນ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ເດືອນ​ມິຖຸນາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພົນລະ ​ເຮືອນ 236 ຄົນ​ຂອງຈຳນວນ 382 ຄົນ​ ທີ່​ຖືກ​ສັງຫານ​ຢູ່​ໃນ​ອີຣັກ ​ໃນ​ເດືອນ​ແລ້ວ​ນີ້ ​ແມ່ນເສຍ​ຊີວິດ​ຢູ່​ໃນ​ນະ​ຄອນ Baghdad. ຈຳ​ນວນ​ດັ່ງກ່າວ​ຈະ​ເພີ້​ມຂຶ້ນ​ຕື່ມໃນ​ເດືອນ​ກໍລະກົດ ຫລັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດສະລະ​ຊີບ​ໃນ​ວັນ​ອາທິດຜ່ານ​ມາ​ຢູ່​ໃນ​ນະຄອນ Baghdad ທີ່ໄດ້​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ 175 ຄົນ ​ແລະ​ໄດ້ຮັບ​ບາດ​ເຈັບ​ອີກ 200 ຄົນ.

ພວກ​ໜ່ວຍກູ້​ໄພ​ຍັງ​ສືບ​ຕໍ່​ຊອກຄົ້ນ​ຢູ່​ບ່ອນ​ເກີດ​ລະ​ເບີດຢູ່​ໃນ​ເຂດ Karrada ​ເພື່ອ ຊອກ​ຫາ​ພວກ​ທີ່ຫາຍ​ສາບ​ສູນ​ໃນ​ນຶ່ງ​ຂອງ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ສຸດຢູ່​ທີ່ນະຄອນ ຫລວງ​ອີຣັກ ນັບ​ແຕ່ສະຫະລັດ​ໄດ້​ບຸກເຂົ້າ​ໄປ​ໃນ​ປະເທດ​ດັ່ງກ່າວເມື່ອ​ປີ 2003.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບກ່ຽວ​ກັບການວາງ​ລະ​ເບີດ ​ໂດຍ​ກ່າວ​ວ່າ ​ເຂົາ​ເຈົ້າແນ​ເປົ້າ​ໝາຍໃສ່ພວກ Shi’ites.

ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃກ້​ກັບ​ວັນ​ສຸດ​ທ້າຍ​ຂອງເດືອນ​ສັກສິດ Ramadan​ ​ເວ ລາທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ​ປະ​ຕຳອີ​ຣັກ ທ່ານ Jan Kubis ຫວັງວ່າ​ຢູ່​ທີ່​ນັ້ນຄວາມຮຸນ​ແຮງຈະ​ສະຫງົບ​ລົງ​ເປັນ​ການ​ຊົ່ວຄາວ.

ພວກໄວ້ອາໄລພາກັນແບກໂລງສົບຂອງ ຍາດຕິພີ່ນ້ອງທີ່ໄດ້ເສຍຊີວິດ ຈາກການວາງລະເບີດລົດສະລະຊີບ.
ພວກໄວ້ອາໄລພາກັນແບກໂລງສົບຂອງ ຍາດຕິພີ່ນ້ອງທີ່ໄດ້ເສຍຊີວິດ ຈາກການວາງລະເບີດລົດສະລະຊີບ.

ທ່ານ Kubis ກ່າວ​ວ່າ “ພວກ​ກໍ່​ການ​ຮ້າຍ​ບໍ່​ໄດ້​ລະ​ເວັ້ນ​ໂອກາດ​ການ​ໂຈມ​ຕີ​ຢູ່​ບັນດາຕະ ຫລາດ ວັດ​ມຸສລິມ ​ແລະ​ບໍລິ​ເວນທີ່​ມີ​ຝູງຊົນ​ເຕົ້າ​ໂຮມ​ກັນ​ ເພື່ອ​ເຮັດ​ໃຫ້​ມີ ​ຈຳນວນ​ພົນລະ​ເຮືອນ​ເສຍ​ຊີວິ​ດຫຼາຍທີ່​ສຸດ ທັງໆ​ທີ່​ເປັນພິທີ​ທາງສາສະໜາ ​ແລະ ບໍ່ເຄົາລົບ​ຕໍ່​ຄຸນ​ຄ່າ​ຂອງ​ອິສລາ​ມ​ເລີຍ.”

ການ​ໂຈມ​ຕີ​ໃນ​ວັນ​ອາທິດ​ໃນ​ນະ​ຄອນ Baghdad ​ໄດ້​ຊີ້ໃຫ້​ເຫັນ​ເຖິງ​ການ​ສືບ​ຕໍ່ ​ໃນ​ຄວາມ​ສາມາດ​ຂອງ​ພວກ​ຫົວ​ຮຸນ​ແຮງ ທີ່​ຈະ​ທຳ​ການ​ໂຈມ​ຕີໃນ​ຂະນະ​ທີ່​ກຳລັງ​ອີຣັກຕໍ່​ສູ້​ກັບ​ເຂົາ​ເຈົ້າຢູ່ທາງ​ພາກ​ພື້ນ​ດິນ ​ແລະ​ການ​ໂຈ​ມຕີ​ຖິ້ມລະ​ເບີດ​ພາຍ​ໃຕ້​ນຳ ພາ​ຂອງ​ສະຫະລັດ​ ໃສ່​ເຂົາ​ຈາກ​ທາງບ​ອາກາດ.

ອ່ານຂ່າວນນີ້ເພີ້ມເປັນພາສາອັງກິດ

Candlelight Vigil Held for Baghdad Bombing Victims
please wait

No media source currently available

0:00 0:01:07 0:00

XS
SM
MD
LG