ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

20 ກວ່າຄົນ ເສຍຊີວິດ ໃນເຫດລະເບີດແຕກ ຢູ່ອີຣັກ


ລົດທີ່ໄດ້ຮັບຄວາມເສຍຫາຍ ໃນເຫດລະເບີດແຕກ ຢູ່ປະເທດອີຣັກ (3 ກໍລະກົດ 2012)
ລົດທີ່ໄດ້ຮັບຄວາມເສຍຫາຍ ໃນເຫດລະເບີດແຕກ ຢູ່ປະເທດອີຣັກ (3 ກໍລະກົດ 2012)

ລະ​ເບີດທີ່​ຫ້າງ​ໃສ່​ລົດ​ບັນທຸກ​ຄັນ​ນຶ່ງ ​ໄດ້​ແຕກ​ຂຶ້ນ​ຢູ່​ໃນ​ຕະຫຼາດທີ່ແອ​ອັດ​ໄປ​ດ້ວຍ ຜູ້​ຄົນ ​
ໃນ​ພາກໃຕ້​ຂອງປະ​ເທດອີ​ຣັກ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ນ້ອຍ 25 ຄົນ ​ແລະ​ໄດ້​ຮັບ​ບາດ
​ເຈັບ​ຢ່າງ​ໜ້ອຍ 50 ຄົນ.

ການ​ໂຈມ​ຕີ​ໃນ​ວັນ​ອັງຄານມື້ນີ້ ເກີດ​ຂື້ນ​ທີ່ເມືອງ Diwaniya ປະມານ 150 ກິ​ໂລ​ແມດ ຫ່າງ​
ຈາກກຸງ Bagdad ​ໄປ​ທາງ​ທິດ​ໃຕ້. ​ບໍ່​ດົນ​ຫລັງ​ຈາກ​ເຫ​ດລະ​ເບີດ ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ປະ
ກາດຫ້າມ​ບໍ່​ໃຫ້​ຜູ້​ຄົນ​ອອກ​ນອກ​ເຮືອນ​ເປັນ​ບາງ​ສ່ວນ​ຢູ່​ໃນ ​ເມືອງດັ່ງກ່າວ.

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ອັງຄານມື້ນີ້ ຢ່າງໜ້ອຍ​ 4 ຄົນ​ໄດ້​ເສຍ​ຊີວິ​ດ​ເວລາລະ​ເບີດ​ລົດ 2 ຄັນ
ທີ່​ແນ​ໃສ່​ພວກ​ສະ​ແຫວ​ງບຸນ​ຊາວ​ຊີ​ໄອ​ທ໌ ໄດ້ແຕກຂື້ນ​ໃກ້ໆເມືອງ Karbala ​ໃນ​ພາກ​ກາງ
ຂອງ​ອີຣັກ . ການ​ໂຈມ​ຕີ​ທີ່​ວ່າ​ນີ້ ມີ​ຂຶ້ນບໍ່​ເທົ່າ​ໃດ​ມື້ກ່ອນ ພິທີຢູ່​ເມື​ອງ Karbala ທີ່ເປັນ​ຂີດ
ໝາຍ​ວັນ​ເກີດຂອງ​ອີ​ໝໍ​າຜູ້​ສໍາຄັນ​ຂອງຊາວຊິ​ໄອທ໌.

ຄວາມ​ຮຸນ​ແຮງ​ໃນອີ​ຣັກ ​ໄດ້​ເພີ້​ມ​ທະວີ​ຂື້ນ​ ໃນ​ສອ​ງສາມ​ອາທິດ​ທີ່​ຜ່ານ​ມານີ້ ໂດຍ ທີ່ການ
ໂຈມ​ຕີ​ໃນ​ເດືອນມິຖຸນາ ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 237 ຄົນ.

XS
SM
MD
LG