ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດລົດ ແຕກໃນນະຄອນຫຼວງ ຂອງ ປະເທດ ໂຊມາເລຍ ສັງຫານ 30 ຄົນ


ເຈົ້າຂອງຮ້ານຂາຍເຄື່ອງສັງເກດຊາກຫັກພັງຂອງຮ້ານຄ້າຕ່າງໆທີ່ຖືກທຳລາຍໂດຍແຮງລະເບີດຢູ່ຕະຫຼາດແຫ່ງໜຶ່ງໃນນະຄອນຫຼວງ ໂມກາດິຊູ, ປະເທດ ໂຊມາເລຍ. 19 ກຸມພາ, 2017.
ເຈົ້າຂອງຮ້ານຂາຍເຄື່ອງສັງເກດຊາກຫັກພັງຂອງຮ້ານຄ້າຕ່າງໆທີ່ຖືກທຳລາຍໂດຍແຮງລະເບີດຢູ່ຕະຫຼາດແຫ່ງໜຶ່ງໃນນະຄອນຫຼວງ ໂມກາດິຊູ, ປະເທດ ໂຊມາເລຍ. 19 ກຸມພາ, 2017.

ບັນດາເຈົ້າໜ້າທີ່ ໂຊມາເລຍ ກ່າວວ່າ ປະຊາຊົນຢ່າງໜ້ອຍ 30 ຄົນ ໄດ້ເສຍຊີວິດ ແລະ ອີກ ຫຼາຍສິບຄົນໄດ້ຮັບບາດເຈັບ ເມື່ອລົດບັນຈຸ ລູກແຕກຂະໜາດໃຫຍ່ ໄດ້ລະເບີດ ຂຶ້ນຢູ່ຕະຫຼາດທີ່ ມີຄົນໜາແໜ້ນ ໃນນະຄອນຫຼວງ ໂມກາດິຊູ ວັນອາທິດວານນີ້.

ລະເບີດໄດ້ທຳລາຍຕະຫຼາດທີ່ແອອັດໃນບ້ານ Kawo-Goday ເມືອງ Wadajir ໃນ ຕອນບ່າຍ ຂອງວັນອາທິດວານນີ້.

ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ຜູ້ເຫັນເຫດການໄດ້ກ່າວວ່າ ລະເບີດ ໄດ້ແຕກໃນ ເວລາທີ່ປະຊາຊົນ ກຳລັງປະກອບກິດຈະວັດ ປະຈຳວັນຂອງພວກເຂົາເຈົ້າຢູ່. ພວກເຂົາເຈົ້າກ່າວ ວ່າ ຜູ້ເຄາະຮ້າຍລວມ ມີພົນລະເຮືອນ, ເຈົ້າຂອງຮ້ານຂາຍເຄື່ອງ ແລະ ທະຫານລັດຖະບານ.

ຂະນະນີ້ຍັງບໍ່ມີໃຜອອກມາອ້າງຄວາມຮັບຜິດຊອບສຳລັບເຫດລະເບີດແຕກຄັ້ງນີ້ເທື່ອ, ແຕ່ບັນ ດາເຈົ້າໜ້າທີ່ໄດ້ກ່າວຫາ ໃສ່ພວກຫົວຮຸນແຮງ al-Shabab.

ປະທານາທິບໍດີຄົນໃໝ່ ຂອງ ໂຊມາເລຍ ທ່ານ Mohamed Abdullahi Farmajo ໄດ້ ປະຕິ ຍານວ່າຈະປາບພວກ al-Shabab ໃນຂໍ້ຄວາມທີ່ຂຽນຢູ່ໃນ Twitter ຂອງທ່ານ ຫຼັງຈາກການ ໂຈມຕີນັ້ນ. ທ່ານໄດ້ກ່າວປະນາມການລະເບີດດ້ວຍຄຳເວົ້າທີ່ຮຸນແຮງ ທີ່ສຸດ, ໂດຍກ່າວວ່າ ມັນລະບຸໃຫ້ເຫັນເຖິງ “ຄວາມໂຫດຮ້າຍປ່າເຖື່ອນ” ຂອງພວກ al-Shabab.

ທ່ານໄດ້ຮຽກຮ້ອງປະຊາຊົນ ໂຊມາເລຍ ແລະ ກອງທັບຂອງລັດຖະບານໃຫ້ລວມຕົວກັນ ເພື່ອ ຕໍ່ຕ້ານກຸ່ມດັ່ງກ່າວ.

ໃນຕອນເຊົ້າຂອງວັນດັ່ງກ່າວ ທ່ານປະທານາທິບໍດີໄດ້ເນັ້ນເຖິງຄວາມຕ້ອງການອັນ ຮີບດ່ວນ ເພື່ອຕໍ່ສູ້ ແລະ ເອົາຊະນະກຸ່ມຫົວຮຸນແຮງນີ້ ໄວທີ່ສຸດເທົ່າທີ່ຈະໄວໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG