ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຝຣັ່ງ ຈັບກຸມ 2 ຄົນເພີ່ມອີກ ທີ່ກ່ຽວຂ້ອງກັບການໂຈມຕີ ເມືອງ Nice


ປະຊາຊົນ ເຕົ້າໂຮມກັນໃນເມືອງ Nice ເພື່ອສະແດງຄວາມ
ເຄົາລົບຕໍ່ຜູ້ໄດ້ຮັບເຄາະຮ້າຍຈາກການໂຈມຕີໃນວັນພະຫັດທີ
ຜ່ານມາ. 16 ກໍລະກົດ 2016. (L. Ringe/VOA)
ປະຊາຊົນ ເຕົ້າໂຮມກັນໃນເມືອງ Nice ເພື່ອສະແດງຄວາມ ເຄົາລົບຕໍ່ຜູ້ໄດ້ຮັບເຄາະຮ້າຍຈາກການໂຈມຕີໃນວັນພະຫັດທີ ຜ່ານມາ. 16 ກໍລະກົດ 2016. (L. Ringe/VOA)

ຕຳຫຼວດໄດ້ຈັບກຸມ 2 ຄົນເພີ່ມເຕີມໃນການເຊື່ອມຕໍ່ກັບການໂຈມຕີໃນເມືອງ Nice ທີ່ເປັນ ເມືອງຣີສອດຂອງ ຝຣັ່ງ, ເຮັດໃຫ້ຈຳນວນຂອງຜູ້ທີ່ຖືກຄວບຄຸມຕົວສຳລັບການໂຈມຕີເພີ່ມ ເປັນ 7 ຄົນ. ບັນດາເຈົ້າໜ້າທີ່ກ່າວວ່າ ຜູ້ຊາຍຄົນໜຶ່ງ ແລະ ແມ່ຍິງໜຶ່ງຄົນໄດ້ຖືກຈັບກຸມ ໃນຕອນເຊົ້າຂອງວັນອາທິດມື້ນີ້.

ຕຳຫຼວດບໍ່ໄດ້ບົ່ງບອກວ່າເປັນຫຍັງພວກເຂົາຈຶ່ງຖືກຄວບຄຸມຕົວໄວ້, ໃນຂະນະທີ່ບັນດາ ເຈົ້າໜ້າທີ່ໄດ້ພະຍາຍາມທີ່ຈະພິຈາລະນາວ່າ ຜູ້ໂຈມຕີນັ້ນໄດ້ທຳການປະຕິບັດການໂດຍ ລຳພັງຄົນດຽວ.

ປະເທດ ຝຣັ່ງ ທີ່ກຳລັງຢູ່ໃນໄລຍະຂອງຄວາມເສົ້າສະຫຼົດໃຈ ໄດ້ຫຍັບເຂົ້າສູ່ວັນທີ 2 ຂອງ ການໄວ້ອາໄລ 3 ມື້ໃນວັນອາທິດມື້ນີ້ ສຳລັບປະຊາຊົນຜູ້ທີ່ໄດ້ເສຍຊີວິດ ໃນເວລາທີ່ລົດ ບັນທຸກໄດ້ຂັບຢຽບຄົນທີ່ໄປສະເຫຼີມສະຫຼອງວັນຊາດຂອງ ຝຣັ່ງ ໃນທາງຍ່າງແຄມທະເລ Promenade de Anglais ເປັນໄລຍະ 2 ກິໂລແມັດ.

ຕອນນີ້ທາງຍ່າງແຄມທະເລ ເມດີເຕຣາແນ ໄດ້ເຕັມໄປດ້ວຍດອກໄມ້ ແລະ ທຽນ, ມັນໄດ້ ຖືກປ່ຽນແປງໃຫ້ເປັນສະຖານທີ່ໄວ້ອາໄລຊົ່ວຄາວແກ່ພວກໄດ້ຮັບເຄາະຮ້າຍ. ພື້ນທີ່ດັ່ງ ກ່າວສ່ວນໃຫຍ່ໄດ້ກັບຄືນສູ່ສະພາບປົກກະຕິດ້ວຍນັກທ່ອງທ່ຽວ ແລະ ຄົນໃນທ້ອງຖິ່ນໄປ ເລາະກິນຢູ່ຮ້ານອາຫານ ແລະ ຈຸດທ່ອງທ່ຽວກາງຄືນໃນເມືອງ Nice.

ກຸ່ມກໍ່ການຮ້າຍລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີຂອງວັນ ພະຫັດຜ່ານມາ ໃນຖະແຫຼງການສະບັບໜຶ່ງທີ່ໄດ້ຖືກເປີດເຜີຍໃນລາຍການຂ່າວຂອງ ພວກ IS ໂດຍເອີ້ນຜູ້ໂຈມຕີວ່າເປັນ “ທະຫານ.”

ມັນຍັງບໍ່ທັນຊັດເຈນເທື່ອວ່າ ມີການເຊື່ອມຕໍ່ໂດຍກົງລະຫວ່າງຜູ້ໂຈມຕີ ຝຣັ່ງ ເຊື້ອສາຍ ຕູນີເຊຍ ຄົນນີ້ ກັບ ກຸ່ມກໍ່ການຮ້າຍ. ລັດຖະມົນຕີປ້ອງກັນປະເທດຂອງ ຝຣັ່ງ ໄດ້ກ່າວວ່າ , ແນວໃດກໍຕາມ, ມັນໄດ້ປະກົດວ່າ ທ້າວ Mohammed Laouaij Boulel “ໄດ້ກາຍເປັນ ພວກຫົວຮຸນແຮງຢ່າງໄວວາ.”

ທ່ານ Bernard Cazeneuve ໄດ້ກ່າວວ່າ ສິ່ງທີ່ວ່ານັ້ນແມ່ນອີງໃສ່ການຮັບຮອງເບື້ອງຕົ້ນ ຂອງຜູ້ທີ່ຮູ້ຈັກກັບທ້າວ Bouhlel, ໂດຍກ່າວວ່າ “ລາວບໍ່ໄດ້ສະແດງປະຕິກິຍາຫຍັງໃນປີ ທີ່ຜ່ານມາ ວ່າລາວມີການເຊື່ອມຕໍ່ກັບແນວຄິດຫົວຮຸນແຮງຂອງພວກຫົວຮຸນແຮງ ອິສລາມນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

French President Francois Hollande Addresses Nation
please wait

No media source currently available

0:00 0:00:33 0:00

XS
SM
MD
LG