ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຝຣັ່ງຈັບ 3 ຄົນ ທີ່ພົວພັນ ກັບການໂຈມຕີ ຢູ່ ເມືອງນິສ


ຕຳຫຼວດປາບຈະລາຈົນ ລາດຕະເວນ ທາງຍ່າງແຄມທະເລ ໃນເມືອງນິສ ທາງພາກໃຕ້ຂອງປະເທດຝຣັ່ງ. (ວັນທີ 16 ກໍລະກົດ 2016)
ຕຳຫຼວດປາບຈະລາຈົນ ລາດຕະເວນ ທາງຍ່າງແຄມທະເລ ໃນເມືອງນິສ ທາງພາກໃຕ້ຂອງປະເທດຝຣັ່ງ. (ວັນທີ 16 ກໍລະກົດ 2016)

ຫ້ອງການ​ໄອ​ຍະ​ການ​ຂອງຝຣັ່ງກ່າວ​ວ່າ ຕຳ​ຫລວດ​ໄດ້​ຈັບ​ຢ່າງ​ໜ້ອຍ 3 ຄົນ​ໃນວັນ​ເສົາ​ມື້ນີ້ ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ຢູ່​ເມືອງນິສ ເນື່ອງໃນໂອກາດ ​ການ​ສະຫລອງ​ວັນຊາດ ທີ່​ເຮັດ​ໃຫ້ 84 ຄົນ​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຈຳນວນ​ນຶ່ງ. ​ໄອ​ຍະ​ການບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ​ກ່ຽວ​ກັບ​ການ​ຈັບ​ກຸມ​ດັ່ງກ່າວ.

​ໃນ​ເຫດການ​ອີກ​ດ້ານ​ນຶ່ງ​ນັ້ນ ກຸ່ມ​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ເມື່ອ​ຄືນ​ວັນ​ພະຫັດ​ຢູ່​ທີ່​ເມືອງ​ນີສ. ອົງການ​ຂ່າວ Amaq ຂອງ​ກຸ່ມ​ລັດ​ອິສລາມ​ກ່າວ​ວ່າ ຜູ້​ໂຈມ​ຕີ​ເປັນ​ທະຫານ​ຂອງ​ກຸ່ມ​ລັດ​ອິສລາມ. ອົງການຂ່າວ Amaq ໄດ້ອ້າງແຫຼ່ງຂ່າວຄວາມ ໝັ້ນຄົງທີ່ແຈ້ງວ່າ ຜູ້ໂຈມຕີໄດ້ປະຕິບັດງານເພື່ອເປັນການສະໜອງຕອບ ຕໍ່ການຮຽກຮ້ອງ ໃຫ້ແນເປົ້າໝາຍໃສ່ປະຊາຊົນຂອງບັນດາປະເທດແນວໂຮມ ທີ່ກຳລັງຕໍ່ສູ້ກັບລັດອິສລາມ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ຄວາ​ມກ່ຽວພັນ​ໂດຍ​ກົງແບບ​ໃດ ​ລະຫວ່າງ​ຜູ້ໂຈມ​ຕີ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ນີ້ ຊຶ່ງ​ໃນ​ບາງ​ຄັ້ງນັ້ນ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບຈາກ​ການ​ໂຈມ​ຕີ​ຂອງ​ສ່ວນ​ບຸກຄົນ ​ທີ່​ບໍ່​ໄດ້​ພົວພັນ​ກັບ​ກຸ່ມ​ດັ່ງກ່າວ​ເລີຍ.

ຝຣັ່ງ​ ເລີ້ມ​ໄວ້​ທຸກ​ໃນ​ທົ່ວ​ປະ​ເທດ​ມື້ທຳ​ອິດ​ຂອງ​ຈຳນວນ​ທັງ​ໝົດ 3 ມື້ ຫລັງ​ຈາກ​ການ​ໂຈມ​ຕີ​ໃນ​ການ​ສະ​ເຫລີ​ມສະຫຼອງ​ວັນຊາດ ​ທີ່​ເມືອງນີສ. ການ​ໂຈມ​ຕີ​ດັ່ງກ່າວ ​ເຮັດ​ໃຫ້ຢ່າງ​ໜ້ອຍ 84 ຄົນ​ເສຍ​ຊີວິດ ຮວມທັງ​ເດັກນ້ອຍ 10 ຄົນ. ​ເຈົ້າໜ້າ​ທີ່ກ່າວ​ວ່າ ນອກ​ນັ້ນ​ແລ້ວ ຍັງ​ມີ​ອີກ 52 ຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ຈາກ​ຈຳນວນ ຜູ້​ບາດ​ເຈັບ​ທັງ​ໝົດ 200 ກວ່າ​ຄົນ ກ່ອນ​ທີ່ຜູ້​ໂຈມ​ຕີ​ຈະ​ຖືກ​ຕຳຫຼວດຍິງ​ຕາຍ.

ຮູບຄົນຮ້າຍ ທີ່ອົງການຂ່າວ AFP ໄດ້ມາ ເມື່ອວັນທີ 15 ກໍລະກົດ 2016​ ຈາກຕຳຫຼວດຝຣັ່ງ
ຮູບຄົນຮ້າຍ ທີ່ອົງການຂ່າວ AFP ໄດ້ມາ ເມື່ອວັນທີ 15 ກໍລະກົດ 2016​ ຈາກຕຳຫຼວດຝຣັ່ງ

ຕຳຫຼວດ​ເປີດ​ເຜີຍ​ວ່າ ຜູ້​ໂຈມ​ຕີ​ມີ​ຊື່ວ່າທ້າວ Mohamed Lahouaiej Bouhlel ​ເປັນ​ຄົນ​ຝຣັ່ງ​ເຊື້ອສາຍ​ຕູ​ນີ​ເຊຍ ອາຍຸ 31 ປີ ທີ່​ອາ​ໄສ​ຢູ່​ໃນ​ເມືອງນິສ.

ລາຍ​ງານ​ແຈ້ງວ່າ ອົງການ​ຮັກສາ​ຄວາມ​ປອດ​ໄພ​ບໍ່​ໄດ້​ສົງ​ໄສ​ວ່າ ຜູ້ກ່ຽວ​ມີ​ສ່ວນ​ພົວພັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ​ຈັດ​ໃດໆ ​ເຖິງ​ແມ່ນຕຳຫຼວດທ້ອງ​ຖິ່ນ ​ຮູ້ຈັກ​ລາວ​ດີ ​ຍ້ອນລາວ​ເຄີຍ​ມີ​ຄວາມຜິດ​ໃນ​ດ້ານ​ອາຍາ​ມາ​ແລ້ວ. ​ໃນ​ເດືອນ​ມີນາ​ປີນີ້ລາວໄດ້​ຖືກ​ຕັດສິນ​ຝາກ​ໂທດ ​ເປັນ​ເວລາ 6 ​ເດືອນ ໃນ​ຄວາມ​ຜິດ​ກໍ່​ຄວາມ​ຮຸນ​ແຮງ​ດ້ວຍ​ອາວຸດ ທີ່​ເກີດ​ຂຶ້ນ​ເມື່ອ​ເດືອນມັງ ກອນ​ຕົ້ນປີນີ້.“

ທ້າ​ວ Bouhlel ​ໄດ້​ປະ​ກັບ​ເມຍ​ ແລະ​ມີ​ລູກ 3 ຄົນ.​ ​ເມຍ​ເກົ່າ​ຂອງ​ລາວ​ໄດ້​ຖືກສອບ​ປາກຄຳ​ໂດຍ​ພວກ​ເຈົ້າໜ້າທີ່​ຝຣັ່ງ.

ພໍ່​ຂອງ​ລາວ​ທີ່​ໃຫ້​ສຳພາດ​ແກ່​ອົງການ​ຂ່າວ​ຝຣັ່ງທີ່​ເມືອງ Msaken ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຕູ​ນີ​ເຊຍ ໂດຍກ່າວ​ວ່າ ລູກ​ຊາຍ​ຂອງ​ລາວ​ມີ​ບັນຫາ​ ແຕ່​ປີ 2002 ຫາ​ປີ 2004​ ທີ່​ເຮັດ​ໃຫ້​ຜູ້ກ່ຽວ​ເກີດ​ບັນຫາ​ໂຣກປະສາດ.

French President Francois Hollande Addresses Nation
please wait

No media source currently available

0:00 0:00:33 0:00

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ​ ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ເວົ້າ​ວ່າ ການ​ໂຈມ​ຕີນີ້​ ໄດ້​ມີ​ຂຶ້ນ​ ເພື່ອ​ສ້າງ​ຄວາມ​ພໍ​ໃຈ ​ໃຫ້​ແກ່ຄວາມ​ໂຫດຮ້າຍ​ປ່າ​ເຖື່ອນ ​ຂອງ​ສ່ວນ​ບຸກຄົນ ​ຫຼື​ອາດ​ຈະ​ເປັນ​ຂອງ​ກຸ່ມ​ກໍເປັນ​ໄດ້. ​ໃນ​ການ​ຖະ​ແຫລ​ງຫຼັງຈາກ​ໄປ​ຢ້ຽມ​ໂຮງ​ໝໍ ບ່ອນ​ທີ່​ພວກ​ຄົນ​ເຈັບ​ໄດ້​ຮັບ​ການ​ປິ່ນປົວ​ນັ້ນ ທ່ານ​ຍັງ​ກ່າວ​ວ່າ ຝຣັ່ງກຳລັງ​ປະ​ເຊີນ​ໜ້າ​ກັບ​ການຕໍ່ສູ້​ທີ່​ອາດ​ຈະ​ໃຊ້​ເວ​ລາ​ດົນ​ນານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG