ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີ​ສັນ​ຍາ​ສະ​ຫງົບ​ເສິກການ​ຄ້າ ຫຼັງ​ຈາກ ການ​ຮັບ​ປະ​ທານ ​ອາ​ຫານ​ຄ່ຳ ລະ​ຫວ່າງ ທ່ານ ທຣຳ ກັບ ທ່ານ ສີ ໃນ​ປະ​ເທດ ອາ​ເຈັນ​ຕີ​ນາ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກັບ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໃນ​ກອງ​ປະ​ຊຸມ​ສອງ​ຝ່າຍ​ຂອງ​ພວກ​ເພິ່ນ. ນະ​ຄອນຫຼວງ ບູ​ເອ​ນອ​ສ ແອ​ເຣັ​ສ, ປະ​ເທດ ອາ​ເຈັນ​ຕີ​ນາ. 1 ທັນ​ວາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກັບ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໃນ​ກອງ​ປະ​ຊຸມ​ສອງ​ຝ່າຍ​ຂອງ​ພວກ​ເພິ່ນ. ນະ​ຄອນຫຼວງ ບູ​ເອ​ນອ​ສ ແອ​ເຣັ​ສ, ປະ​ເທດ ອາ​ເຈັນ​ຕີ​ນາ. 1 ທັນ​ວາ, 2018.

ຜູ້ນຳຂອງເສດຖະກິດ ທີ່ໃຫຍ່ທີ່ສຸດຂອງໂລກສອງປະເທດ ໄດ້ຕົກລົງເຫັນດີຢຸດເຊົາ
ສົງຄາມນ້ອຍໆດ້ານການຄ້າ ທີ່ໄດ້ທະວີຂຶ້ນລຸນຫຼັງການພົບປະກັນ ລະຫວ່າງປະທານາ
ທິບໍດີ ດໍໂນລ ທຣຳ ກັບ ທ່ານ ສີ ຈິ່ນຜິງ ຫຼັງຈາກກອງປະຊຸມສຸດຍອດ ຈີ-ຊາວ(G-20).

ທ່ານ ທຣຳ ກ່າວໃນຖະແຫຼງການສະບັບນຶ່ງ ທີ່ອອກເຜີຍແຜ່ ເວລາທ່ານບິນກັບຄືນສູ່
ສະຫະລັດ ຈາກປະເທດ ອາເຈັນຕີນາ ກັບເຄື່ອງບິນ ແອຟອກສ໌ວັນ ວ່າ “ນີ້ເປັນການ
ພົບປະກັນທີ່ດີທີ່ສຸດ ທັງໄດ້ຜົນຫຼາຍສຸດ ແລະມີຄວາມສາມາດທີ່ບໍ່ມີຂອບເຂດ ສຳລັບ
ທັງ ສະຫະລັ​ດ ແລະ ປະເທດຈີນ. ມັນເປັນກຽດອັນຍິ່ງໃຫຍ່ ຂອງຂ້າພະເຈົ້າ ທີ່ໄດ້ເຮັດ
ວຽກກັບທ່ານ ສີ ປະທານປະເທດຈີນ.”

ທ່ານ ທຣຳ ໄດ້ບອກພວກນັກຂ່າວ ຢູ່ເທິງເຮືອບິນ ແອຟອກສ໌ວັນ ເວລາ ບິນກັບຄືນມາ
ຍັງນະຄອນຫຼວງ ວໍຊິງຕັນວ່າ “ມັນເປັນການຕົກລົງທີ່ດີທີ່ສຸດ. ສິ່ງທີ່ຂ້າພະເຈົ້າຈະເຮັດ
ກໍຄື ໂຈະພາສີໄວ້. ປະເທດຈີນ ຈະເປີດກວ້າງກວ່າເກົ່າ. ຈີນຈະຢຸດເຊົາ ບໍ່ເກັບພາສີ.
ຈີນຈະຊື້ຜົນພະຫລິດຢ່າງມະຫາສານຈາກພວກເຮົາ.”

ທ່ານ ທຣຳ ໄດ້ຕົກລົງວ່າ ຈະເກັບພາສີສິນຄ້າມູນຄ່າ 200 ພັນລ້ານໂດລາໃນອັດຕາ
10% ແລະຈະບໍ່ຂຶ້ນ ໄປສູ່ 25% ດັ່ງທີ່ທ່ານໄດ້ຂົ່ມຂູ່ໄປວ່າຈະປະຕິບັດໃນວັນທີ່ 1 ມັງ
ກອນນັ້ນ ອີງຕາມຄຳຖະແລງສະບັບນຶ່ງຂອງທຳນຽບຂາວ.

ທ່ານນາງ ຊາຣາ ແຊນເດີ ໂຄສົກທຳນຽບຂາວກ່າວວ່າ “ຈີນເຫັນດີທີ່ຈະຊື້ສິ່ງທີ່ຍັງບໍ່
ທັນໄດ້ຕົກລົງກັນເທື່ອ ແຕ່ກໍເກືອບວ່າເປັນແກ່ນສານແລ້ວ ຈຳນວນຫຼວງຫຼາຍ ຜົນຜະ
ລິດຈາກການກະເສດ, ພະລັງງານ, ອຸດສາຫະກຳ ແລະສິ່ງອື່ນໆ ຈາກ ສະຫະລັດ ເພື່ອ
ຫຼຸດຜ່ອນຄວາມບໍ່ກໍ້າເກິ່ງທາງດ້ານການຄ້າ ລະຫວ່າງສອງປະເທດ. ຈີນເຫັນພ້ອມທີ່ຈະ
ຊື້ສິນຄ້າທາງດ້ານກະເສດຈາກຊາວກະສິກອນຂອງພວກເຮົາໃນທັນທີ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG