ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢຸດຍິງ ໃນເຂດກາຊາ ຍັງຄົງຢູ່ ເປັນມື້ທີສອງ ກ່ອນການເຈລະຈາ ທີ່ໄຄໂຣ (ວີດີໂອ)


ຜູ້ຊາຍຄົນນຶ່ງເສົ້າໂສກເສຍໃຈ ທີ່ເຫັນບ້ານເຮືອນຂອງລາວເພພັງ
ຈາກການໂຈມຕີທາງອາກາດ ຂອງກອງທັບອິສຣາແອລ.
ຜູ້ຊາຍຄົນນຶ່ງເສົ້າໂສກເສຍໃຈ ທີ່ເຫັນບ້ານເຮືອນຂອງລາວເພພັງ ຈາກການໂຈມຕີທາງອາກາດ ຂອງກອງທັບອິສຣາແອລ.

ການ​ຢຸດ​ຍິງ​ທີ່​ບອບ​ບາງ ​ມີກຳນົດ 72 ຊົ່ວ​ໂມງ ຢູ່​ທີ່ເຂດ​ກາຊານັ້ນ
ໄດ້​ດຳ​ເນີນ​ຕໍ່​ມາ​ເປັນ​ມື້​ທີ່​ສອງໃນ​ວັນ​ພຸດ​ມື້​ນີ້ ໃນ​ຂະນະ​ທີ່ ຜູ້​ຕາງໜ້າ
ອິສຣາ​ແອ​ລ​ ແລ​ະກຸ່ມ​ຮາມັສ ຕຽມເຈ​ລະຈາ​ກັນຢູ່​ທີ່ ນະ​ຄອນຫລວງ
ໄຄ​ໂຣ ທີ່​ແນ່​ໃສ່​ ຕໍ່​ເວລາ​ຢຸດ​ຍິງອອກໄປ​ອີກ.

ມັນ​ເປັນ​ການ​ຢຸດ​ຍິງທີ່​ຍາວທີ່​ສຸດ ​ໃນ​ການ​ສູ້​ລົບກັນ​ມາເປັນ​ເວລາ
​ນຶ່ງ​ເດືອນ ທີ່ໄດ້​ເອົາ​ຊີວິດຊາວ​ປາ​ແລ​ສ​ໄຕ​ນ໌ໄປ ​ຫລາຍ​ກວ່າ 1,800
ຄົນ ສ່ວນ​ໃຫຍ່​ເປັນ​ພົນລະ​ເຮືອນ. ທະຫານ​ອິສຣາ​ແອ​ລ 67 ​ຄົນ
ພ້ອມ​ກັບພົນລະ​ເຮືອນ​ສາມຄົນ​ ກໍເສຍ​ຊີວິດ​ເຊັ່ນ​ກັນ.

ລ່ວງ​ໜ້າການ​ເຈລະຈາທີ່ອີ່​ຈິບ​ເປັນ​ຜູ້​ໄກ່​ເກ່ຍນັ້ນ ລັດຖະມົນຕີ
ຕ່າງປະ​ເທດ ສະຫະລັດທ່ານ John Kerry ​ໄດ້ກ່າວຕໍ່ ສື່​ມວນ​ຊົນ​
ອັງກິດ​ວ່າ ທັງ​ສອງ​ຝ່າ​ຍຈຳເປັນຕ້ອງ​ໄດ້ ທຳ​ການ​ຍິນ​ຍອມນຳ​ກັນ.

ທ່ານ Kerry ກ່າວ​ວ່າ ສະຫະລັດ​ສະໜັບສະໜູນ​ການ​ມອບ​ເສລີພາບໃຫ້ ​ຊາວປາແລ​ສ​
ໄຕ​ນ໌ ​ຫລາຍ​ຂື້ນ​ໃນ​ເຂດ​ກາຊາ. ​ແຕ່ທ່ານ​ເຕືອນ​ວ່າ ນັ້ນ​ແມ່ນ “ຕ້ອງ​ຕິດ​ຕາມ​ມາ ພ້ອມກັບ
​ຄວາມຮັບຜິ​ດຊອບ​ຫລາຍ​ຂຶ້ນຕໍ່​ອິສຣາ​ແອ​ລ ຊຶ່ງໝາຍ​ຄວາມ ​ວ່າ ຕ້ອງ​ບໍ່​ມີ​ລູກ​ສອນໄຟ”
​ທີ່ກຸ່ມ​ຮາ​ມັສ​ໄດ້​ຍິງ​ສຸມ​ເຂົ້າ​ໃສ່ອິສຣາ​ແອ​ລ ​ ຫລາຍ​ພັນ​ລູກ ໃນ​ສາມ​ສີ່ອາທິ​ດທີ່​ຜ່ານມາ.

ທາງກຸ່ມ​ຮາ​ມັສ ໄດ້​ກົດ​ດັນ​ໃຫ້​ອິສຣາ​ແອ​ລ ຍຸດຕິ​ການ​ປິດລ້ອມ ທີ່​ໄດ້ເຮັດ​ໃຫ້​ເສ​ດຖະກິດ
​ຂອງ​ເຂດ​ກາ​ຊາລຳ​ບາກ​ຝືດ​ເຄືອງ ​ແລະ​ຂັດ​ຂວາງ​ບໍ່​ໃຫ້​ຊາວ​ປາ​ແລ​ສ​ໄຕ​ນ໌ ​ໄດ້ອອກ​ຈາກ
ເຂດ​ດັ່ງກ່າວ ທີ່ແອ​ອັດ ​ແລະ​ທຸກ​ຈົນ​ນັ້ນ.

ອິສຣາ​ແອ​ລກ່າວ​ວ່າ ຕົນຈະ​ເຕັມ​ໃຈ​ທີ່​ຈະ​ໂຍະຍານການ​ຈຳ​ກັດຮັດ​ແຄບ​ຂອງ​ຕົນ ​ຕໍ່ເຂດ​
ກາຊາ ກໍ​ຕໍ່​ເມື່ອຕົນ​ໄດ້​ຮັບ​ການຄໍ້າປະກັນ​ວ່າ ກຸ່​ມຮາ​ມັສຈະ​ບໍ່​ສວນ​ໃຊ້ ​ເສລີພາບ​ໃນ​ການ​
ອອກ​ເຂົ້າ​ເຂດ​ກາຊາ​ໄດ້​ນັ້ນ ນຳເອົາ​ລູກ​ສອນ​ໄຟ ຫລື​ອາວຸດຕ່່າງໆ​ເຂົ້າ​ມາ.

ISRAEL PALESTINIANS SOTVO
please wait

No media source currently available

0:00 0:01:39 0:00

XS
SM
MD
LG