ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ກ່າວວ່າ ຕົນໄດ້ໄກ່ເກ່ຍ ເພື່ອຕໍ່ອາຍຸ ການຢຸດຍິງ ຢູ່ເມືອງ Aleppo


ພວກປະທ້ວງຊາວເລບານອນ ຖືປ້າຍຂຽນເປັນພາສາອາຣັບ ທີອ່ານວ່າ "#Aleppo," ຢູ່ເບື້ອງຊ້າຍ, ແລະ "ເສຍໃຈ, Aleppo, ເຈົ້າບໍ່ແມ່ນ Paris," ຢູ່ເບື້ອງຂວາ.
ພວກປະທ້ວງຊາວເລບານອນ ຖືປ້າຍຂຽນເປັນພາສາອາຣັບ ທີອ່ານວ່າ "#Aleppo," ຢູ່ເບື້ອງຊ້າຍ, ແລະ "ເສຍໃຈ, Aleppo, ເຈົ້າບໍ່ແມ່ນ Paris," ຢູ່ເບື້ອງຂວາ.

ຣັດ​ເຊຍ​ກ່າວ​ວ່າ ຕົນ​ໄດ້ໄກ່​ເກ່ຍ ​ໃຫ້​ມີ​ການ​ຕໍ່​ອາຍຸ ການ​ຢຸດ​ຍິງອອກ​ໄປ​ອີກ 72 ຊົ່ວ​ໂມງ ໃນ​ເຂດ​ທ້ອງ​ຖິ່ນທີ່ເມືອງ Aleppo ຊຶ່ງໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ບ່ອນ​ທີ່​ຫວ່າ​ງມໍ່ໆ ​ມາ​ນີ້​ມີ​ການ​ສູ້​ລົບ​ກັນລ​ະຫ​ວ່າງອຳນາດ​ການ​ປົກຄອງ​ຊີ​ເຣຍ​ແລະ​ພວກ​ຕໍ່ຕ້ານ​ລັດຖະບານ ທີ່ເຮັດ​ໃຫ້​ເກືອ​ບ 300 ຄົນ​ເສຍ​ຊີວິດ.

ອົງການຂ່າວ Interfax ຂອງຣັດ​ເຊຍ​ ກ່າວ​ວ່າ ການຢຸດຍິງຂັ້ນຕົ້ນ​ເປັນ​ເວລາ​ສອງ​ມື້ ທີ່​ໄດ້​ ໝົດ​ອາຍຸ​ລົງ​ໃນ​ຕອນ​ເຊົ້າ​ວັນ​ເສົາມື້ນີ້ ຕາມ​ເວລາ​ທ້ອງ​ຖິ່ນ​ໃນ​ຊີ​ເຣຍ ​ໄດ້​ຖືກ​ຕໍ່​ອອກ​ໄປອີກ ໂດຍ​ການສະ​ເໜີ​ຂອງຣັດເຊຍ.”

ໜ່ວຍດັບເພີ່ງຄົນນຶ່ງກຳລັງສີດນໍ້າໃສ່ສູນອົບພະຍົບ ທີ່ຖືກໄຟໄໝ້ຈາກການໂຈຕີ.
ໜ່ວຍດັບເພີ່ງຄົນນຶ່ງກຳລັງສີດນໍ້າໃສ່ສູນອົບພະຍົບ ທີ່ຖືກໄຟໄໝ້ຈາກການໂຈຕີ.

ອົງການ​ຂ່າວຂອງ​ຣັດ​ເຊຍ ກ່າວ​ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ຍັງ​ໄດ້​ປະກາດ​ວ່າ ການ​ຢຸດ​ຍິງສຳລັບ​ແຂວງ Latakia ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍນັ້ນ ​ກໍໄດ້​ຖືກ​ຕໍ່​ອອກ​ໄປ​ອີກ 72 ຊົ່ວ​ໂມງ.

ສະຫະລັດ ​ແລະ ຣັດ​ເຊຍ ​ໄດ້​ປະກາດກ່ຽວ​ກັບ​ການ​ຢຸດ​ຍິງ​ໃນ​ເຂດທ້ອງ​ຖິ່ນ​ ທີ່​ແຂວງ Latakia ​ແລະເຂດ Ghouta ຕາ​ເວັນ​ອອກ ຊຶ່ງ​ເປັນຊານ​ເມືອງ ຂອງ ນະຄອນຫຼວງ Damascus ​ໃນອາທິດ​ແລ້ວ​ນີ້ ໃນ​ຄວາມ​ພະຍາຍ​າມ​ເພື່ອສືບ​ຕໍ່​ ໃຫ້​ມີການ​ຍຸຕິ​ຄວາມ ​ເປັນ​ປໍ​ລະ​ປັກໃນ​ທົ່ວ​ປະ​ເທດ ທີ່​ໄດ້​ປະກາດ​ໃນ​ເດືອນ​ກຸມພາ​ບໍ່​ໃຫ້​ພັງ​ທະລາ​ຍລົງທັງ​ໝົດ.

ຮູບພາບຈາກ ວີດີໂອ ຂອງກຸ່ມ White Helmet' ທີ່ປົກປ້ອງພົນ ລະເຮືອນຊີເຣຍ ສະແດງໃຫ້ເຫັນ ຫລັງຈາກການໂຈມຕີ.
ຮູບພາບຈາກ ວີດີໂອ ຂອງກຸ່ມ White Helmet' ທີ່ປົກປ້ອງພົນ ລະເຮືອນຊີເຣຍ ສະແດງໃຫ້ເຫັນ ຫລັງຈາກການໂຈມຕີ.

ຄວາ​ມຮຸນ​ແຮງທີ່​ເພີ້ມທະວີ​ຂຶ້ນໃນ​ເມືອງ Aleppo ​ແລະ​ຂົງ​ເຂ​ດອຶ່ນໆ​ໄດ້​ຂົ່ມຂູ່​ທີ່​ຈະ​ເຮັດ​ ໃຫ້ການ​ເຈລະຈາ​ທາງ​ດ້ານ​ການ​ເມືອງ ລະຫວ່າງ​ອຳນາດ​ການ​ປົກຄອງ​ຊີ​ເຣຍ ​ແລະ​ພວກ ຕໍ່ຕ້ານ ​ແຕກ​ຫັກ​ລົງ ພ້ອມ​ທັງ​ຄວາມ​ພະຍາ​ຍາມ​ຂອງນາໆ​ຊາດ ​ເພື່ອ​ຕໍ່ສູ້​ກັບກຸ່ມ​ລັດ ​ອິສລາມ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫລັດ ທ່ານ John Kirby ກ່າວ​ວ່າ ສະຫະລັດ​ຍິນ​ດີນຳ ການຕໍ່​ອາຍຸ ​ການຢຸດ​ຍິງ​ທີ່ເມືອງ Aleppo ​ທີ່​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ຄວາມ​ຮຸນ​ແຮງ​ໂດຍ​ລວມ ​ຫລຸດ​ຜ່ອນ​ລົງ. ແຕ່​ທ່ານກໍ​ກ່າວ​ວ່າ ສະຫະລັດຍັງ​ສືບ​ຕໍ່ຊອກ​ຫາຊ່ອງ​ທາງ​ເພື່ອ​ໃຫ້​ມີ​ຜົນ​ໃນ ​ຂອບ​ເຂດທີ່​ກວ້າງ​ຂວາງ​ກວ່າ​ນີ້.

Syria Aleppo Ceasefire
please wait

No media source currently available

0:00 0:00:32 0:00

XS
SM
MD
LG