ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກະສານຈຳນວນຫຼວງຫຼາຍ ສະແດງໃຫ້ເຫັນ ຄວາມຮັ່ງມີທີ່ລຶກລັບ ຂອງບັນດາຜູ້ນຳໂລກ


ເງິນໂດລາ ສະຫະລັດ ທີ່ສະແດງໃຫ້ເຫັນໃນພາບນີ້.
ເງິນໂດລາ ສະຫະລັດ ທີ່ສະແດງໃຫ້ເຫັນໃນພາບນີ້.

ບັນດາຜູ້ນຳໃນປັດຈຸບັນ ແລະ ອະດີດຈາກທົ່ວໂລກແມ່ນໄດ້ສະສົມຄວາມຮັ່ງມີ ແລະ ອະສັງຫາລິມະຊັບລັບຢູ່ໃນທົ່ວໂລກ, ພວກນັກຂ່າວສືບສວນສອບສວນໄດ້ລາຍງານໃນວັນອາທິດວານນີ້ ຫຼັງ ຈາກໄດ້ທຳການຄົ້ນຫາເອກະສານທີ່ບໍ່ໄດ້ຖືກເປີດເຜີຍກ່ອນໜ້ານີ້ຫຼາຍລ້ານສະບັບ.

ເອກະສານດັ່ງກ່າວ, ທີ່ເອີ້ນວ່າເອກະສານ ແພນໂດຣາ ນັ້ນ, ໄດ້ເປີດເຜີຍການຄອບຄອງຊັບສິນຢູ່ນອກປະເທດຫຼື Offshore ຂອງບັນດາຜູ້ນຳປະເທດໃນປັດຈຸບັນ ແລະ ອະດີດ 35 ຄົນ,​ ລວມມີປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ (Vladimir Putin), ອະດີດນາຍົກລັດຖະມົນຕີ ອັງກິດ ທ່ານ ໂທນີ ແບຼ (Tony Blair), ນາຍົກລັດຖະມົນຕີ ສາທາລະນະລັດ ເຊັກ ທ່ານ ອານເດຣ ບາບິສ (Andrej Babis) ແລະ ກະສັດ ອັບດຸລລາ ຂອງ ຈໍແດນ.

ການສືບສວນສອບສວນເອກະສານເກືອບ 12 ລ້ານສະບັບຈາກແຫຼ່ງຂໍ້ມູນ 14 ແຫ່ງໄດ້ນຳໜ້າໂດຍສະມາຄົມນັກຂ່າວສືບສວນສອບສວນສາກົນ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ, ດ້ວຍນັກຂ່າວ 650 ຄົນ ຈາກທົ່ວໂລກເຮັດວຽກໃນໂຄງການດັ່ງກ່າວ. ໜັງສືພິມ ວໍຊິງຕັນ ໂພສ, ເຊິ່ງແມ່ນນຶ່ງໃນສື່ມວນຊົນທີ່ໄດ້ຊ່ວຍດຳເນີນການສືບສວນສອບສວນດັ່ງກ່າວ, ໄດ້ເວົ້າວ່າ ເອກະສານຕ່າງໆລວມມີອີເມລສ່ວນຕົວ, ໂປຣແກຣມຄອມພິວເຕີລັບ, ສັນຍາໃຕ້ດິນ ແລະ ບັນທຶກອື່ນໆທີ່ໄດ້ເປີດເຜີຍກົນໄກການເງິນຕ່າງໆ ແລະ ຜູ້ທີ່ຢູ່ເບື້ອງຫຼັງເຂົາເຈົ້າ.

ເອກະສານທີ່ວ່ານັ້ນໄດ້ສະແດງໃຫ້ເຫັນວ່າ ບັນດາຜູ້ນຳໃນຫ້າທະວີບໄດ້ເຊື່ອງຊັບສິນ, ເຊິ່ງມັກຈະຢູ່ໃນປະເທດອື່ນ, ດ້ວຍການສືບສວນສອບສວນຈະເປີດເຜີຍບັນຊີຜູ້ຄອບຄອງຢູ່ຕ່າງປະເທດຫຼາຍກວ່າເອກະສານ ປານາມາ ຫຼາຍເຖິງ 2 ເທົ່າ, ທີ່ເປັນການສອບສວນເມື່ອ 5 ປີທີ່ຜ່ານມາໂດຍບັນ ດານັກຂ່າວສືບສວນສອບສວນ ກ່ຽວກັບ ຊັບສິນການເງິນທີ່ຖືກເຊື່ອງໄວ້ຢູ່ບໍລິສັດຕ່າງປະເທດໃນທົ່ວໂລກ.

ຂໍ້ມູນໃໝ່ທີ່ໄດ້ມາຈາກບັນຊີຕ່າງປະເທດ 29,000 ບັນຊີຢູ່ບໍລິສັດການບໍລິການດ້ານການເງິນ 14 ແຫ່ງຕ່າງກັນໃນປະເທດຕ່າງໆລວມມີ ສວິດເຊີແລນ, ສິງກະໂປ, ໄຊປຣັສ, ເບລີສ, ເກາະ ເວີຈິນ ຂອງ ອັງກິດ ແລະ ບ່ອນອື່ນໆ. ໃນບັນດາຜູ້ເປັນເຈົ້າຂອງບັນຊີນັ້ນ, ໜັງສືພິມວໍຊິງຕັນໂພສ ກ່າວວ່າ, ແມ່ນມີຫຼາຍກວ່າ 130 ຄົນທີ່ຢູ່ໃນລາຍຊື່ມະຫາເສດຖີພັນລ້ານຂອງວາລະສານ ຟອບສ໌ (Forbes) ແລະ ຫຼາຍກວ່າ 330 ຄົນເປັນເຈົ້າໜ້າທີ່ສາທາລະນະໃນຫຼາຍກວ່າ 90 ປະເທດ ແລະ ເຂດແດນ.

Off-shore ໝາຍເຖິງເວລາທີ່ບັນດາປະເທດເກາະທີ່ຢູ່ຫ່າງໄກສອກຫຼີກໄດ້ເປັນສະຖານທີ່ຕົ້ນຕໍທີ່ຄົນໄດ້ເອົາເງິນໄປເຊື່ອງຈາກບັນດາຜູ້ອອກກົດລະບຽບລັດຖະບານ, ບັນດາເຈົ້າໜ້າທີ່ພາສີ, ເຈົ້າໜີ້, ນັກສືບສວນສອບສວນ ແລະ ອື່ນໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG