ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດໄຟຟ້າມອດ ຢູ່ໂຮງໄຟຟ້າ ນິວເຄລຍ ຂອງຍີ່ປຸ່ນ (ວີດີໂອ)


ເກີດໄຟຟ້າມອດທີ່ ໂຮງ​​ໄຟຟ້າ​ນິວ​ເຄລຍ Fukushima Daiichi ແລະສາມາດ​ສ້ອມ​ແປງ​ລະບົບ​ຄວບ​ຄຸມຄວາມ​ເຢັນນັ້ນ​​ໄດ້​ແລ້ວ​
ເກີດໄຟຟ້າມອດທີ່ ໂຮງ​​ໄຟຟ້າ​ນິວ​ເຄລຍ Fukushima Daiichi ແລະສາມາດ​ສ້ອມ​ແປງ​ລະບົບ​ຄວບ​ຄຸມຄວາມ​ເຢັນນັ້ນ​​ໄດ້​ແລ້ວ​
ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ໂຮງໄຟຟ້າ​ນິວ​ເຄລຍຍີ່ປຸ່ນ Fukushima
Daiichi ທີ່ໄດ້​ຮັບ​ຄວາມ​ເສຍຫາຍ​ຈາກຟອງ​ຍັກ​ສຸ​ນາ​ມິ ສາ
ມາດ​ສ້ອມ​ແປງ​ລະບົບ​ຄວບ​ຄຸມຄວາມ​ເຢັນນັ້ນໄດ້​ແລ້ວ​ເປັນ​
ບາງ​ສ່ວນ ຫລັງ​ຈາກ​ໄດ້ຖືກ​ມອດລົງ ​ໂດຍ​ທີ່​ບໍ່​ຊາບ​ເຖິງ​ສາ​ເຫດ.

ບໍລິສັດ​ໄຟຟ້າ​ໂຕ​ກຽວ​ຫຼື TEPCO ຊຶ່ງ​ເປັນ​ຜູ້​ບໍລິຫານ​ງານ​ໂຮງ
​ໄຟຟ້າ ດັ່ງກ່າວ ​ເວົ້າວ່າ ​ອຸປະກອນ​ທີ່​ໃຊ້​ສໍາລັບສົ່ງ​ນໍ້າ​ເຢັນ​ເຂົ້າ
​ໄປ​ໃນ​ອ່າງເກັບ​ນໍ້າ ​ເພື່ອ​ເຮັດ​ໃຫ້​ເຊື້ອ​ໄຟ​ທີ່​ໃຊ້ແລ້ວ​ເຢັນ​ລົງ​ນັ້ນ ​
ໄດ້ສູນ​ເສຍ​ພະລັງງານ​ໃນ​ວັນ​ຈັນ​ວານ​ນີ້ ເຮັດ​ໃຫ້​ເກີດ​ມີຄວາມ
ຢ້ານ​ກົວວ່າ ອຸນຫະ​ພູມອາດ​ຈະ​ສູງຂື້ນ​ສູ່​ລະດັບ​ທີ່​ເປັນ​ອັນ​ຕະລາຍ.

​ແຕ່ ບໍລິສັດ TEPCO ກ່າວ​ ຢູ່​ໃນ​ຖະ​ແຫລ​ງຂ່າວ​ສະບັບ​ນຶ່ງ ​ໃນ​ວັນ​ອັງຄານມື້​ນີ້ວ່າ ພະລັງງານໄຟຟ້າ​ໄດ້​ມີ​ໃຊ້​ຄືນ​ແລ້ວ​ຢູ່​ໃນບາງ​ພາກ​ສ່ວນ​ນຶ່ງ​ຂອງ​ເຄຶ່ອງຈັກ. ​ເຂົາ​ເຈົ້າ​ກ່າວ​ວ່າ ລະ​ບົບ​ທຳ​ຄວາມເຢັນ ຂອງ​ເຕົາ ປະຕິ​ກອນ​ເບີ​ 1 ​ໄດ້​ປະຕິບັດ​ງາ​ນຄືນ​ອີກຢ່າງ​ເຕັມ​ທີ່ ​ແລະເຕົາ​ປະຕິ ກອນເບີ 3 ​ແລະ​ເບີ 4 ກໍມີ​ທ່າ​ທາງ​ວ່າ​ຈະໃຊ້​ງານໄດ້​ຄືນ​ອີກໃນ​ຕອນ​ແລງ​ຂອງ​ມື້​ນີ້.

ທາງບໍ​ລິ​ສັດ ບໍ່​ສາມາດ​ຊາບ​ໄດ້​ວ່າ ​ແມ່ນ​ຫຍັງ​ເປັນສາ​ເຫດເຮັດໃຫ້​ເກີດໄຟຟ້າມອດ​ລົງ ​ແຕ່​ກໍກໍາ​ລັງ​ສືບສວນ​ວ່າ ບ່ອນ​ຄວບ​ຄຸມ​ການ​ເປີດແລະ​ປິດ​ໄຟນັ້ນ ​ເປັນທີ່​ມາ​ຂອງສາ​ເຫດ​ຫລື​ບໍ່.

Japan Nuclear
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG