ລົມພາຍຸ Hurricane Earl ທີ່ທະວີຄວາມແຮງຂຶ້ນໄດ້ປະທະໝູ່ເກາະ Leeward ໃນພາກເໜືອຂອງເຂດທະເລແຄຣິບບຽນ ດ້ວຍຝົນຕົກໜັກແລະລົມແຮງໃນວັນຈັນມື້ນີ້. ພວກໂຮງແຮມແຫ່ງຕ່າງໆໄດ້ອົດລົງ ປິດປະຕູແລະປ່ອງອ້ຽມຢ່າງແໜ້ນໜາໃນຄືນຜ່ານມາ ໃນຂະນະທີ່ພວກນັກທ່ອງທ່ຽວ ພາກັນຫລົບໄພຢູ່ໃນຫ້ອງພັກຂອງເຂົາເຈົ້າ.
ສູນກາງລົມພາຍຸ Hrricane ແຫ່ງຊາດຂອງສະຫະລັດ ທີ່ນະຄອນ Miami ກ່າວວ່າ Hurricane Earl ສາມາດກາຍເປັນ Hurricane ໃຫຍ່ທີ່ຮ້າຍແຮງໄດ້ ໃນຕອນແລງວັນຈັນມື້ນີ້ ຫລືວັນອັງຄານມື້ອື່ນ.
ໄດ້ມີການປະກາດເຕືອນປະຊາຊົນກ່ຽວກັບໄພລົມພາຍ Hurricane Earl ນີ້ແລ້ວ ທີ່ເກາະ Antigua, Barbuda, Montserrat, ໝູ່ເກາະ Virgin Islands ຂອງສະຫະລັດ, ໝູ່ເກາະ Virgin Islands ຂອງອັງກິດ ແລະເກາະອື່ນໆໃນຂົງເຂດ.
ພວກພະຍາກອນອາກາດກ່າວວ່າ ຄວາມແຮງຂອງລົມພາຍຸລູກນີ້ ຈະເຮັດໃຫ້ລະດັບນໍ້າສູງຂຶ້ນເຖິງ 60 ຫາ 120 ຊັງຕິແມັດໄດ້ ໂດຍສະເພາະຢູ່ໃກ້ໆກັບຝັ່ງທະເລນັ້ນ ຊຶ່ງຈະມາພ້ອມກັນກັບຄື້ນຟອງທະເລທີ່ໃຫຍ່ແລະອັນຕະລາຍ.