ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸ Trami ເຄຶ່ອນເຂົ້າສູ່ ພາກເໜືອ ຂອງໄຕ້ຫວັນ (ວີດີໂອ)


ພາຍຸ Trami ທີ່ເຮັດໃຫ້ມີຝົນຕົກໜັກ ທີ່ເມືອງ Calumpit ແຂວງ Bulacan ທີ່ພາກເໜືອ ຂອງຟິລິບປີນ.
ພາຍຸ Trami ທີ່ເຮັດໃຫ້ມີຝົນຕົກໜັກ ທີ່ເມືອງ Calumpit ແຂວງ Bulacan ທີ່ພາກເໜືອ ຂອງຟິລິບປີນ.
ພາຍຸ​ເຂດຮ້ອນ Trami ກໍາລັງນໍາເອົາລົມແຮງ ແລະຝົນຕົກໜັກ
ມາສູ່​ພາກ ເໜືອຂອງ​ເກາະ​ໄຕ້ຫວັນ ເຮັດໃຫ້ໂຮງຮຽນແລະ​ໂຮງ
ການ​ຕ່າງໆ​ຕ້ອງ​ໄດ້ປິດລົງ.

ບັນດານັກພະຍາກອນອາກາດກ່າວວ່າ ລົມພາຍຸຫົວນີ້ຍັງຢູ່ຫ່າງ
ຈາກ​ນະຄອນ​ຫຼວງ​ໄທ​ເປໄປ​ທາງ​ກໍ້າ​ຕາ​ເວັນອອກ 200 ກິໂລແມັດ
​ໂດຍ​ທີ່​ມີ​ລົມ​ແຮງເກືອບ 140 ກິໂລແມດຕໍ່ຊົ່ວໂມງ.

ບັນດາເຈົ້າໜ້າທີ່ກ່າວວ່າ ດິນເຈື່ອນແລະນໍ້າຖ້ວມອາດຈະເກີດ
ຂື້ນ. ຢູ່​ໃນ​ບາງ ​ເຂດ ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ​ຂອງ​
ເກາະ​ໄຕ້​ຫວັນ ອາດຈະເຫັນມີ ຝົນຕົກໜັກ ສູງກວ່າ 100 ມິນລິ
ແມັດ ຕໍ່ຊົ່ວໂມງ.

ຕະຫລາດການ​ເງິນ ໂຮງການລັດຖະບານ ໂຮງຮຽນແລະລະບົບຂົນ​ສົ່ງ​ສາທາ ລະນະ ໄດ້ຖືກປິດລົງ. ​ໄດ້​ມີ​ການ​ສົ່ງ​ກຳລັງທະຫານຫລາຍພັນຄົນ​ໄປ​ປະຕິບັດ ງານເພື່ອ​ໃຫ້
ຊ່ວຍເຫລືອ​ ​ໃນ​ການບັນ​ເທົາ​ທຸກ​ທີ່​ອາດ​ຈະ​ມີ​ຂຶ້ນນັ້ນ.

ພາຍຸ Trami ໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ 8 ຄົນ ໃນຕົ້ນອາທິດນີ້ ໃນ ຂະນະທີ່
ພັດຜ່ານຟິລິບປີນ. ໃນວັນພຸດມື້ນີ້ ສ່ວນໃຫຍ່ຂອງເມືອງຫລວງມະນີ ລາ ຍັງຖືກນໍ້າຖ້ວມ
ຢູ່ ແລະເກືອບ 300.000 ຄົນ ບໍ່ມີທີ່ຢູ່ອາ​ໄສ.

Asia
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG