ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພາຍຸເຂດຮ້ອນ ແຊລລີ ພາໃຫ້ເກີດນໍ້າຖ້ວມຮ້າຍແຮງ ເປັນປະຫວັດການ


ລົດຕຳຫຼວດຄັນນຶ່ງແລ່ນຜ່ານຖະໜົນ ໃນຂະນະທີີີ່ມີລົມແຣງ ແລະຝົນຄົກໜັກ ຢູ່ເມືອງໂມບິລ ລັດອາລາບາມາ ເມື່ອວັນທີ 16 ກັນຍາ 2020.
ລົດຕຳຫຼວດຄັນນຶ່ງແລ່ນຜ່ານຖະໜົນ ໃນຂະນະທີີີ່ມີລົມແຣງ ແລະຝົນຄົກໜັກ ຢູ່ເມືອງໂມບິລ ລັດອາລາບາມາ ເມື່ອວັນທີ 16 ກັນຍາ 2020.

ເຮີຣີເຄນ ແຊລລີ ທີ່ເຄື່ອນຍ້າຍຊ້າໆ ຊຶ່ງເວລານີ້ໄດ້ກາຍເປັນພາຍຸເຂດຮ້ອນ ພວມພັດ
ຖະຫລົ່ມ ເລິກເຂົ້າໄປໃນພາກໃຕ້ສຸດຂອງສະຫະລັດ ໂດຍເຮັດໃຫ້ມີ ຝົນຕົກໜັກ ແລະ
ລົມແຮງ ທີ່ພາໃຫ້ມີຜູ້ຄົນຕິດຄ້າງຢູ່ບ່ອນທີ່ຖືກນໍ້າຖ້ວມ.

ພາຍຸໄດ້ພັດຂຶ້ນຝັ່ງ ໃນວັນພຸດວານນີ້ ໃກ້ກັບເຂດແຄມຝັ່ງ ໃນອ່າວເມັກຊິໂກ ຂອງລັດ
ອາລາບາມາ.

ສູນກາງລົມພາຍຸແຫ່ງຊາດຂອງສະຫະລັດໄດ້ເຕືອນວ່າ “ຈະມີນ້ຳຖ້ວມຮ້າຍແຮງເປັນ
ປະຫວັດການ ແລະສ້າງຄວາມຫາຍຍະນະ ຊຶ່ງຈະຮວມທັງ ການລົ້ນຝັ່ງຂຶ້ນ ຖ້ວມຢ່າງ
ກວ້າງຂວາງຂອງແມ່ນໍ້າລຳຄອງ ໃນລະດັບປານກາງຫາຮ້າຍແຮງ ທີ່ ພວມຈະເກີດຂຶ້ນ
ໃນເວລານີ້.”

ອີງຕາມອົງການຂ່າວເອພີ (AP) ແລ້ວ ພາຍຸແຊລລີ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ບັນ
ດາເຮືອ ເຮັດໃຫ້ຕົ້ນຕານລົ້ມ ພັດເອົາຫຼັງຄາເຮືອນຈຳນວນນຶ່ງ ເລີກອອກ ແລະເຮັດໃຫ້
500,000 ຄົນ ບໍ່ມີໄຟຟ້າໃຊ້.

ມາຮອດຕອນບ່າຍ ຂອງວັນພຸດວານນີ້ ພາຍຸໄດ້ຫລົດຄວາມແຮງລົງ ມາເປັນພາຍຸເຂດ
ຮ້ອນໂດຍມີລົມແຮງຢູ່ 110 ກິໂລແມັດຕໍ່ຊົ່ວໂມງແຕ່ວ່າຝົນຕົກໜັກອາດ ເປັນໄພຂົ່ມຂູ່
ທີ່ໃຫຍ່ກວ່າ ໃນຂະນະທີ່ລົມພາຍຸເຄື່ອນຍ້າຍພຽງແຕ່ 7 ກິໂລແມັດ ຕໍ່ຊົ່ວໂມງ.

ຢູ່ໃນລັດຟລໍຣິດາ ທ່ານເດວິດ ມໍແກນ ຜູ້ບັນຊາການຕຳຫຼວດເມືອງແອສກຳເບຍ ກ່າວວ່າ
ຝົນຕົກໜັກຈະເຮັດໃຫ້ຫຼາຍພັນຄົນພາກັນຍົກຍ້າຍອອກໜີ ເນື່ອງຈາກ ເຂດດັ່ງກ່າວຈະມີ
ລະດັບນໍ້າສູງຂື້ນໃນບໍ່ເທົ່າໃດມື້ຂ້າງໜ້ານີ້.

ທ່ານກ່າວຕໍ່ອົງການຂ່າວເອພີວ່າ “ທັງໝົດປະຊາຄົມ ທີ່ພວກເຮົາຕ້ອງໄດ້ຍົກ ຍ້າຍເຂົາ
ເຈົ້າອອກ. ມັນຈະເປັນການປະຕິບັດງານຍົກຍ້າຍທີ່ໃຫຍ່ຫຼວງໃນອີກສອງສາມມື້ຂ້າງໜ້ານີ້.”

ເຈົ້າໜ້າທີ່ໃນເມືອງແອັສກຳເບຍ ໄດ້ປະກາດຫ້າມອອກນອກເຮືອນ ແຕ່ຕາເວັນຕົກຫາຕາ
ເວັນຂຶ້ນ ໃນໄລຍະສາມມື້ຂ້າງໜ້າ. ນອກນັ້ນເຂົາເຈົ້າຍັງກ່າວວ່າ ໄດ້ ມີການກູ້ໄພ 377 ຄົນ
ຈາກເຂດທີ່ຖືກນໍ້າຖ້ວມ.

ປະລິມານນໍ້າຝົນເປັນທີ່ຕົກລົງ ມາແມ່ນສ້າງຄວາມເສຍຫາຍຮ້າຍແຮງ ຊຶ່ງຢູ່ທີ່ຖານທັບ
ອາກາດກອງທັບເຮືອເພັນຊາໂຄລາ ລາຍງານ ວ່າມີນ້ຳຝົນເຖິງ 61 ຊັງຕິແມັດ ແລະຢູ່ໃນ
ເມືອງເພັນຊາໂຄລາເອງ ກໍມີຝົນຕົກລົງມາເກືອບເຖິງນຶ່ງ ແມັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG