ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 133 ຄົນ ເສຍຊີວິດ ຍ້ອນລົມພາຍຸ ຖະຫລົ່ມ ຟິລິບປີນ


ຄົນພາກັນຊ່ວຍເຫລືອຜູ້ຖືກເຄາະຮ້າຍນໍ້າຖ້ວມ ຢູ່ເມືອງ ລານາວ ແດລ ນອດທ໌ (Lanao Del Norte) ຂອງ ຟິລິບປີນ.
ຄົນພາກັນຊ່ວຍເຫລືອຜູ້ຖືກເຄາະຮ້າຍນໍ້າຖ້ວມ ຢູ່ເມືອງ ລານາວ ແດລ ນອດທ໌ (Lanao Del Norte) ຂອງ ຟິລິບປີນ.

ຕຳຫລວດ ​ແລະ​ພວກ​ເຈົ້າ​ໜ້າ​ທີ່ກູ້​ໄພ​ໃນ​ຟິລິບ​ປີນ​ກ່າວ​ວ່າ ຢ່າງໜ້ອຍ 133 ຄົນ​ເສຍ​ຊີ
ວິດ ​ແລະ​ອີກ​ຫລາຍ​ສິບຄົນ​ຫາຍ​ສາບ​ສູນ ​ໃນ​ຂະນະ​ທີ່​ພາຍຸ​ເຮັດ​ໃຫ້​ເກີດ​ດິນ​ເຈື່ອນ
​ແລະ​ນໍ້າ​ຖ້ວມ ຢູ່ແຫ່ງນັ້ນ.

ອີງ​ຕາມ​ເຈົ້າ​ໜ້າ​ທີ່ຕໍາຫລວດຢູ່​ເມືອງ​ຕູ​ບົດ​ກ່າວ​ວ່າ ມີ​ລາຍ​ງານວ່າມີຄົນ​ເສຍ​ຊີວິດ​
ຫລາຍ​ຄົນໃນ​ວັນ​ສຸກ​ວານ​ນີ້ ຢູ່ເຂດ​ມິນ​ດາ​ນາວ ຂອງ​ເມືອງ​ຕູ​ບົດ. “​ລະດັບນໍ້າໄດ້​ສູງ
​ຂຶ້ນ ​ແລະເຮືອນ​ສ່ວນ​ຫລາຍ​ໄດ້​ຖືກ​ນໍ້າ​ຜັດ​ໄປ. ບໍ່ມີໝູ່​ບ້ານ​ຢູ່​ທີ່​ນັ້ນ​ອີກ​ແລ້ວ.”

ກ້ອນຫີນຂະໜາດໃຫຍ່​ຢູ່​ເມືອງ ປີ​ອາກາ​ໂປ ທີ່​ເກີດ​ນໍ້າ​ຖ້ວມກະທັນຫັນນັ້ນ​ ໄດ້ທັບ
ຖົມເອົາ ເຮືອນ 40 ຫລັງ.

ຕຳຫລວດ​ກ່າວ​ວ່າ 12,000 ຄົນ​ໄດ້​ພາກັນ​ໜີຈາກ​ບ້ານ​ເຮືອນ​ເຂົາ​ເຈົ້າ​ໄປ​ຢູ່ບ່ອນທີ່​
ສູງກວ່າ.

ຟິລິບ​ປິນປະສົບ​ກັບລົມໄຕ້​ຝຸ່ນ ແລະລົມ​ພາຍຸ ປະມານ 20 ຫົວ ​ໃນແຕ່ລະ​ປີ ​ແລະ​ມີ
​ປະ​ຫວັດ​ ທີ່ມີລົມ​ໄຕ້​ຝຸ່ນ​ຖະຫລົ່ມໃນຕອນ​ໃກ້ໆ ທ້າຍ​ປີ.

​ໃນ​ເດືອນ​ພະ​ຈິກ​ປີ 2013 ລົມ​ໄຕ້​ຝຸ່ນ​ໄຮ​ຍານ ​ໄດ້​ຖະຫລົ່ມ​ເຂົ້າ​ສູ່​ຟິລິບ​ປີນ ໂດຍ​ເປັນ
ລົມຫົວກຸດ​ລະດູ​ຮ້ອນຮ້າຍ​ແຮງ​ສຸດ​ໃນປະຫວັດສາດ. ແລະສິ່ງທີ່ເປັນທີ່​ຮູ້​ກັນດີ​ຢູ່​ໃນ​
ຟິລິບ​ປີນ ກໍຄືລົມ​ໄຕ້​ຝຸ່ນ​ໂຢລັນ​ດາ ຊຶ່ງເປັນພາຍຸທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 7,800
ຄົນ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ບໍ​ລິຫານໄພ​ສຸກ​ເສີນ​ແຫ່ງ​ຊາດ.

ອົງການພະຍາກອນ​ອາກາດ​ຟິລິບ​ປີນ​ກ່າວ​ວ່າ ມີລົມໄຕ້​ຝຸ່ນໃນ​ວັນ​ຄຣິສມັສ​ 7 ຄັ້ງ
​ໄດ້​ຖະຫລົ່ມ​ປະ​ເທດດັ່ງກ່າວໃນ​ໄລຍະ 65 ປີ ​ທີ່​ຜ່ານ​ມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Phippines Storms
please wait
Embed

No media source currently available

0:00 0:01:47 0:00

XS
SM
MD
LG