ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸເຂດຮ້ອນ Otto ເຮັດໃຫ້ 9 ຄົນ ເສຍຊີວິດ ໃນ Costa Rica


ຄົນງານບໍລິສັດໄຟຟ້າ ຕັດງ່າໄມ້ທີ່ຫັກລົງມາ ລະຫວ່າງ ທີ່ລົມພາຍຸ Otto ພັດຜ່ານເມືອງ Cardenas ປະເທດ Nicaragua. (25 ພະຈິກ 2016)
ຄົນງານບໍລິສັດໄຟຟ້າ ຕັດງ່າໄມ້ທີ່ຫັກລົງມາ ລະຫວ່າງ ທີ່ລົມພາຍຸ Otto ພັດຜ່ານເມືອງ Cardenas ປະເທດ Nicaragua. (25 ພະຈິກ 2016)

ລົມພາຍຸ​ເຂດ​ຮ້ອນ Otto ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 9 ຄົນ ​ແລະ​ບັງຄັບ​ໃຫ້​ອີກ​ຫລາຍພັນ​ຄົນ​ຕ້ອງ​ໄດ້​ຍົກຍ້າຍ​ອອກ​ໜີ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ ​ໃນຄ່ຳ​ຄືນວັນພະ
ຫັດ​ທີ່​ຕໍ່​ໃສ່​ວັນ​ສຸກ.

ປະທານາທິບໍດີ Costa Rica ທ່ານ Luis Guillermo Solis ​ໄດ້​ປະກາດ​ໄວ້​ທຸກ​ເປັນ​ເວ ລາ 3 ມື້ ​ເລີ້ມ​ແຕ່​ວັນ​ຈັນ​ເປັນຕົ້ນ​ໄປ. ທ່ານ​ກ່າວ​ວ່າ ການ​ເສຍ​ຊີວິດ ​ແມ່ນ​ໄດ້​ມີ​ຂຶ້ນ​ໃນ​ບໍລິ​ເວນ​ຊາຍ​ແດນ Costa Rica ຕິດ​ກັບ Nicaragua.

ຜູ້ຄົນພວມຍ່າງຂ້າມທາງ ທີ່ຖືກນ້ຳຖ້ວມ ຫລັງຈາກເຮີຣິເຄນ Otto ພັດຜ່ານ ທີ່ເມືອງ Cardenas ປະເທດນິກາຣາກົວ
ຜູ້ຄົນພວມຍ່າງຂ້າມທາງ ທີ່ຖືກນ້ຳຖ້ວມ ຫລັງຈາກເຮີຣິເຄນ Otto ພັດຜ່ານ ທີ່ເມືອງ Cardenas ປະເທດນິກາຣາກົວ

ລົມພາຍຸ​ຫົວນີ້ ​ແມ່ນ​ເຮີ​ຣິ​ເຄນ​ປະ​ເພດ 2 ​ເວລາ​ພັດ​ເຂົ້າຖະຫຼົ່ມພາກ​ຕາ​ເວັນ​ອອກສຽງ​ໃຕ້ ຂອງ Nicaragua ​ໃນ​ມື້ວັນ​ພະຫັດຜ່ານມາ. ​ເຈົ້າໜ້າ​ທີ່ຢູ່​ທີ່​ນັ້ນ ລາຍ​ງານ​ວ່າ ບໍ່​ມີ​ຜູ້​ບາດ​ເຈັບ​ລົ້ມຕາຍ ​ແຕ່​ກໍ​ກ່າວ​ວ່າ ​ເຮືອນ​ຊານໃນ​ເຂດ​ທີ່​ຕິດ​ກັບ​ທະ​ເລ ​ໄດ້​ຮັບຄວາມ​ເສຍ​ຫາຍ​ຢ່າງ​ໜັກ.

ລົມພາຍຸ Otto ​ໄດ້​ຫລຸດ​ຄວາມ​ແຮງ​ລົງ​ເວລາ​ລົມ​ຫົວນີ້​ພັດ​ເຂົ້າປະ​ທະ Costa Rica ​ແລະ​ຫລັງ​ຈາກ​ນັ້ນກໍ​ໄດ້​ມຸ່ງ​ໜ້າ​ອອກ​ສູ່​ມະຫາ​ສະໝຸດ​ປາຊີ​ຟິກ.

​ເຈົ້າໜ້າ​ທີ່​ຈາກ​ສູນ​ກາງ​ເຮີຣິ​ເຄນ​ແຫ່ງ​ຊາດ​ຂອງ​ສະຫະລັດ ກ່າວ​ວ່າ ລົມພາຍຸ​ຫົວນີ້ຍັງ​ຈະ ​ສືບ​ຕໍ່​ອ່ອນ​ກຳລັງ​ລົງຕື່ມອີກ.

Tropical Otto
please wait
Embed

No media source currently available

0:00 0:00:38 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG