ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົມພາຍຸ Karen ຈະພັດຖະຫຼົ່ມ ບາງເຂດ ຂອງລັດ Louisiana (ວີດີໂອ)


ພາຍຸເຂດຮ້ອນ Karen
ພາຍຸເຂດຮ້ອນ Karen
ພວກນັກພະຍາກອນອາກາດໄດ້ອອກຄຳເຕືອນກ່ຽວກັບລົມພາຍຸ
ເຂດຮ້ອນຫົວນຶ່ງທີ່ຈະພັດເຂົ້າຖະຫຼົ່ມບາງເຂດຂອງລັດ Louisia-
na ຂະນະທີ່ ການເຕືອນດັ່ງກ່າວນີ້ ແມ່ນເນັ່ງໄປທາງທິດຕາເວັນ
ອອກ ຫາເຂດແຄມຝັ່ງທະເລ ຂອງລັດຟລໍຣິດາ ກ່ອນທີ່ລົມພາຍຸ
Karen ຈະພັດໄປເຖິງນັ້ນ.

ສູນກາງລົມພາຍຸເຮີຣິເຄນແຫ່ງຊາດຂອງສະຫະລັດ ທີ່ນະຄອນ
ໄມອາມີກ່າວວ່າລົມພາຍຸເຂດຮ້ອນ Karen ອາດຈະພັດຂຶ້ນຝັ່ງ ໃນລະຫວ່າງຕອນແລງຂອງວັນສຸກມື້ນີ້ ຫາຕອນເຊົ້າມື້ອື່ນ ແລະ ອາດຈະເພີ້ມຄວາມແຮງຂຶ້ນ ກາຍເປັນ ລົມພາຍຸເຮີຣິເຄນ ຫລັງ
ຈາກນັ້ນ.

ຢູ່ເລາະຕາມບໍລິເວນແຄມຝັ່ງທະເລ ຂອງລັດຟລໍຣິດາ ປະຊາຊົນພວມພາກັນຍ້າຍເຮືອໄປ
ຈອດ ໃນບ່ອນທີ່ປອດໄພຈາກລົມແຮງທີ່ຄາດວ່າຈະພັດເຂົ້າຖະຫຼົ່ມແລະບາງຄົນກໍພາກັນ ໄປຊື້ເຄື່ອງຂອງເພື່ອມາປ້ອງກັນເຮືອນຊານຂອງພວກເຂົາເຈົ້າ.

ມີການຮຽກຮ້ອງໃຫ້ປະຊາຊົນທີ່ຢູ່ໃນເຂດເຕືອນໄພ ໃຫ້ໄປຊື້ນໍ້າດື່ມ ອາຫານກະປ໋ອງຫຼືອາ ຫານແຫ້ງທີ່ບໍ່ເນົ່າເປື່ອຍງ່າຍ ວິທະຍຸທີ່ໃຊ້ຖ່ານ ແລະໄຟສາຍ ມາກະກຽມໄວ້.

ອົງການຄຸ້ມຄອງໄພພິບັດແຫ່ງຊາດຂອງລັດຖະບານກາງ ຫລື FEMA ໄດ້ເອີ້ນບັນດາພະ
ນັກງານທີ່ຖືກສັ່ງໃຫ້ພັກການ ກັບຄືນເຂົ້າມາເຮັດວຽກແລ້ວ ເພື່ອກຽມຮັບມືກັບລົມພາຍຸທີ່ ອາດເປັນອັນຕະລາຍຮ້າຍແຮງດັ່ງກ່າວນີ້.

Warnings for US Gulf Coast Ahead of Tropical Storm Karen
please wait

No media source currently available

0:00 0:00:25 0:00
ລິງໂດຍກົງ
XS
SM
MD
LG