ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ພະຍຸລະດູຮ້ອນ ອີຊອາອີອາ ກຳລັງເຄື່ອນຍ້າຍ ຂ້າມໝູ່ເກາະ ຄາຣິບຽນ


ບັນທຶກພາຍຖ່າຍ ຈາກດາວທ່ຽມ GOES-16 ວັນທີ 10 ກໍລະກົດ 2020 ສະແດງໃຫ້ເຫັນພະຍຸ Fay ທີ່ກຳລັງເຄື່ອນຍ້າຍເຂົ້າສູ່ໜ້າດິນ.

ພະຍຸລະດູຮ້ອນກຳລັງເຄື່ອນຍ້າຍຂ້າມໝູ່ເກາະຄາຣິບຽນ ຫຼັງຈາກໄດ້ກໍ່ຕົວຂຶ້ນມາ ຢູ່ໃກ້
ກັບເກາະ ເປີໂຕ ຣີໂກ ໃນຕອນແລງວັນພຸດວານນີ້.

ພະຍຸອີຊອາອີອາ (Isaias) ໄດ້ກາຍມາເປັນພາຍຸຊື່ທີເກົ່າທີ່ໄວທີ່ສຸດຢູ່ບັນທຶກໃນມະຫາ
ສະໝຸດອັດລັນຕິກ, ເອົາຊະນະສະຖິຕິທີ່ໄດ້ສ້າງຂອງພາຍຸ ໄອຣີນ ເກືອບ 15 ປີທີ່ຜ່ານ
ມາ, ທີ່ໄດ້ກໍ່ຕົວຂຶ້ນໃນວັນທີ 7 ສິງຫາ 2005.

ການເຕືອນໄພພາຍຸໄດ້ຖືກປະກາດອອກໄປສຳລັບພື້ນທີ່ສ່ວນຫຼາຍຂອງເຂດທະເລຄາ
ຣີບຽນ ເກາະເຊ້ນ ມາຣຕິນ, ສາທາລະນະລັດ ໂດມີນິກັນ, ເຮຕີ, ເທີກສ໌ ແລະ ໄຄຄອສ
ແລະບາງພາກສ່ວນຂອງເກາະບາຮາມາສ.

ຝົນຕົກໜັກ ນໍ້າຖ້ວມ ແລະລົມແຮງ ຄາດວ່າຈະເກີດຂຶ້ນໃນເກາະ ເວີຈິນ ແລະ ເປີໂຕ ຣິໂກ
ໃນວັນພະຫັດມື້ນີ້.

ເສັ້ນທາງໃນປັດຈຸບັນນີ້ຂອງພະຍຸລະດູຮ້ອນ ອີຊອາອີອາ ອາດເຄື່ອນໄປສູ່ ລັດຟລໍຣິດາ
ໃນທ້າຍອາທິດນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG