ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸເຂດຮ້ອນ Isaac ຖະຫຼົ່ມເຮຕີ


ດາວທຽມ Terra ຂອງອົງການນາຊາ ຂະນະທີ່ໂຄຈອນຜ່ານລົມພາຍຸເຂດຮ້ອນ Isaac ໃນເວລາ 15 ໂມງ 20 ຕາມເວລາມາດຕະຖານສາກົນ ໃນວັນທີ 24 ສິງຫາ 2012 ຂະນະທີ່ລົມດັງກ່າວ ພັດຖະຫຼົ່ມ ໃນເຂດທະເລຄາຣິບບຽນຕາເວັນອອກ
ດາວທຽມ Terra ຂອງອົງການນາຊາ ຂະນະທີ່ໂຄຈອນຜ່ານລົມພາຍຸເຂດຮ້ອນ Isaac ໃນເວລາ 15 ໂມງ 20 ຕາມເວລາມາດຕະຖານສາກົນ ໃນວັນທີ 24 ສິງຫາ 2012 ຂະນະທີ່ລົມດັງກ່າວ ພັດຖະຫຼົ່ມ ໃນເຂດທະເລຄາຣິບບຽນຕາເວັນອອກ
ລົມພາຍຸເຂດຮ້ອນ Isaac ໄດ້ພັດເຂົ້າຖະຫຼົ່ມເຮຕີ ຊຶ່ງເປັນປະ
ເທດທີ່ທຸກຍາກ ຕັ້ງຢູ່ໃນແຖບທະເລຄາຣີບບຽນ.

Isaac ໄດ້ພັດເຂົ້າປະທະ ໃນຕອນເຊົ້າຂອງວັນເສົາມື້ນີ້ດ້ວຍ
ລົມທີ່ມີຄວາມແຮງ ເກືອບເທົ່າກັບລົມພາຍຸເຮີຣິເຄນ ໃນບໍລິ
ເວນທາງກໍ້າຕາເວັນຕົກຂອງນະຄອນຫຼວງ Port-au-Prince.

ໃນວັນສຸກວານນີ້ ຜູ້ຄົນໄດ້ເຂົ້າແຖວຍາວຢຽດ ຢູ່ຂ້າງນອກຕະ
ຫຼາດຊູເປີ້ມາກເກັດແຫ່ງຕ່າງໆທີ່ນະຄອນ Port-au-Prince
ບ່ອນທີ່ປະຊາຊົນ ປະມານ 400,000 ຄົນ ຍັງພາກັນອາໄສຢູ່
ຕາມສູນຕູບຜາຕັ້ງ ນັບຕັ້ງແຕ່ໄດ້ເກີດແຜ່ນດິນໄຫວ ທີ່ສ້າງ ຄວາມເສຍຫາຍຮ້າຍແຮງໃຫ້ແກ່ນະຄອນຫຼວງເຮຕີເມື່ອເກືອບ
3 ປີກ່ອນ. ປະທານາທິບໍດີ Michel Martelly ໄດ້ຮຽກຮ້ອງໃຫ້ ປະຊາຊົນຊາວເຮຕີເອົາໃຈໃສ່ຕໍ່ການໃຫ້ຄຳແນະນຳຂອງໜ່ວຍປ້ອງກັນໄພພົນລະເຮືອນ.

ບັນດາອົງການໃຫ້ຄວາມຊ່ອຍເຫຼືອຕ່າງໆໄດ້ກະກຽມນໍ້າສະອາດແລະຊຸດເຄື່ອງມືສຳຫຼັບ ໃຊ້ໃນດ້ານສຸຂະອະນາໄມ ເພື່ອປ້ອງກັນການແຜ່ລະບາດຂອງໂຣກອະຫິວາທີ່ເຮຕິພວມ ດີ້ນຮົນຫາທາງຄວບຄຸມ ນັບຕັ້ງແຕ່ໄດ້ເກີດແຜ່ນດິນໄຫວ.

ນອກນັ້ນແລ້ວ ຍັງມີຄວາມເປັນໄປໄດ້ ໃນການທີ່ຈະເກີດນໍ້າຖ້ວມສຸແລະດິນເຈື່ອນຮ້າຍ ແຮງຢູ່ທີ່ເຮຕີຍ້ອນສ່ວນໃຫຍ່ຂອງປະເທດດັ່ງກ່າວໄດ້ມີການຕັດໄມ້ທຳລາຍປ່າຢ່າງໜັກ.
XS
SM
MD
LG