ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸ Isaac ລົດ ຄວາມແຮງລົງແລ້ວ (ສະໄລດ໌)


 ລົດຄັນນຶ່ງທີ່ຖືກນໍ້າຖ້ວມ ຈາກແມ່ນໍ້າ Jourdan ລັດຫລຸຍເຊຍນາ
ເວລາພາຍຸ Isaac ພັດຜ່ານ ທີ່ເຮັດໃຫ້ຝົນຕົກໜັກ ແລະນໍ້າຖ້ວມໃຫຍ່
ລົດຄັນນຶ່ງທີ່ຖືກນໍ້າຖ້ວມ ຈາກແມ່ນໍ້າ Jourdan ລັດຫລຸຍເຊຍນາ ເວລາພາຍຸ Isaac ພັດຜ່ານ ທີ່ເຮັດໃຫ້ຝົນຕົກໜັກ ແລະນໍ້າຖ້ວມໃຫຍ່
ພວກ​ພະຍາກອນ​ອາກາດ​ກ່າວ​ວ່າ ພາຍຸ​ເຂດ​ຮ້ອນ ​ໄອ​ຊິກ ຈະ​ອ່ອນຄວາມ​ແຮງ​ລົງ ເປັນ​ລົມ​ຄວາມ​ກົດ​ອາກາດຕໍ່າ​ເຂດ​ຮ້ອນ​ ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ຂະນະ​ທີ່​ພາຍຸ​ດັ່ງກ່າວ​ສືບ​ຕໍ່​ພັດ​ຂຶ້ນ​ເໜືອຜ່ານ​ເຂດ​ແຄມ​ຝັ່ງ​ອ່າວ​ແມັກ​ຊິ​ໂກ ລັດຫລຸຍ​ເຊຍ​ນາ.

ສູນ​ກາງ​ພາຍຸ​ເຮີຣິ​ເຄນ​ແຫ່ງ​ຊາດຂອງ​ສະຫະລັດ​ກ່າວ​ວ່າ ພາຍຸ​ໄອ​ຊິກ​ກໍາລັງ​ພັດດ້ວຍ​ລົມ​ທີ່​ມີ​ຄວາມ​ແຮງ 95 ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ​ອາດພັດ​ໃຫ້​ເກີດ​ຝົນຕົກ​ໜັກ ​ຫຼາຍ​ເຖິງ 63 ​ຊັງ​ຕິ​ແມັດ ຢູ່​ໃນ​ຫຼາຍໆ​ເຂດ ຂອງລັດ Louisiana, Mississippi, Alabama ​ແລະ Arkansas ​ໄປ​ຈົນ​ເຖິງວັນ​ສຸກ​ມື້​ອື່ນ​ນີ້. ຄາດ​ວ່າ​ພາຍຸດັ່ງກ່າວ​ຈະ​ພັດ​ເຄື່ອນເຂົ້າ​ໄປ​
ໃນ​ເຂດທີ່ໄດ້​ຮັບ​ຜົນ​ກະທົບ​ຈາກໄພ​ແຫ້ງ​ແລ້ງ​ໃນພາກ​ກາງ​ກໍ້າ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ບ່ອນ​ທີ່​ຕ້ອງການ​ຝົນຕົກຫຼາຍທີ່​ສຸດ​ນັ້ນ.

ພາຍຸ​ໄອ​ຊິກ​ໄດ້​ປະ​ທະ​ລັດ Louisiana ​ແລະ​ລັດ​ໃກ້​ຄຽງ​ໃນ​ເຂດ​ອ່າວ​ແມັກ ຊິ​ໂກ ​ເຊັ່ນ​ລັດ Mississippi ​ແລະ​ລັດ Alabama ​ເມື່ອ​ວັນ​ພຸດ​ວານ​ນີ້ ​ໃນຖານະ​ພາຍຸ Hurricane ລະດັບ​ນຶ່ງ ທີ່​ເຮັດ​ໃຫ້​ເກີດ​ລົມ​ແຮງ ຝົນຕົກ ໜັກ ​ແລະ​ນໍ້າ​ຖ້ວມ​ໃຫຍ່. ຊາວ​ເມືອງຫຼາຍ ຮ້ອຍ​ ຄົນ​ໃນ​ເຂດປົກຄອງ​ Plaquemines ຂອງ​ລັດ Louisiana ຊຶ່ງ​ເປັນ​ເຂດ​ນ້ອຍໆແຄມຝັ່ງ​ທະ​ເລ​ທີ່​ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ເມືອງ New Orleans ​ໄດ້​ພາກັນ​ຕົກຄ້າງຫຼັງຈາກ ນໍ້າ​ ​ໄດ້​ລົ້ນ​ກໍາ​ແພງ​ກັ້ນ​ນໍ້າ​ເຂົ້າຖ້ວມ.

​ເຈົ້າໜ້າ​ທີ່​ ​ແລະ​ປະຊາຊົນ​ໃນ​ເຂດ​ດັ່ງກ່າວ ພາກັນຂົນຂວາຍ​ຊ່ວຍ​ກູ້​ໄພ​ເພື່ອນ​ບ້ານທັງ​ຫຼາຍ ​ທີ່​ບໍ່​ເອົາ​ຫົວຊາ​ຕໍ່​ຄໍາ​ສັ່ງ​ໃຫ້​ຍົກຍ້າຍໜີ​ກ່ອນ​ພາຍຸ​ໄອ​ຊິກ​ຈະ​ມາ​ເຖິງນັ້ນ.
XS
SM
MD
LG